ຈົ່ງພ້ອມກັນເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງໂອກາດໃຫ້ເດັກນ້ອຍ ມີອະນາຄົດທີ່ສົດໃສກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ

01/06/2026 10:46
ຂປລ ຂປລ. ວັນທີ1 ມິຖຸນາ ເປັນວັນເດັກນ້ອຍສາກົນ ຊຶ່ງການສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ ໃນທຸກໆປີແມ່ນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ປຽບດັ່ງບຸນໃຫຍ່ຂອງເດັກໃນທົ່ວໂລກ

ຂປລ. ວັນທີ1 ມິຖຸນາ ເປັນວັນເດັກນ້ອຍສາກົນ ຊຶ່ງການສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ ໃນທຸກໆປີແມ່ນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ປຽບດັ່ງບຸນໃຫຍ່ຂອງເດັກໃນທົ່ວໂລກ ກໍຄືເດັກລາວບັນດາເຜົ່າເພື່ອເປັນການປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ້ນຫລັງເຫັນໄດ້ຄວາມໝາຍຄວາມສໍາຄັນຂອງປ່າໄມ້ ທີ່ມີຕໍ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ພົວພັນເຖິງການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສໍາຄັນໃນປີນີ້ ຍັງເປັນການຍູ້ແຮງຂະບວນການດັ່ງກ່າວຕິດພັນກັບການສ້າງບັນຍາກາດເຮັດໃຫ້ປີທ່ອງທ່ຽວລາວມີຄວາມຟົດຟື້ນ

ຕື່ມອີກ.

ລັດຖະບານເຮົາ ໄດ້ມີແນວທາງ-ນະໂຍບາຍຈະແຈ້ງ ແລະ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທໍາ, ມີຜົນສໍາເລັດເປັນຢ່າງດີການເອົາໃຈໃສ່ຢ່າງບໍ່ລົດລະພັດທະນາເດັກໃຫ້ເຕີບໃຫຍ່ທາງຮ່າງກາຍ-ສະຕິປັນຍາ ແລະ ຈິດ ໃຈ. ຜົນສໍາເລັດຂອງການພັດທະນາການສຶກສາຂັ້ນພື້ນຖານ, ວຽກງານສາທາລະນະສຸກ-ສຸຂະສຶກສາ ລ້ວນແລ້ວແຕ່ສະທ້ອນໃຫ້ເຫັນຄວາມເອົາໃຈໃສ່ຢ່າງແຂງແຮງຂອງການພັດທະນາເດັກຢູ່ປະເທດເຮົາ ເຮັດໃຫ້ອັດຕາການເຂົ້າຮຽນຂອງເດັກສູງຂຶ້ນ, ອັດຕາປະລະການຮຽນໜ້ອຍລົງ, ອັດຕາການເສຍຊີວິດຫລຸດລົງການໄດ້ຮັບໂພຊະນາການທີ່ດີ ແລະອື່ນໆ. ຄວາມເອົາໃຈໃສ່ໃນລະດັບຄອບຄົວຕໍ່ການລ້ຽງດູເດັກ ແມ່ນປັດໄຈພື້ນຖານອັນໜຶ່ງໃນຜົນສໍາເລັດວຽກງານພັດທະນາເດັກ, ທຸກຄອບຄົວໄດ້ທຸ້ມເທ ເພື່ອໃຫ້ລູກ ເຕົ້າລູກຫລານໃຫ້ເຕີບໃຫຍ່ນັບແຕ່ໄວເດັກອັນເປັນການປູພື້ນຖານເຂັ້ມແຂງໃຫ້ເຂົາເຈົ້າກ້າວສູ່ໄວໜຸ່ມ ແລະ ເປັນເຖິງແມ່ນວ່າ ໃນໄລຍະຜ່ານມາ, ວຽກງານສິດທິເດັກ, ການປົກປ້ອງເດັກ ແລະ ພັດທະນາເດັກ ຍາດໄດ້ຜົນສໍາເລັດຫລາຍດ້ານ ກໍຕາມ, ແຕ່ພວກເຮົາ ກໍບໍ່ຄວນລົດລະຄວາມພະຍາຍາມຂອງຕົນ ເພື່ອປະຕິບັດພາລະກິດອັນມີກຽດດັ່ງກ່າວໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງເພາະປະເທດຊາດເຮົາ ຍັງຜະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ບັນຫາຄວາມທຸກຍາກຂາດເຂີນຂອງເດັກໃນພື້ນທີ່ຫ່າງໄກສອກຫລີກ, ບັນຫາຂາດໂພຊະນາການ ແລະ ຂາດສານອາຫານ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາອັດຕາການປະລະການຮຽນ, ການອອກໂຮງຮຽນ, ການແຕ່ງດອງກ່ອນໄວອັນຄວນລວມທັງບັນຫາຢາເສບຕິດ ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ.

ໄລຍະຜ່ານມາ, ບັນດາການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫລອດເຖິງປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດພັນທະສາກົນ, ກົດໝາຍພາຍໃນ ແລະ ບັນດານິຕິກໍາລຸ່ມກົດໝາຍ, ຍຸດທະສາດແຫ່ງຊາດ, ແຜນດໍາເນີນງານແຫ່ງຊາດ ທີ່ກ່ຽວຂ້ອງກັບວຽກງານແມ່ ແລະ ເດັກ ເພື່ອຮັບປະກັນຄວາມຢູ່ລອດ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ການພັດທະນາຜູ້ທີ່ເປັນລູກຫລານຂອງພວກເຮົາໃນມື້ນີ້ ໃຫ້ເປັນໄວເດັກທີ່ເຕັມໄປດ້ວຍຄວາມສຸກ, ສຸຂະພາບແຂງແຮງ, ຄວາມອົບອຸ່ນຈາກພໍ່ແມ່ ໂດຍສະເພາະການເອົາໃຈ ໃສ່ດູແລເບິ່ງແຍງສຸຂະພາບຂອງເດັກ, ການຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ກາຍເປັນກຳລັງຊັບພະຍາກອນມະນຸດທີ່ມີຄຸນນະພາບ,ມີຄວາມຮັບຜິດຊອບສູງ, ມີຄວາມຮູ້, ຄວາມສາມາດ ເພື່ອເຮັດໜ້າທີ່ເປັນຜູ້ສືບທອດປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວໄປສູ່ເສັ້ນທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.

ເຖິງຢ່າງໃດກໍຕາມ, ເດັກນ້ອຍ ໃນວັນນີ້ ຈະເປັນຜູ້ໃຫຍ່ໃນວັນໜ້າ, ຈະເປັນຜູ້ທີ່ສືບທອດພາລະກິດຂອງຊາດ. ສະນັ້ນສິ່ງສຳຄັນທີ່ສຸດຄື: ພໍ່ແມ່ , ຜູ້ປົກຄອງ, ຄູ-ອາຈານ, (ໃນກໍລະນີທີ່ເດັກນ້ອຍຫາກຢູ່ໃນໄວຮຽນ) ແລະ ທຸກຄົນໃນຄອບຄົວຕ້ອງເອົາໃຈໃສ່ຕິດຕາມທຸກການເຄື່ອນໄຫວຂອງເດັກ ແລະ ໃຫ້ອະໄພເວລາເດັກເຮັດຜິດພາດ; ພ້ອມທັງສ້າງເດັກເຫລົ່ານັ້ນດ້ວຍຄວາມຮັກ ,ຄວາມເອັນດູ ແລະ ປູກຝັງຈິດສຳນຶກໃຫ້ເດັກນ້ອຍທຸກຄົນຮຽນຮູ້ຈາກການສຶກສາ, ການເປັນແບບຢ່າງທີ່ດີໃຫ້ລູກຕົນ ໂດຍຕ້ອງໝັ່ນສັ່ງສອນ, ຕັກເຕືອນ ບໍ່ປ່ອຍຕາມໃຈຈົນເກີນໄປ ແລະ ສັ່ງສອນລູກໃຫ້ຮູ້ຈັກການໃຊ້ຊີວິດທີ່ມີຄຸນຄ່າ, ໃຫ້ລູກຮູ້ຈຳແນກອັນໃດດີ ແລະ ອັນໃດບໍ່ດີ, ແຕ່ວ່າໃນເມື່ອລູກຫາກກະທໍາຜິດ ກໍຕ້ອງສັ່ງສອນດ້ວຍຄວາມຈິງໃຈ, ເວົ້າຢ່າງມີເຫດມີຜົນ ເພື່ອໃຫ້ມີີຄວາມຈື່ຈຳ ແລະ ບໍ່ໃຫ້ເດັກກະທຳຜິດອີກ.

ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top