]a f4t[ko goA o.sh g9Q k|h kmuj xt9efj ko mqj ;xtgmf g0A ,';fd;fdk dkooeg0Q k{lqj 'vvd rn fza d c]t w,h .sh \kd Iv']a f4t,q o8u dt-;' xdl ]q '-5 dp6 h ;Pd'ko;y -kltgrkt 16 j dq ,8es];f]q fw2 ທ່ານ ສອນໄຊ ສີພັນດອນ (ປະທານ) lo- lj v'cl';Pd'korQ ogfa j o w8,kf I c]t ;Pd'ko95 fl5 , w8,kf II xu 2026 ສະຫາຍ ວັນສີ ກົວມົວ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 29.05.2026 ປີທີ 25 ສະບັບທີ 6.446ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j g]0kmy dko.spj xtmkoxtgmf csj ' lxx ]k; 9t1h P,1k,]a f4tdy f 16j lx 9u o zq odv'xt-5 ,ltw\lk,a o 0v']a f4t[ko xt9egfn vorb fltrk 2026 vq '7totra d 7vlr l5 ,.lj pq dl6 '[q f[kf{ 7;k,lk,kfoerkmuj g0A ,c0'0v'ra d.ow]pt.\j F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ -q ,g-u pdv'xt-5 ,.spj z6 h cmolt,k-y dra d 7A 'mu VI 0v'vq '7totra d 7tot37ltokvq [Iq ,l6 odk'ra d 1j k'l5 f.9K F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ w0dv'xt-5 ,.spj z6h cmolt,k-y dra d 7A 'mu VI 0v'vq '7totra d 7vlr F ອ່ານຕໍ່ໜ້າ 4່ າໍ່ ໜ້າ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳວຽກ ງານປັບປຸງ ແລະ ກໍ່ສ້າງພັກ ເປັນ ຂອດຕັດສິນໃຫ້ແກ່ການຈັດຕັ້ງປະ ຕິບັດແນວທາງແຜນນະໂຍບາຍ ຂອງພັກ ໃນແຕ່ລະໄລຍະ, ໃນ 5 ປີ ຜ່ານມາ ໄດ້ສຸມໃສ່ປັບປຸງ-ກໍ່ສ້າງພັກ ທັງ 4 ດ້ານໄປພ້ອມໆກັນ ເພື່ອຍົກ ສູງບົດບາດ ແລະ ຄວາມສາມາດ ໃນການນຳພາທີ່ເຂັ້ມແຂງຂອງພັກ ໃນໄລຍະໃໝ່ເຂັ້ມແຂງຂຶ້ນ, ຈັດຕັ້ງ ເຊື່ອມຊຶມ ເອກະສານມະຕິ-ຄຳສັ່ງ ຕ່າງໆ ຂອງພັກ-ລັດ ເປັນວຽກງານ ສຳຄັນ ແລະ ເຮັດຢ່າງຕໍ່ເນື່ອງ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ ລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026 ທີ່ຈະມາເຖິງນີ້, ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບ ດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບ ສູງກວ່າເກົ່າ. ຂປລ. ເມື່ອບໍ່ດົນມານີ້, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ກຳມະ ການສຳຮອງສູນກາງພັກ, ຮອງ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຊິກພັກ ຄັ້ງທີ VI ຂອງອົງ ຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ພາຍໃຕ້ຄຳ ຂວັນ “ເພີ່ມທະວີບົດບາດການນໍາ ພາ ຂອງອົງຄະນະພັກ, ຍົກສູງຈິດ ໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງ ໜ້າສ້າງການຫັນປ່ຽນ ໃນວຽກ ຂປລ. ເພື່ອຮັກສາແນວພັນໄມ້ ໃຫ້ໝາກໃຫ້ສາມາດສະໜອງພາຍ ໃນ ຕາມທິດສີຂຽວ ສະອາດ ແລະ ຢືນຍົງ ພ້ອມທັງປົກປ້ອງຜູ້ຜະລິດ ພາຍໃນປະເທດ ຫລຸດຜ່ອນການ ນໍາເຂົ້າ ຕາມວາລະແຫ່ງຊາດທີ່ໄດ້ ກຳນົດໄວ້ ລັດຖະບານ ກໍຄື ກົມປູກ ຝັງ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໄດ້ອອກແຈ້ງການໃຫ້ຂະແໜງ ປູກຝັງແຂວງ, ນະຄອນຫລວງ ແລະ ເຈົ້າໜ້າທີ່ກັກກັນພືດ ປະຈຳ ດ່ານສາກົນ ໃນຂອບເຂດທົ່ວປະ ເທດ ປະສານສົມທົບກັບ ພາກສ່ວນ ທີ່ກ່ຽວຂ້ອງ ປະຈໍາດ່ານ ດໍາເນີນ ງານໂຄສະນາອົບຮົມ ໄປສູ່ຄຸນນະ ພາບໃໝ່ຢ່າງແຂງແຮງ”. ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 28 ພຶດສະພາ ຂປລ. ສູນກາງແນວລາວສ້າງ ຊາດ(ສນຊ) ຈັດກອງປະຊຸມ ສ່ອງແສງວຽກງານພົ້ນເດັ່ນປະ ຈໍາໄຕມາດ I ແລະ ວາງທິດທາງ ແຜນການຈຸດສຸມປະຈໍາໄຕມາດ II ປີ 2026 ຂອງບັນດາອົງການ ພາຄີ ໃນັວທີ 7 ພຶດສະພາ 2026 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມ ການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ມີຜູ້ ຕາງໜ້າຈາກອົງການພາຄີ, ຄະນະ ປະຈໍາ, ຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍ ງານ ແລະ ຕີລາຄາສູງຕໍ່ຜົນງານ ທີ່ຍາດມາໄດ້ໃນໄລຍະ 3 ເດືອນ F ອ່ານຕໍ່ໜ້າ 4່ າໍ່ ໜ້າ dv'xt-5 ,rq [xt 7A 'mu 7 ]ts;j k' ltrkcsj '-kf]k; da []a f4tltrkgvu iq [ ຂປລ. ເມື່ອບໍ່ດົນມານີ້, ສະພາ ແຫ່ງຊາດລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມພົບປະ ຄັ້ງທີ 7 ລະຫວ່າງ ສະພາແຫ່ງຊາດລາວ ກັບ ລັດຖະສະພາເອີຣົບ ຫລື ອີພີ (European Parl iament - EP) ໂດຍການເປັນປະທານຮ່ວມ ຂອງ ທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງ ປະເທດ ແລະ ທ່ານ ວູເທີ ເບັກ (Wouter BEKE) ປະທານ ຄະນະສະມາຊິກລັດຖະສະພາ ທີ່ ຮັບຜິດຊອບພົວພັນກັບປະເທດອາຊີ ຕາເວັນອອກສຽງໃຕ້ ຫລື ອາຊຽນ ຂອງ EP ໃນໂອກາດທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 24-28 ພຶດສະພາ 2026. ກອງປະຊຸມພົບປະຄັ້ງນີ້, ສອງ ຝ່າຍໄດ້ຮ່ວມກັນທົບທວນຄືນການ ພົວພັນການຮ່ວມມືຕະຫລອດໄລ ຍະ 5 ທົດສະວັດຜ່ານມາ ນັບແຕ່ ສປປ ລາວ ແລະ ສະຫະພາບເອີຣົບ ຫລື ອີຢູ (European Union - EU) ໄດ້ສ້າງຕັ້ງສາຍພົວພັນການ ທູດນໍາກັນ ໃນວັນທີ 21 ພະຈິກ 1975, ທັງສອງຝ່າຍໄດ້ມີການພົວ ພັນ ແລະ ຮ່ວມມືທີ່ດີນໍາກັນມາ ຕະຫລອດ ສະແດງອອກໃນການ ຂປລ. ອົງຄະນະພັກ ຄະນະໂຄ ສະນາອົບຮົມສູນກາງພັກ(ຄອສພ) ລັດຖະມົນຕີ ກະຊວງ ປກສ, ຫົວ ໜ້າກົມໃຫຍ່ຕຳຫລວດ ພ້ອມດ້ວຍ ທ່ານ ກິແກ້ວ ໄຂຄຳພິທູນ (ປະທານ) ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ພ້ອມຄະນະ (ຊ້າຍ) ສະຫາຍ ຄຳພັນ ເຜີຍຍະວົງ (ປະທານ) F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນວັນທີ 28 ພຶດສະພາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ໄດ້ຖະແຫລງຂ່າວ ຕໍ່ສື່ ມວນຊົນກ່ຽວກັບຜົນກອງປະຊຸມສະ ໄໝສາມັນຂອງລັດຖະບານ ປະຈຳ ເດືອນພຶດສະພາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນ ຕອນເຊົ້າ ຂອງວັນທີ 27 ແລະ ອັດ ລົງໃນຕອນເຊົ້າວັນທີ 28 ພຶດສະ ພາ 2026 ທີ່ສໍານັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງ ນາຍົກລັດຖະມົນຕີ, ສະມາຊິກລັດ ຖະບານ ແລະ ຜູ້ຕາງໜ້າບັນດາກະ ຊວງ-ອົງການ, ຄະນະປະຈໍາສະພາ ແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະ ຄອນຫລວງວຽງຈັນ ແລະ ບັນດາ ແຂວງເຂົ້າຮ່ວມຜ່ານລະບົບທາງ ໄກ (ອອນລາຍ) ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານ ສະພາບພົ້ນເດັ່ນ ປະຈຳເດືອນພຶດ ສະພາ ແລະ ທິດທາງແຜນວຽກຈຸດ ສຸມ ປະຈຳເດືອນມິຖຸນາ 2026. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນ
ສະຫາຍ ຄຳພັນ ເຜີຍຍະວົງ ໄຂກອງປະຊຸມໃຫຍ່...ຸ່ 2026 ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳ ມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກປະຊາຊົນປະຕິ ວັດລາວ, ມີຄະນະພັກ, ຄະນະນຳ, ພ້ອມດ້ວຍຜູ້ແທນສົມບູນ, ພ້ອມ ດ້ວຍແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ສະມາຊິກພັກ ຄັ້ງທີ VI ຂອງອົງ ຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກຄັ້ງນີ້, ຈະໄດ້ສຸມໃສ່ ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງ ຂອງຄະນະພັກ ຄະນະໂຄສະນາ ອົບຮົມສູນກາງພັກ ຊຶ່ງເປັນເອກະ ສານສໍາຄັນ ກ່ຽວກັບການສະຫລຸບ ຕີລາຄາການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງໜ້າທີ່ຈຸດສຸມວຽກງານ ໂຄສະນາອົບຮົມໃນໄລຍະ 5 ປີ (2026-2030) ເພື່ອປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ຊີວິດຕົວຈິງໃຫ້ ບັນລຸຜົນສໍາເລັດຕາມຄາດໝາຍ ທີ່ວາງໄວ້; ຄົ້ນຄວ້າປະກອບຄໍາ ເຫັນຮັບຮອງເອົາແຜນພັດທະນາ ວຽກງານໂຄສະນາອົບຮົມ 5 ປີ (2026-2030); ຄົ້ນຄວ້າປະ ກອບຄໍາເຫັນໃສ່ບົດສຳຫລວດການ ນໍາພາ ຂອງຄະນະພັກຄະນະໂຄສະ ນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງ ອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ໃນຊຸມປີຕໍ່ໜ້າ ໃຫ້ ສົມຄູ່ກັບໜ້າທີ່ການເມືອງ ທີ່ພັກໄດ້ ມອບໝາຍໃຫ້. ນອກຈາກນີ້, ຄະນະຜູ້ແທນສົມ ບູນ ຈະໄດ້ພ້ອມກັນໃຊ້ສິດປະຊາ ທິປະໄຕ ປ່ອນບັດເລືອກຕັ້ງເອົາ ຄະນະພັກຄະນະໂຄສະນາອົບຮົມ ສູນກາງພັກຊຸດໃໝ່ ເພື່ອສືບຕໍ່ຊີ້ ນໍາ-ນໍາພາ ໃນໄລຍະ 5 ປີ ຕໍ່ໜ້າ. ຂ່າວ: ກິດຕາ; ພາບ: ເກດສະໜາ ກອງປະຊຸມພົບປະ...ຸົ ແລກປ່ຽນຄະນະຜູ້ແທນເຊິ່ງກັນ ແລະ ກັນ ແລະ ມີການຮ່ວມມືໃນ ຫລາຍຂະແໜງການ. ພ້ອມນີ້, ສອງ ຝ່າຍໄດ້ປຶກສາຫາລື, ແລກປ່ຽນ ຄຳຄິດເຫັນ ແລະ ບົດຮຽນປະສົບ ການທີ່ດີໃນການພັດທະນາເສດຖະ ກິດ-ສັງຄົມ, ວຽກງານດ້ານສິດທິ ມະນຸດ, ການພົວພັນການຄ້າ ແລະ ການລົງທຶນ ລວມທັງສະພາບພົ້ນ ເດັ່ນຂອງພາກພື້ນແລະສາກົນແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມ ສົນໃຈ ແນໃສ່ປະກອບສ່ວນເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີນຳກັນ ລະ ຫວ່າງ ສປປ ລາວ ກັບ ສະຫະພາບ ເອີຣົບ ກໍຄື ລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາເອີຣົບ. ການມາຢ້ຽມຢາມຄັ້ງນີ້, ຄະນະ ຜູ້ແທນລັດຖະສະພາເອີຣົບ ຍັງໄດ້ ເຂົ້າຢ້ຽມຂ່ຳນັບ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ ໂດຍທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນການພົບປະເຮັດວຽກ, ແລກ ປ່ຽນທັດສະນະ ແລະ ປະສົບການ ນໍາກັນໃນຫລາຍບັນຫາ ເປັນຕົ້ນ ການປະຕິບັດພາລະບົດບາດຂອງ ອົງການນິຕິບັນຍັດ, ການເປັນຕົວ ແທນຂອງປະຊາຊົນ, ການຍົກສູງ ຄຸນນະພາບການເຄື່ອນໄຫວວຽກ ງານຂອງສະພາແຫ່ງຊາດລາວ, ຕີລາຄາການພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ກັບ ສະຫະພາບ ເອີຣົບ ທັງໄດ້ແຈ້ງສະພາບການພົ້ນ ເດັ່ນຂອງ ສປປ ລາວ ແລະ ສະພາ ແຫ່ງຊາດລາວ ໃຫ້ຄະນະຜູ້ແທນ ຮັບຊາບອີກດ້ວຍ. ໃນໂອກາດພົບປະເຮັດວຽກຢູ່ ສະພາແຫ່ງຊາດລາວ, ທ່ານ ວູເທີ ເບັກ ໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ອໍາ ນວຍຄວາມສະດວກໃຫ້ແກ່ຄະນະ ຜູ້ແທນລັດຖະສະພາເອີຣົບ, ທັງໄດ້ ແລກປ່ຽນທິດທາງການຮ່ວມມືໃນ ຕໍ່ໜ້າ ແລະ ຈະສືບຕໍ່ຈັດກອງປະຊຸມ ພົບປະແລກປ່ຽນໃນລັກສະນະດັ່ງ ກ່າວນີ້ຕື່ມອີກ ເພື່ອເສີມຂະຫຍາຍ ສາຍພົວພັນຮ່ວມມື ລະຫວ່າງ ລັດຖະສະພາເອີຣົບ ກັບສະພາ ແຫ່ງຊາດລາວ ໃຫ້ນັບມື້ນັບດີຂຶ້ນ ກວ່າເກົ່າ. ນອກຈາກນີ້, ຄະນະຜູ້ແທນລັດ ຖະສະພາເອີຣົບ ຍັງໄດ້ເຂົ້າຢ້ຽມ ຂ່ຳນັບ ທ່ານຮອງນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ, ທ່ານຮອງລັດ ຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ ຄ້າ; ເຄື່ອນໄຫວຢ້ຽມຢາມຫ້ອງ ການກອງເລຂາຄະນະກຳມາທິ ການແມ່ນ້ຳຂອງສາກົນ ແລະ ສະ ຖານທີ່ທາງວັດທະນະທຳຈຳນວນ ໜຶ່ງຢູ່ນະຄອນຫລວງວຽງຈັນ, ລວມທັງເຂົ້າຢ້ຽມຂ່ຳນັບທ່ານປະ ທານຄະນະກຳມະການປົກຄອງ ແຂວງຫລວງພະບາງ, ຢ້ຽມຢາມ ວິທະຍາໄລເຕັກນິກວິຊາຊີບຫລວງ ພະບາງ ແລະ ບັນດາໂຄງການພາຍ ໃຕ້ການສະໜັບສະໜູນຂອງອີຢູ ທີ່ ແຂວງຫລວງພະບາງ ຕື່ມອີກ. ຂ່າວ: ສພຊ ຮອງລັດຖະມົນຕີ...ັົີ ທັງທາງກວ້າງ ແລະ ເລິກ ດ້ວຍ ຫລາຍຮູບການ ແລະ ວິທີການ. ສະຫາຍ ວັນສີ ກົວມົວ ກຳມະ ການສູນກາງພັກ, ຮອງເລຂາຄະ ນະພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ໄດ້ຜ່ານຮ່າງ ລາຍງານການເມືອງ ຕໍ່ກອງປະຊຸມ ໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄະນະໂຄສະນາ ອົບຮົມສູນກາງພັກ ໃນວັນທີ 28 ພຶດສະພາ 2026 ໂດຍໄດ້ຍົກໃຫ້ ເຫັນບາງເນື້ອໃນສໍາຄັນວ່າ: ກອງ ປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງນີ້ ເປັນການຕີລາຄາຄືນການນຳ ພາ-ຊີ້ນຳການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຕະຫລອດສະໄໝທີ V ຜ່ານ ມາ, ຕີລາຄາບັນດາຜົນສຳເລັດ, ບັນຫາທີ່ຄົງຄ້າງ, ສາເຫດ, ບົດ ຮຽນຖອດຖອນໄດ້ ແລະ ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານ ຈຸດສຸມໃນ 5 ປີຕໍ່ໜ້າ. ສະເພາະ ວຽກງານໂຄສະນາ-ປາຖະກະຖາ ໃນໄລຍະ 5 ປີຜ່ານມາ, ໄດ້ຮັບ ການຫັນປ່ຽນຢ່າງຕັ້ງໜ້າທັງດ້ານ ເນື້ອໃນແລະ ຮູບການ, ໄດ້ຄົ້ນຄວ້າ, ຮຽບຮຽງຄືນເອກະສານ ຝຶກອົບ ຮົມນັກໂຄສະນາ-ປາຖະກະຖາ ຢ່າງເປັນລະບົບ, ສ້າງ ແລະ ປັບປຸງ ເອກະສານປາຖະກະຖາວັນສຳຄັນ ຕ່າງໆຂອງຊາດ, ຂອງພັກ. ພ້ອມ ກັນນັ້ນ, ຍັງໄດ້ຈັດຕັ້ງກອງປະຊຸມ ປາຖະກະຖາເຜີຍແຜ່ສະພາບການ ສາກົນ ແລະ ພາກພື້ນ ໃຫ້ແກ່ຄະ ນະພັກ ຂັ້ນສູນກາງຢ່າງກວ້າງ ຂວາງ, ເຄື່ອນໄຫວຈັດຕັ້ງຝຶກອົບ ຮົມວຽກງານໂຄສະນາ-ປາຖະກະ ຖາ ໃຫ້ແກ່ພະນັກງານນຳພາ-ຄຸ້ມ ຄອງ ຢູ່ບາງກະຊວງ-ອົງການ, ແຂວງ ແລະ ເມືອງ ເພື່ອເພີ່ມຄວາມ ສາມາດ ໃນການນໍາພາ ວຽກງານ ການເມືອງ-ແນວຄິດ ຢູ່ແຕ່ລະ ບ່ອນ, ໄດ້ຂຽນບົດຂ່າວ, ບົດຄວາມ, ບົດມູນເຊື້ອ ໂຄສະນາຜ່ານສື່ມວນ ຊົນ ໃຫ້ທົ່ວເຖິງເປົ້າໝາຍນັບມື້ ກວ້າງຂວາງ. ສຳລັບວຽກງານສື່ມວນຊົນ ຕະຫລອດໄລຍະ 5 ປີຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ແລະ ລັດຖະບານ ສະເພາະ ຄະນະ ໂຄສະນາອົບຮົມສູນກາງພັກ, ບັນ ດາສື່ມວນຊົນຫລັກຂອງຊາດ ໄດ້ ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ ການເມືອງຢ່າງມີຜົນສຳເລັດ ໂດຍ ເນັ້ນໃສ່ບາງດ້ານທີ່ພົ້ນເດັ່ນ ເປັນ ຕົ້ນ ໄດ້ສຸມໃສ່ການປະຕິບັດພາລະ ບົດບາດເປັນເສນາທິການ ໃຫ້ແກ່ ການນຳຢ່າງຕັ້ງໜ້າ ໂດຍສະເພາະ ແມ່ນການປັບປຸງພື້ນຖານດ້ານນິຕິ ກຳ ຊຶ່ງສາມາດສ້າງຂໍ້ຕົກລົງວ່າ ດ້ວຍການໂຄສະນາສິນຄ້າຜ່ານສື່ ມວນຊົນ ແລະ ຂໍ້ຕົກລົງວ່າດ້ວຍໂທ ລະພາບໃຊ້ສາຍ-ບໍ່ໃຊ້ສາຍ ໄດ້ຢ່າງ ສຳເລັດຜົນ. ດ້ານການຄຸ້ມຄອງ ແລະ ການອະນຸຍາດວິຊາຊີບ, ກົມ ສື່ມວນຊົນ ໄດ້ຍົກສູງປະສິດທິພາບ ໃນການກວດກາ ແລະ ອອກບັດ ນັກຂ່າວ, ທັງໄດ້ເອົາໃຈໃສ່ເຜີຍແຜ່ ກົດໝາຍວ່າດ້ວຍສື່ມວນຊົນ ໃຫ້ແກ່ ສັງຄົມຢ່າງກວ້າງຂວາງ, ການປັບ ປຸງຄູ່ມືສື່ມວນຊົນກັບສິດທິເດັກ ເພື່ອຮັບປະກັນການນໍາສະເໜີຂ່າວ ສານໃຫ້ຖືກຕ້ອງຕາມຫລັກວິຊາ ຊີບ. ພ້ອມນີ້, ຍັງໄດ້ຄຸ້ມຄອງ ແລະ ການອະນຸຍາດວິຊາຊີບ, ກົມສື່ມວນ ຊົນ ໄດ້ຍົກສູງປະສິດທິພາບໃນ ການກວດກາ ແລະ ອອກບັດນັກ ຂ່າວໄດ້ 900 ກວ່າບັດ, ອະນຸຍາດ ເນື້ອໃນໂຄສະນາ 35 ສະບັບ ແລະ ຕໍ່ໃບອະນຸຍາດ ໃຫ້ບັນດາສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບ ເກືອບ 50 ພາກສ່ວນ. ອັນພົ້ນເດັ່ນແມ່ນການ ຫັນເຂົ້າສູ່ການຈັດລະບຽບສື່ສັງ ຄົມອອນລາຍ ຊຶ່ງສາມາດເກັບກຳ ແລະ ລົງທະບຽນໜ້າຂ່າວອອນ ລາຍໄດ້ທັງໝົດ 200 ກວ່າໜ້າ, ເຮັດໃຫ້ການຄຸ້ມຄອງຂໍ້ມູນຂ່າວ ສານ ໃນໂລກໄຊເບີມີທິດທາງທີ່ ຊັດເຈນຂຶ້ນ. ສຳລັບການພັດທະນາບຸກຄະ ລາກອນ ແລະ ພື້ນຖານໂຄງລ່າງ, ໄດ້ສົ່ງເສີມການຍົກລະດັບຄວາມ ຮູ້ໃຫ້ແກ່ນັກຂ່າວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ສສຫວຽດນາມ, ສປ ຈີນ ແລະ ຂົງເຂດອາຊຽນ, ລວມທັງການສົ່ງບຸກຄະລາກອນ ໄປປະຈຳການຢູ່ສູນກາງວິທະຍຸ- ໂທລະພາບແຫ່ງສປຈີນ(CMG). ໃນຂະນະດຽວກັນ, ການຂະຫຍາຍ ຕາໜ່າງຂໍ້ມູນຂ່າວສານ ກໍໄດ້ຮັບ ການຊຸກຍູ້ຢ່າງແຂງແຮງ ໂດຍ ການກໍ່ສ້າງສະຖານີວິທະຍຸຂັ້ນ ເມືອງ 7 ແຫ່ງ, ສະຖານີວິທະຍຸ-ໂທ ລະພາບຂັ້ນແຂວງ 2 ແຫ່ງ ແລະ ຕິດຕັ້ງລະບົບໂທລະໂຄ່ງໄດ້ທັງໝົດ 7.760 ຊຸດ ໃນທົ່ວປະເທດ, ສະ ມາຄົມນັກຂ່າວແຫ່ງ ສປປ ລາວ ກໍໄດ້ມີການເຄື່ອນໄຫວຕາມໜ້າທີ່, ສິດ ແລະ ພາລະບົດບາດຂອງຕົນ ຢ່າງຕັ້ງໜ້າ, ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງຢູ່ທັງພາຍໃນ ແລະ ຕ່າງປະເທດ ເພື່ອຈັດຊຸດຝຶກ ອົບຮົມຫົວຂໍ້ຕ່າງໆໄດ້ຫລາຍຄັ້ງ ເພື່ອຍົກລະດັບຄວາມຮູ້ ທາງດ້ານ ວິຊາສະເພາະໃຫ້ນັກຂ່າວສື່ມວນ ຊົນ ທັງພາກລັດ ແລະ ເອກະຊົນ, ທັງຍາດແຍ່ງເອົາການຊ່ວຍເຫລືອ ຈາກອົງການຈັດຕັ້ງສາກົນ ເພື່ອ ປັບປຸງ ແລະ ພັດທະນາຂະແໜງ ສື່ ມວນຊົນຂອງລາວ ແລະ ອື່ນໆ. ອົງຄະນະພັກ...ົັ ຄະນະ ລົງເຄື່ອນໄຫວຊຸກຍູ້ວຽກ ງານວິຊາສະເພາະ ຢູ່ກົມຕຳຫລວດ ລົດໄຟ ໂດຍການຕ້ອນຮັບຂອງ ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວ ໜ້າກົມຕຳຫລວດລົດໄຟ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ ແລະ ນາຍ ຕໍາຫລວດ ເຂົ້າຮ່ວມ. ໂອກາດນີ້, ທ່ານຫົວໜ້າກົມຕໍາ ຫລວດລົດໄຟ ໄດ້ລາຍງານສະພາບ ລວມການຈັດຕັ້ງວຽກງານວິຊາ ສະເພາະ ໃນໄລຍະຜ່ານມາ ມີທັງ ດ້ານດີພົ້ນເດັ່ນ ແລະ ດ້ານອອນຂໍ້ ຄົງຄ້າງເປັນຕົ້ນ ແມ່ນວຽກງານ ປ້ອງກັນຂະບວນລົດໄຟ, ວຽກງານ ຮັກສາຄວາມສະຫງົບຢູ່ສະຖານີ, ການແກ້ໄຂບັນດາປະກົດການຫຍໍ້ ທໍ້ຕ່າງໆທີ່ເກີດຂຶ້ນ ໃນຂະບວນຂົນ ສົ່ງຜູ້ໂດຍສານໃຫ້ມີຄວາມສະຫງົບ ໂດຍພື້ນຖານ. ໂອກາດດັ່ງກ່າວ, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ໄດ້ເນັ້ນ ໃຫ້ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນເອົາໃຈໃສ່ສຶກສາອົບຮົມການ ເມືອງ ນໍາພາແນວຄິດໃຫ້ນາຍ-ພົນ ຕຳຫລວດ ໃນຄວາມຮັບຜິດຂອງ ຕົນໃຫ້ເປັນປົກກະຕິຕໍ່ເນື່ອງ, ກຳ ແໜ້ນແນວທາງນະໂຍບາຍຂອງ ພັກ, ລະບຽບດ້ານການຈັດຕັ້ງ, ມີ ລະບຽບວິໄນເຂັ້ມງວດ, ເພີ່ມທະວີ ວຽກງານສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເຂັ້ມງວດໃນການຄຸ້ມຄອງກວດ ກາ, ຫລີກລ່ຽງບັນຫາສຽງກໍ່ໃຫ້ ເກີດບັນຫາປະກົດການຕ່າງໆ ສຸມ ໃສ່ແກ້ໄຂໃຫ້ເດັດຂາດ, ປະຕິບັດນະ ໂຍບາຍ ໃຫ້ນາຍ-ພົນຕຳຫລວດ ໃຫ້ເລິກເຊິ່ງທົ່ວເຖິງ ແລະ ປັບປຸງ ກົນໄກການຮ່ວມມືປະສານສົມທົບ ລະຫວ່າງກົມ ແລະ ບໍລິສັດລົດໄຟ ໃຫ້ແໜ້ນໜາກວ່າເກົ່າ. ຂ່າວ-ພາບ: ໜັງສືພິມຄວາມສະຫງົບ ລັດຖະບານ ເນັ້ນໃຫ້...ັັ້້ ການກວດກາ, ສະກັດກັ້ນການນໍາ ເຂົ້າ-ສົ່ງອອກ ແນວພັນພືດຜັກ ແລະ ໄມ້ໃຫ້ໝາກ ຢ່າງເຂັ້ມງວດ. ແຈ້ງການ ຂອງກົມປູກຝັງ ກະ ຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ເພື່ອຮັກສາແນວພັນໄມ້ ໃຫ້ໝາກໃຫ້ສາມາດສະໜອງພາຍ ໃນ ລັດຖະບານ ກໍຄື ກົມປູກຝັງ ໄດ້ ກຳນົດຂໍ້ຫ້າມ ເຖິງຜູ້ປະກອບການ ຫ້າມສົ່ງອອກເບ້ຍພັນໄມ້ໃຫ້ໝາກ ທີ່ປະເທດເຮົາຍັງຂາດແຄນ ບໍ່ພຽງ ພໍກັບຄວາມຕ້ອງການຢູ່ພາຍໃນ ເຊັ່ນ: ໝາກມ່ວງ, ໝາກມີ້, ລຳໄຍ, ລີ້ນຈີ່, ໝາກຖົ່ວລຽນ ແລະ ອື່ນໆ, ແຕ່ໃນກໍລະນີທີ່ພວກເຮົາສາມາດ ຂະຫຍາຍພັນໄດ້ຫລາຍ ຜະລິດເປັນ ສິນຄ້າ ທີ່ມີຈຸດປະສົງເພື່ອສົ່ງອອກ ນັ້ນ, ຕ້ອງໄດ້ນໍາສະເໜີ ກົມປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ເພື່ອຄົ້ນຄວ້າຕາມລະບຽບ ການ ໂດຍຜ່ານການຢັ້ງຢືນຈາກ ຂະແໜງປູກຝັງແຂວງ, ພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ, ນະຄອນຫລວງຢັ້ງຢືນ; ໃຫ້ຂະແໜງ ປູກຝັງ ແຂວງ, ນະຄອນຫລວງ ເປັນເຈົ້າການໃນການເຜີຍແຜ່, ຊຸກ ຍູ້, ຕິດຕາມ, ກວດກາ ແລະ ລາຍ 29/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ງານການຈັດຕັ້ງປະຕິບັດມາຍັງກົມ ປູກຝັງ ໃນແຕ່ລະໄລຍະ ເພື່ອແກ້ໄຂ ໃຫ້ທັນກັບສະພາບການ. ກໍລະນີຝ່າ ຝືນຈະໄດ້ປະຕິບັດຕາມລະບຽບ ກົດໝາຍທີ່ໄດ້ກຳນົດໄວ້. ທັງນີ້, ກໍ ເພື່ອຊຸກຍູ້ໃຫ້ການຜະລິດພາຍໃນ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ. ຢ່າງໃດກໍຕາມ, ໃນປັດຈຸບັນ ສປປ ລາວ ກໍາລັງຢູ່ໃນໄລຍະທີ່ ເປີດໂອກາດໃຫ້ບັນດາຜູ້ປະກອບ ການ ແລະ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີຄວາມສົນ ໃຈຢາກມາລົງທຶນໃສ່ການປູກພືດ ກະສິກຳຊະນິດຕ່າງໆ ຊຶ່ງປັດຈຸບັນ ໄມ້ໃຫ້ໝາກຊະນິດຕ່າງໆ ໂດຍ ສະເພາະແມ່ນໝາກຖົ່ວລຽນ ກໍ ແມ່ນເປັນພືດຊະນິດໜຶ່ງ ທີ່ກໍາລັງ ໄດ້ຮັບຄວາມນິຍົມບໍລິໂພກຢ່າງແພ່ ຫລາຍໃນຂົງເຂດປະເທດໃກ້ຄຽງ ໂດຍສະເພາະແມ່ນ ສປ ຈີນ ແລະ ມີ ຫລາຍບໍລິສັດກໍາລັງສຸມໃສ່ສົ່ງເສີມ ການປູກ ແລະ ການເຮັດສວນກ້າ ເບ້ຍໝາກໄມ້ ໂດຍໄດ້ຮ່ວມກັບພາກ ລັດເພື່ອເຮັດການຄົ້ນຄວ້າ ແລະ ຮັບຮອງຢັ້ງຢືນຄຸນນະພາບຂອງ ແນວພັນພືດຊະນິດຕ່າງໆ ໂດຍສະ ເພາະແມ່ນເບ້ຍພັນໝາກຖົ່ວລຽນ. ທັງນີ້, ກໍເພື່ອຮັບປະກັນໃຫ້ມີແນວ ພັນທີ່ໄດ້ຄຸນນະພາບ ສາມາດຕອບ ສະໜອງຮັບໃຊ້ການຜະລິດພາຍໃນ ແລະ ສົ່ງອອກຕ່າງປະເທດ. ຂ່າວ: ທະນູທອງ
*** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຜົນກອງປະຊຸມ...ົຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳ ເຫັນແລະພິຈາລະນາຫລາຍບັນຫາ ສຳຄັນ ເປັນຕົ້ນ ລາຍງານສະພາບ ພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບ ດ່ວນຈໍານວນໜຶ່ງ ຄື: ການປະຕິບັດ ວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນ ພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2026 ຂອງ ລັດຖະບານ ແລະ ທິດຜັນຂະຫຍາຍ ຜົນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງ ພັກ ສະໄໝທີ XII; ສະພາບພົ້ນເດັ່ນ ພາກພື້ນ ແລະ ສາກົນ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ການເກັບກູ້ອາວຸດ ແລະ ວັດ ຖຸລະເບີດ ໃນໄລຍະຜ່ານມາ; ແຜນ ການປັບປຸງລະບົບການສຶກສາສາຍ ສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການສອບເສັງນັກຮຽນເກັ່ງ ທົ່ວປະເທດ; ການກະກຽມຄວາມ ພ້ອມ ເພື່ອເປັນເຈົ້າພາບຈັດກອງ ປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາ ຊຽນ ຄັ້ງທີ 22 (AMSTI-22), ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 (COSTI-89) ແລະ ກອງປະ ຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງ ວັນທີ 22-26 ມິຖຸນາ 2026 ແລະ ສະພາບປາຕາຍຢູ່ນ້ຳເຊໂດນ ເມືອງ ຊະນະສົມບູນ ແຂວງຈຳປາສັກ. ໃນ ນັ້ນ, ຕໍ່ການສະຫລຸບວຽກງານພົ້ນ ເດັ່ນ ປະຈໍາເດືອນພຶດສະພາ 2026 ກອງປະຊຸມໄດ້ຕີລາຄາ ເຖິງວ່າສະ ພາບການພາກພື້ນ ແລະ ສາກົນ ຍັງ ສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດ ຄະເນໄດ້ຍາກ ໂດຍສະເພາະບັນຫາ ຂໍ້ຂັດແຍ່ງ ຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດ ໃຫ້ສະພາບເສດຖະກິດໂລກ ທີ່ມີ ຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ສືບຕໍ່ມີ ຜົນກະທົບເປັນວົງກວ້າງຕື່ມ ລວມ ເຖິງຢູ່ປະເທດລາວເຮົາ ໂດຍສະ ເພາະລາຄາສິນຄ້າ, ການຂົນສົ່ງ ແລະອື່ນໆ, ແຕ່ລັດຖະບານກໍໄດ້ສຸມ ໃສ່ຈັດຕັ້ງປະຕິບັດບັນດາມາດຕະ ການ ແລະ ວຽກຈຸດສຸມທີ່ກຳນົດໄວ້ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ໄດ້ສຸມຄວາມພະຍາຍາມ ທຸກວິທີ ເພື່ອຊ່ວຍເຫລືອກອບກູ້ ປະ ຊາຊົນ ຈໍານວນ 7 ຄົນ ທີ່ຕິດຢູ່ໃນ ຖໍ້າຜາ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ; ໄດ້ເພີ່ມທະວີລົງ ແກ້ໄຂບັນຫາການລັກລອບຂຸດຄົ້ນ ແຮ່ທາດຕາມຄຳສັ່ງ ເລກທີ46/ນຍ ຢ່າງເຂັ້ມງວດ ແລະ ເດັດຂາດກວ່າ ເກົ່າ ໂດຍສະເພາະຢູ່ແຂວງຫລວງ ພະບາງ, ໄຊຍະບູລີ, ວຽງຈັນ, ສະ ຫວັນນະເຂດແລະບາງທ້ອງຖິ່ນສາ ມາດພົບເຫັນ ແລະ ຍຶດໄດ້ຂອງກາງ ປະເພດພາຫະນະ-ກົນຈັກແລະອຸປະ ກອນຕ່າງໆຫລາຍສົມຄວນ ພ້ອມ ທັງກັກຕົວຜູ້ລັກລອບ ເພື່ອມາດຳ ເນີນຕາມກົດໝາຍ ແລະ ລະບຽບ ການ; ໄດ້ມ້າງເປົ້າໝາຍກຸ່ມແກ້ງສະ ແກມເມີ ຢູ່ຫລາຍແຂວງ ແລະ ນະ ຄອນຫລວງວຽງຈັນຊຶ່ງສາມາດກັກ ຕົວຜູ້ຕ້ອງຫາ ເປັນຈໍານວນຫລາຍ ຊຶ່ງມີທັງຄົນລາວ ແລະ ຄົນຕ່າງປະ ເທດ ພ້ອມທັງໄດ້ດໍາເນີນຕາມກົດ ໝາຍ;ສາມາດແກ້ໄຂແລະສະໜອງ ນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມ ໃຊ້ໃນທົ່ວປະເທດ ກວມອັດຕາສ່ວນ ສູງຂຶ້ນ; ຈັດເກັບລາຍຮັບເຂົ້າງົບປະ ມານໄດ້ 40% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍປະຕິ ບັດໄດ້ 25% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະ ເທດ ກຸ້ມການນໍາເຂົ້າຫລາຍກວ່າ 5 ເດືອນ; ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງເສັ້ນທາງຫລວງແຫ່ງຊາດ 13 ເໜືອ-ໃຕ້, ທາງເລກ 9, 12, ການປັບປຸງສະໜາມບິນ ປາກເຊ ແລະ ການສຶກສາຄວາມເປັນໄປໄດ້ ສໍາຫລວດ-ອອກແບບເບື້ອງຕົ້ນ ສະໜາມບິນຜົ້ງສາລີ ກໍມີຄວາມ ຄືບໜ້າດີ; ສໍາເລັດການສອບເສັງ ນັກຮຽນຊັ້ນປະຖົມໃນຂອບເຂດທົ່ວ ປະເທດ; ໄດ້ເອົາໃຈໃສ່ວຽກງານ ໂຄສະນາ ແລະ ສົ່ງເສີມການທ່ອງ ທ່ຽວ ຕິດພັນກັບການເຜີຍແຜ່ວັດ ທະນະທຳ, ສາມາດດຶງດູດນັກທ່ອງ ທ່ຽວພາຍໃນເດືອນໄດ້ເກືອບ 5 ແສນເທື່ອຄົນ; ໄດ້ເພີ່ມຄວາມເອົາ ໃຈໃສ່ເຝົ້າລະວັງພະຍາດໄຂ້ຫວັດ ສັດປີກໃນຄົນ; ໄດ້ເອົາໃຈໃສ່ການ ເຄື່ອນວຽກງານຕ່າງປະເທດ ຢ່າງ ມີພິບໄຫວ ໂດຍສະເພາະການ ເຄື່ອນໄຫວຢ້ຽມຢາມບັນດາປະ ເທດເພື່ອນມິດ ແລະ ເຂົົ້າຮ່ວມກອງ ປະຊຸມສາກົນຕ່າງໆ, ໄດ້ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ ແກ່ຄະນະຜູ້ແທນຂັ້ນສູງຂອງຕ່າງ ປະເທດ ທີ່ມາເຄື່ອນໄຫວວຽກງານ ຢູ່ ສປປ ລາວ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນ ຕົ້ນ ບັນຫາສະແກມເມີ, ການປຸ້ນ ຈີ້ຊີງຊັບ ແລະ ການສ້າງຄວາມບໍ່ ສະຫງົບຢູ່ພາຍໃນສັງຄົມ; ບັນຫາ ການສະໜອງໄຟຟ້າ (ໄຟຟ້າຕົກໄຟຟ້າດັບ) ແລະ ການສະໜອງນໍ້າ ປະປາບໍ່ພຽງພໍ; ຄວາມເປັນເຈົ້າໃນ ການຈັດຕັ້ງປະຕິບັດທິດຊີ້ນໍາຂອງ ລັດຖະບານ; ການພັດທະນາ-ປັບ ປຸງໂຄງລ່າງພື້ນຖານເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາ ຂ່າວບິດເບືອນ ຜ່ານສື່ສັງຄົມອອນ ລາຍ ໃຫ້ແຂງແຮງລວມທັງການ ໂຄສະນາເຜີຍແຜ່ແນວທາງນະໂຍ ບາຍຂອງພັກ-ລັດຖະບານ ໃຫ້ ກວ້າງຂວາງ; ການເຄົາລົບປະຕິບັດ ລະບຽບການ-ກົດໝາຍ ແລະ ອື່ນໆ. ສໍາລັບແຜນວຽກຈຸດສຸມ ໃນ ເດືອນມິຖຸນາ 2026 ຂອງລັດຖະ ບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ມະຕິວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່,ແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ X (20262030), ທິດທາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ທີ່ສະພາແຫ່ງຊາດ ໄດ້ຮັບ ຮອງ ຕາມມະຕິ 177/ສພຊ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດ ໝາຍຕ່າງໆ ໃນມະຕິຂອງສະພາ ແຫ່ງຊາດ ທີ່ພົວພັນກັບລັດຖະບານ. ໃນນີ້, ໃຫ້ເອົາໃຈໃສ່ບາງວຽກຈໍາ ນວນໜຶ່ງ ຄື: ສືບຕໍ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ໂດຍສຸມໃສ່ຮັກສາຄວາມສະ ຫງົບຕາມແລວຊາຍແດນ, ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ທາງສັງ ຄົມຕ່າງໆ ເປັນຕົ້ນ ບັນຫາສະແກມ ເມີ, ບັນຫາຢາເສບຕິດ, ການເກັບ ກູ້ອາວຸດ ແລະ ວັດຖຸລະເບີດ, ການ ຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ ລັກງັດແງະ, ບັນຫາອຸບັດເຫດຕາມ ທ້ອງຖະໜົນ ແລະ ອື່ນໆ ໃຫ້ຫລຸດ ໜ້ອຍຖອຍລົງ; ຄຸ້ມຄອງສະຖານທີ່ ບັນເທີງ, ສະຖານທີ່ບໍລິການ ແລະ ສະຖານທີ່ພັກເຊົາຕ່າງໆ ທີ່ຄົນຕ່າງ ປະເທດມາເຊົ່າ ໃຫ້ດໍາເນີນຖືກຕ້ອງ ຕາມລະບຽບກົດໝາຍ; ສຸມໃສ່ກະ ກຽມບັນດາເນື້ອໃນ ທີ່ຈະນໍາເຂົ້າ ລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2026, ກອງ ປະຊຸມຮ່ວມລະຫວ່າງ ຄະນະປະຈໍາ ສະພາແຫ່ງຊາດ ແລະ ຄະນະລັດ ຖະບານ, ກອງປະຊຸມສະໄໝວິສາ ມັນ ຂອງສະພາແຫ່ງຊາດ ຊຸດທີ X; ສຸມໃສ່ຈັດຕັ້ງຜັນຂະຫຍາຍທິດ ຊີ້ນໍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມລັດ ຖະບານຄັ້ງປະຖົມມະລືກ ຊຸດທີ 10 ກໍຄື ທິດຊີ້ນໍາກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII ດ້ວຍ ຄວາມຮັບຜິດຊອບສູງ; ໃຫ້ຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນ ສູນກາງ ແລະ ທ້ອງຖິ່ນ ສືບຕໍ່ຕິດ ຕາມ ແລະ ກະກຽມຮັບມືກັບໄພພິ ບັດທີ່ອາດຈະເກີດຂຶ້ນ, ພ້ອມທັງມີ ມາດຕະການຟື້ນຟູ ຜົນກະທົບຈາກ ໄພພິບັດຢ່າງທັນການ; ສືບຕໍ່ໃຫ້ ການຊ່ວຍເຫລືອປະຊາຊົນທີ່ຕິດຢູ່ ຖໍ້າຜາ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ. ພ້ອມກັນນັ້ນ, ກໍ ໃຫ້ແຂວງໄຊສົມບູນ ຮີບຮ້ອນຄົ້ນ ຄວ້າຮູບການຍ້ອງຍໍຕໍ່ບຸກຄົນ, ນິຕິ ບຸກຄົນ, ອົງການຈັດຕັ້ງຕ່າງໆລວມ ທັງພົນລະເມືອງຕ່າງປະເທດ ທີ່ໃຫ້ ການຊ່ວຍເຫລືອໃນພາລະກິດຄັ້ງນີ້ ໃຫ້ທັນການ ແລະ ເໝາະສົມ; ສຸມ ໃສ່ການເກັບລາຍຮັບງົບປະມານ ຈາກແຫລ່ງລາຍຮັບທີ່ມີແລ້ວ ໃຫ້ ຄົບຖ້ວນດ້ວຍການສຸມໃສ່ການຫັນ ເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫລາຍຂຶ້ນ; ໃຫ້ ທະນາຄານ ແຫ່ງ ສປປ ລາວ ສືບ ຕໍ່ດັດສົມເງິນຕາຕ່າງປະເທດ ໃຫ້ ສາມາດຮັບປະກັນການສະໜອງ ເງິນຕາຕ່າງປະເທດ ໃຫ້ການຊໍາລະ ການນໍາເຂົ້ານໍ້າມັນເຊື້ອໄຟ, ພ້ອມ ທັງຄົ້ນຄວ້າມາດຕະການສະໜັບ ສະໜູນດ້ານການເງິນ ໃຫ້ສິນເຊື່ອ ດອກເບ້ຍຕໍ່າ ແກ່ຊາວກະສິກອນ ທີ່ ໄດ້ຮັບຜົນກະທົບຈາກລາຄານໍ້າມັນ ເຊື້ອໄຟ; ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຈັດຕັ້ງ 6 ມາດ ຕະການ ໃນການແກ້ໄຂຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ຢ່າງເຂັ້ມ ງວດ ແລະ ສົມທົບກັບກະຊວງປ້ອງ ກັນປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວ ຂ້ອງຮີບຮ້ອນກໍານົດຈຸດ ແລະ ອອກ ແບບສາງນໍ້າມັນເຊື້ອໄຟຢູ່ບັນດາ ແຂວງ ໃຫ້ສໍາເລັດຕາມແຜນການ; ໃຫ້ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ ເອົາໃຈໃສ່ຊີ້ນໍາພະແນກກະ ສິກໍາ ແລະ ສິ່ງແວດລ້ອມ ບັນດາ ແຂວງ ໃນຂອບເຂດທົ່ວປະເທດ ເພີ່ມທະວີເອົາໃຈໃສ່ການເກັບກ່ຽວ ຜົນຜະລິດລະດູແລ້ງ ແລະ ການກະ ກຽມໃຫ້ແກ່ການຜະລິດລະດູຝົນ, ການຟື້ນຟູສ້ອມແປງໂຄງການຊົນ ລະປະທານ, ສ້ອມແປງ ແລະ ອະນາ ໄມຄອງເໝືອງ, ອ່າງເກັບນໍ້າ ແລະ ກຽມຈັກສູບນໍ້າສໍາຮອງໄວ້ໃນຈຸດ ທີ່ຈໍາເປັນ, ທັງເອົາໃຈໃສ່ຕິດຕາມ, ເຝົ້າລະວັງ, ຕ້ານ, ສະກັດກັ້ນ ແລະ ປ້ອງກັນ ໂດຍກະກຽມວິຊາການ ດ້ານສັດຕະວະແພດ ແລະ ເຄື່ອງມື ອຸປະກອນ, ຢາກັນພະຍາດ ແລະ ຢາ ປິ່ນປົວສັດ ເພື່ອພ້ອມຕອບໂຕ້ການ ລະບາດຂອງພະຍາດສັດ ທີ່ອາດຈະ ເກີດຂຶ້ນ; ໃຫ້ບັນດາກະຊວງ, ອົງ ການປົກຄອງທ້ອງຖິ່ນ ເປັນເຈົ້າ ການກະກຽມປູກຕົ້ນໄມ້ ໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນ ເດັກນ້ອຍສາກົນ ພາຍໃຕ້ຄໍາຂວັນ “ຮ່ວມແຮງຮ່ວມໃຈປູກຕົ້ນໄມ້ໃຫ້ ໄດ້ ໜຶ່ງຕົ້ນ ຕໍ່ຄົນຕໍ່ປີ; ໃຫ້ກະຊວງ ສຶກສາທິການ ແລະ ກິລາ ຊີ້ນໍາມະ ຫາວິທະຍາໄລແຫ່ງຊາດ ກະກຽມ ຄວາມພ້ອມຮອບດ້ານ ໃຫ້ແກ່ການ ນໍາຂັ້ນສູງ ເຂົ້າຮ່ວມພິທີປູກຕົ້ນໄມ້ ແລະ ພົບປະນັກຮຽນ-ນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ; ໃຫ້ ກະຊວງກະສິກໍາແລະສິ່ງແວດລ້ອມ ແລະ ນະຄອນຫລວງວຽງຈັນ ກະ ກຽມປູກຕົ້ນໄມ້ ຢູ່ສວນເຈົ້າອານຸ ວົງ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນປັບປຸງແຜນຜັງ ເມືອງ ຂອງນະຄອນຫລວງວຽງ ຈັນ ໄລຍະທີ 3; ຊຸກຍູ້ບໍລິສັດ ທາງ ລົດໄຟລາວ-ຈີນໃຫ້ການຮ່ວມມືກັບ ຂະແໜງການເງິນ ເພື່ອເຂົ້າໄປຕິດ ຕັ້ງລະບົບເກັບຄ່າຊັກພິເສດ, ການ ຂົນສົ່ງແຮ່ທາດ. ພ້ອມນັ້ນ, ກໍໃຫ້ ກະກຽມຄວາມພ້ອມຮອບດ້ານ ເພື່ອ ສ້ອມແປງທາງໃນລະດູຝົນ ໂດຍ ສະເພາະເສັ້ນທາງຫລວງ ແຂວງ ຫາ ແຂວງ ບໍ່ໃຫ້ມີເສັ້ນທາງຂາດ; ໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ ນໍາຄະນະຊີ້ນໍາລະດັບຊາດ ການສໍາ ຫລວດພົນລະເມືອງ ແລະທີ່ຢູ່ອາໄສ ທົ່ວປະເທດ ຮີບຮ້ອນກວດກາຄືນ ຄວາມຖືກຕ້ອງຕົວເລກຕ່າງໆ ຂອງ ການສໍາຫລວດພົນລະເມືອງ ຄັ້ງທີ V ປີ 2025 ໃຫ້ສໍາເລັດໂດຍໄວ; ກະຊວງສາທາລະນະສຸກ ເອົາໃຈ ໃສ່ຕິດຕາມ ແລະ ວາງມາດຕະການ ປ້ອງກັນ, ແກ້ໄຂການລະບາດຂອງ ພະຍາດລະດູການ ໂດຍສ້າງແຜນ ຮັບມືແຕ່ຫົວທີ, ສ້າງລະບົບລາຍ ງານການລະບາດເປັນລະບົບ ແລະ ໃຫ້ໂລ່ງລ່ຽນ, ຮັບປະກັນສາງຢາມີ ພຽງພໍ ໂດຍສະເພາະວັກຊິນ ແລະ ຢາປິ່ນປົວພື້ນຖານ, ທັງຕິດຕາມຊຸກ ຍູ້ ແລະ ປະເມີນຄືນ ກ່ຽວກັບວຽກ ງານພັດທະນາສຸຂະພາບຂັ້ນຕົ້ນ ເປັນຕົ້ນນໍ້າສະອາດ, ວິດຖ່າຍ, ບ້ານ ສຸຂະອະນາໄມ ແລະ ບ້ານສາທາລະ ນະສຸກແບບຍືນຍົງ; ສຸມໃສ່ແກ້ໄຂ ບັນດາຂໍ້ສະເໜີຂອງບັນດາແຂວງ ໃຫ້ແຕ່ລະພາກສ່ວນກວດກາຄືນ ບັນດາເອກະສານທາງການ ທີ່ຂຶ້ນ ກັບຄວາມຮັບຜິດຊອບຂອງຕົນ ທີ່ ໄດ້ເຊັນຢັ້ງຢືນຈາກນາຍບ້ານ ໃນ ເມື່ອກ່ອນ ເພື່ອໃຫ້ສອດຄ່ອງກັບ ກົດໝາຍ ແລະ ລະບຽບການຕ່າງໆ; ໃຫ້ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ສະໜອງຂໍ້ມູນຜົນການປະເມີນບັນ ດາໂຄງການຂຸດຄົ້ນບໍ່ແຮ່ ໃຫ້ບັນດາ ແຂວງ ເພື່ອໃຫ້ແຂວງສະດວກໃນ ການຕິດຕາມ, ຊຸກຍູ້; ໃຫ້ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບແຂວງອັດຕະ ປື ແລະ ແຂວງຈໍາປາສັກ ເພື່ອລົງ ສໍາຫລວດເຂດແດນເຊື່ອມຕໍ່ ໃຫ້ ລະອຽດຈະແຈ້ງ ແລະ ມີຄວາມຊັດ ເຈນ; ໃຫ້ແຕ່ລະກະຊວງ, ອົງການ ລັດທຽບເທົ່າກະຊວງ ແລະ ອົງການ ປົກຄອງທ້ອງຖິ່ນ ເປັນເຈົ້າການ ປະເມີນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ໂດຍສະເພາະການຜັດປ່ຽນ ກັນມາປະຈໍາການ ມີດ້ານດີ, ດ້ານ ອ່ອນ ແລະ ຈະຄວນສືບຕໍ່ຄືແນວ ໃດ?; ສັງຮວມກ່ຽວກັບການຈັດຕັ້ງ ປະຕິບັດທິດຊີ້ນໍາຂອງລັດຖະບານ ຕາມທີ່ໄດ້ລະບຸໃນມະຕິ, ຄໍາສັ່ງ, ແຈ້ງການຕ່າງໆ ແລ້ວລາຍງານໃຫ້ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີຊາບກ່ອນການດໍາເນີນ ກອງປະຊຸມລັດຖະບານ ແຕ່ລະ ເດືອນ; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມຕ່າງໆ, ຜົນການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນໍາ ພັກ-ລັດ, ແຜນຮ່ວມມື ສອງຝ່າຍ ກັບບັນດາປະເທດເພື່ອນ ມິດຍຸດທະສາດ ແລະ ຂອບການ ຮ່ວມມືຫລາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫລາຍຂຶ້ນ; ກະ ກຽມຕ້ອນຮັບການເດີນທາງຢ້ຽມ ຢາມ ສປປ ລາວ ຂອງການນຳຂັ້ນ ສູງຕ່າງປະເທດ; ກະກຽມໃຫ້ແກ່ ການນຳຂັ້ນສູງຂອງພັກ ແລະ ລັດ ເດີນທາງຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຳຄັນຕ່າງໆ ຢູ່ຕ່າງ ປະເທດ ໃນເດືອນມິຖຸນາ 2026. ສ່ວນບັນດາບົດລາຍງານ ເປັນ ຕົ້ນ ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການເກັບ ກູ້ອາວຸດ ແລະ ວັດຖຸລະເບີດ ໃນໄລ ຍະຜ່ານມາ; ແຜນການປັບປຸງລະ ບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການ ສອບເສັງນັກຮຽນເກັ່ງທົ່ວປະເທດ; ການກະກຽມຄວາມພ້ອມ ເພື່ອເປັນ ເຈົ້າພາບຈັດກອງປະຊຸມລັດຖະມົນ ຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 ແລະ ກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ໃນລະຫວ່າງວັນທີ 22-26 ມິຖຸນາ 2026; ສະພາບປາຕາຍ ຢູ່ນ້ຳເຊໂດນ, ເມືອງຊະນະສົມບູນ, ແຂວງຈຳປາສັກ ກອງປະຊຸມ ໄດ້ຊີ້ ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງ ຕາມຄໍາເຫັນຂອງສະມາຊິກລັດ ຖະບານ ໂດຍສະເພາະການກຳນົດ ທິດທາງແຜນການ, ບັນດາມາດຕະ ການ ກໍຄື ແຜນວຽກຈຸດສຸມໃນຕໍ່ ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມ ຄວາມພ້ອມດ້ານຕ່າງໆ ໃຫ້ຮັບປະ ກັນຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນ, ຫລີກລ່ຽງບັນ ຫາຫຍໍ້ທໍ້-ບົກພ່ອງ ທີ່ເຄີຍເກີດຂຶ້ນ ຜ່ານມາ ບໍ່ໃຫ້ເກີດຂຶ້ນຕື່ມອີກ. ພ້ອມນີ້, ຍັງໄດ້ລາຍງານສະ ພາບລວມການບັນຈຸລັດຖະກອນ ປະຈໍາປີ 2025 ແລະ ແຜນຄວາມ ຕ້ອງການຈໍານວນຕົວເລກລັດຖະ ສນຊ... ຜ່ານມາ ຊຶ່ງມີຫລາຍວຽກງານທີ່ ພົ້ນເດັ່ນ ເປັນຕົ້ນ ວຽກງານສຶກສາ ອົບຮົມການເມືອງ-ແນວຄິດ: ໄດ້ ສຸມໃສ່ການເຜີຍແຜ່, ເຊື່ອມຊຶມ ມະຕິ, ຄຳສັ່ງຂອງພັກ ແລະ ແນວ ທາງນະໂຍບາຍຕ່າງໆ ໃຫ້ແກ່ຊັ້ນ ຄົນ, ສາສະນິກະຊົນ ແລະ ອົງການ ພາຄີຢ່າງກວ້າງຂວາງ; ການສ້າງ ຄວາມສາມັກຄີປອງດອງ: ອົງການ ພາຄີໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນ ການເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນ, ຊຸກຍູ້ການມີສ່ວນຮ່ວມ ຂອງປະຊາຊົນໃນການພັດທະນາ ເສດຖະກິດ-ສັງຄົມ; ການຕິດຕາມ ກວດກາ ແລະ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ: ໄດ້ຮ່ວມມືກັບ ພາກສ່ວນຕ່າງໆ ໃນການຮັກສາ ຄວາມສະຫງົບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນການຜັນຂະ ຫຍາຍ 2 ວາລະແຫ່ງຊາດ. ສໍາລັບ ທິດທາງ ແລະ ວຽກງານຈຸດສຸມ ໄຕມາດ II 2026 ເພື່ອສືບຕໍ່ຜັນ ຂະຫຍາຍບັນດາມະຕິຕ່າງໆເປັນ ຕົ້ນມະຕິກອງປະຊຸມຄັ້ງທີ XII ຂອງ ພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແລະ ມະຕິກອງປະຊຸມ ໃຫຍ່ຂອງບັນດາອົງການຈັດຕັ້ງ ມະຫາຊົນ, ກອງປະຊຸມໄດ້ຮ່ວມກັນ ກຳນົດທິດທາງຈຸດສຸມສຳລັບ 3 ເດືອນຕໍ່ໜ້າ(ໄຕມາດ II), ສືບຕໍ່ລົງ ເລິກໃກ້ຊິດຕິດແທດກັບປະຊາຊົນ ບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ເພື່ອ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ ແນວທາງຂອງພັກ-ລັດ; ຫັນປ່ຽນ ຢ່າງແຂງແຮງໃນການເຄື່ອນໄຫວ, ຊຸກຍູ້ໃຫ້ອົງການພາຄີແຕ່ລະຂັ້ນ ປັບປຸງກົນໄກການປະສານງານໃຫ້ ມີຄວາມຄ່ອງຕົວ, ວ່ອງໄວ ແລະ ມີ ປະສິດທິຜົນສູງຂຶ້ນ. ໃນຕອນທ້າຍ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ບັນດາອົງການພາຄີ ທັງໝົດ ຈົ່ງເພີ່ມທະວີຄວາມຮັບ ຜິດຊອບການເມືອງຂອງຕົນ, ເພີ່ມ ທະວີຄວາມສາມັກຄີເປັນເອກະ ພາບຈັດຕັ້ງປະຕິບັດຕາມເນື້ອໃນ 4 ຮ່ວມຂອງ 5 ອົງການ, ເອົາໃຈ ໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນ ໄລຍະຜ່ານມາ ແລະ ຫັນເອົາເນື້ອ ໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍໃຫ້ເກີດດອກອອກ ຜົນເປັນຮູບປະທຳຢ່າງແທ້ຈິງ. ຂ່າວ-ພາບ: ສຸກສຳລານ ກອນໃໝ່ (ໂກຕ້າ) ປີ 2026 ຂອງ ບັນດາກະຊວງ, ອົງການລັດທຽບ ເທົ່າກະຊວງ, ອົງການຈັດຕັ້ງພັກ, ສູນກາງແນວລາວສ້າງຊາດ, ອົງ ການຈັດຕັ້ງມະຫາຊົນແລະອົງການ ປົກຄອງທ້ອງຖິ່ນ ກອງປະຊຸມເຫັນ ດີຮັບຮອງຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2026 ແລະ ມອບໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ກ່ຽວກັບການຈັດແບ່ງຕົວເລກລັດ ຖະກອນ ປີ 2026 ໃຫ້ເທດເໝາະ ກັບສະພາບຕົວຈິງ ແລ້ວຈິ່ງນໍາສະ ເໜີຂັ້ນເທິງພິຈາລະນາຕາມລະບຽບ ການ. ກອງປະຊຸມເຫັນດີດ້ານຫລັກ ການ ຮັບຮອງເອົາຮ່າງນິຕິກໍາ ຈໍາ ນວນ 3 ສະບັບຄື: ຮ່າງກົດໝາຍ ວ່າ ດ້ວຍຄັງເງິນແຫ່ງລັດ; ຮ່າງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ (ສະ ບັບປັບປຸງ) ແລະ ຮ່າງດໍາລັດ ວ່າ ດ້ວຍການເຊົ່າ ແລະ ສຳປະທານທີ່ ດິນລັດ.ກອງປະຊຸມໄດ້ຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງ ນິຕິກຳດັ່ງກ່າວ ໄປປັບປຸງຕື່ມບາງ ດ້ານ ເປັນຕົ້ນ ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການກຳນົດ ຈຸດປະສົງ, ການອະທິບາຄຳສັບ, ການກຳນົດຂໍ້ຫ້າມ, ການກຳນົດ ເນື້ອໃນວຽກງານໂຄສະນາປຸກລະ ດົມ ແລະ ການມີສ່ວນຮ່ວມຂອງ ພາກສ່ວນຕ່າງໆ, ເຮັດໃຫ້ບັນດາ ນິຕິກຳມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມສອດ ຄ່ອງກັບບັນດາກົດໝາຍ ແລະ ນິຕິ ກຳໃຕ້ກົດໝາຍ ທີ່ໄດ້ປະກາດນຳ ໃຊ້ແລ້ວ ເພື່ອສາມາດຈັດຕັ້ງປະຕິ ບັດໄດ້ ຢ່າງມີປະສິດທິຜົນດີ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ໄດ້ຮຽກຮ້ອງມາຍັງບັນ ດາທ່ານ ສະມາຊິກລັດຖະບານ ຈົ່ງ ນໍາເອົາແຜນວຽກຈຸດສຸມ ປະຈຳ ເດືອນມິຖຸນາ 2026 ທີ່ກອງປະຊຸມ ໄດ້ເອກະພາບກັນ ໄປປັບປຸງເຂົ້າໃນ ແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບ ໃຫ້ການຈັດຕັ້ງ, ບຸກ ຄະລາກອນແຕ່ລະຂັ້ນ ແລະ ມີຄາດ ໝາຍເວລາສຳເລັດຊັດເຈນ, ສອດ ຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງ ແຮງ ແລະ ໄດ້ຮັບຜົນດີ. ຂ່າວ: ກົມປະຊາສໍາພັນ ຫສນຍ ທ່ານ ກິແກ້ວ ໄຂຄຳພິທູນ ທ່ານ ຄໍາຜາ ພິມມະສອນ @ 0j k; c]t gsfdko j 29/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK
RkJQdWJsaXNoZXIy MTc3MTYxMQ==