ປີນີ້ ແຂວງສະຫວັນນະເຂດ ມີແຜນສູ້ຊົນປູກໄມ້ໃຫ້ໄດ້ 10.245 ເຮັກຕາ

01/06/2026 10:43
Email Print 852
ຂປລ ຂປລ. ປ່າໄມ້ ແມ່ນຊັບພະຍາກອນອັນລໍ້າຄ່າຂອງປວງຊົນລາວທັງຊາດ, ການປົກປັກຮັກສາ, ພັດທະນາ ແລະນໍໍາໃຊ້ປ່າໄມ້ ແມ່ນສິດ ຕະຫລອດໄລຍະທີ່ຜ່ານມາ, ພັກ ແລະ ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຍາມໃດກໍ່ຖືສໍາຄັນ ແລະ ມີຄວາມເປັນຫ່ວງເປັນໄຍຕໍ່ກັບວຽກງານດັ່ງກ່າວ; ໂດຍໄດ້ມີການວາງແນວທາງນະໂຍບາຍ, ສ້າງ/ປັບປຸງກົດໝາຍ, ມະຕິ, ຄໍາສັ່ງ ແລະນິຕິກໍາຕ່າງໆ ແນໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະນໍາໃຊ້ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ.

ຂປລ. ປ່າໄມ້ ແມ່ນຊັບພະຍາກອນອັນລໍ້າຄ່າຂອງປວງຊົນລາວທັງຊາດ, ການປົກປັກຮັກສາ, ພັດທະນາ ແລະນໍໍາໃຊ້ປ່າໄມ້ ແມ່ນສິດ ຕະຫລອດໄລຍະທີ່ຜ່ານມາ, ພັກ ແລະ ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຍາມໃດກໍ່ຖືສໍາຄັນ ແລະ ມີຄວາມເປັນຫ່ວງເປັນໄຍຕໍ່ກັບວຽກງານດັ່ງກ່າວ; ໂດຍໄດ້ມີການວາງແນວທາງນະໂຍບາຍ, ສ້າງ/ປັບປຸງກົດໝາຍ, ມະຕິ, ຄໍາສັ່ງ ແລະນິຕິກໍາຕ່າງໆ ແນໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະນໍາໃຊ້ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ.

ທ່ານ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ແຂວງສະຫວັນນະເຂດ ກໍ່ເປັນແຂວງທີ່ມີເນື້ອທີ່ກວ້າງໃຫຍ່ທີ່ສຸດຂອງ ສປປ ລາວ, ທົ່ວແຂວງ ມີເນື້ອທີ່ທັງໝົດ 2.177.400 ເຮັກຕາ, ໃນນັ້ນ ມີເນື້ອທີ່ດິນປ່າໄມ້ ທີ່ໄດ້ຜ່ານການຈັດສັນແລ້ວ ຈໍານວນ 1.244.358 ເຮັກຕາ ( ເທົ່າກັບ 57.14%), ໃນນັ້ນ ລວມມີ: ປ່າສະຫງວນ 661.792 ເຮັກຕາ, ປ່າປ້ອງກັນ 309.048 ເຮັກຕາ, ປ່າຜະລິດ 202.485 ເຮັກຕາ ແລະ ປ່າປູກ 70.853 ເຮັກຕາ, ໃນມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 02/ສພຊ, ລົງວັນທີ 13/1/2021 ໄດ້ມີການຮັບຮອງເອົາແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ໂດຍກໍານົດ “ໃຫ້ຈັດສັນເປັນທີ່ດິນປ່າໄມ້ 1.449.552 ເຮັກຕາ (ເທົ່າກັບ 66,57% ຂອງເນື້ອທີ່ທົ່ວແຂວງ) ” ເພື່ອເປັນການປະກອບສ່ວນເຮັດສໍາເລັດຕົວເລກຄາດໝາຍ ດ້ານຍຸດສາດ ກ່ຽວກັບການຍົກລະດັບຄວາມປົກຫຸ້ມປ່າໄມ້ຂອງລັດຖະບານ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ໄດ້ກໍານົດໃຫ້ອັດຕາການປົກຫຸ້ມປ່າໄມ້ ບັນລຸ 66,57%. ສະນັ້ນ, ໃນ 5 ປີຂ້າງໜ້າ ພະແນກກະສິກໍາ ແລະ ປ່າໄມ້ ໄດ້ກໍານົດຕົວເລກຄາດໝາຍສູ້ຊົນ ກ່ຽວກັບວຽກງານປູກໄມ້ຟື້ນຟູປ່າໄວ້ ດັ່ງນີ້: ສູ້ຊົນເກັບແກ່ນໄມ້ໃຫ້ໄດ້ 46.500 ກິໂລ, ກ້າເບ້ຍໄມ້ໃຫ້ໄດ້ 60.000.000 ເບ້ຍ, ປູກໄມ້ໃຫ້ໄດ້ 51.225 ເຮັກຕາ ແລະ ຟື້ນຟູປ່າໄມ້ໃຫ້ໄດ້ 205. 378 ເຮັກຕາ.

ສະເພາະປີ 2026 ນີ້, ພະແນກກະສິກໍາ ແລະ ປ່າໄມ້ພວກເຮົາ ມີແຜນທີ່ຈະປູກໄມ້ທົ່ວແຂວງໃຫ້ໄດ້ໃນເນື້ອທີ່ທັງໝົດ 10.245 ເຮັກຕາ ໂດຍໄດ້ມີການແບ່ງປັນ ແລະ ມອບໝາຍຕົວເລກດັ່ງກ່າວໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິ ບັດດັ່ງນີ້: ພາກລັດ ຈະປູກໃຫ້ໄດ້ທັງໝົດ 95 ເຮັກຕາ ປະກອບມີ: ຂະແໜງປ່າໄມ້ແຂວງ 5 ເຮັກຕາ, ກອງກວດກາປ່າໄມ້ແຂວງ 5 ເຮັກຕາ, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ 5 ເຮັກຕາ, ກອງຄຸ້ມຄອງເຂດປ່າໂຄກ ໂອງ-ມັ່ງ ແຫ່ງຊາດ 5 ເຮັກຕາ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ-ນະຄອນ 75 ເຮັກຕາ, ຈາກນີ້ກໍ່ແມ່ນພາກສ່ວນບໍລິສັດ ແລະ ໂຮງງານຕ່າງໆທົ່ວແຂວງປູກໃນເນື້ອທີ່ 10.000 ເຮັກຕາ ແລະ ປະຊາຊົນໃນທົ່ວແຂວງອີກຈຳນວນ 150 ເຮັກ ຕາ. ສຳລັບຊະນິດໄມ້ທີ່ຈະປູກ ລວມມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ຫໍາງົວ, ໄມ້ແຄນ, ໄມ້ວິກ, ໄມ້ກະຖິນນະລົງ, ໄມ້ຢາງພາລາ, ໄມ້ປະດັບ ແລະໄມ້ໃຫ້ໝາກຊະນິດຕ່າງໆ.

ທ່ານ ປອ ສຸນັນທາ ຈຸນລະມະນີ ໄດ້ກ່າວໃຫ້ຮູ້ຕື່ມວ່າ: ພິເສດ, ເພື່ອເປັນການສ້າງຂະບວນການປູກຕົ້ນໄມ້ ເນື່ອງໃໃນວັນປູກຕົ້ນໄມ້ແຫ່ງຊາດ; ທັງເພື່ອເປັນການແຈ້ງເເຕືອນໃຫ້ທົ່ວປວງຊົນຊາວແຂວງສະຫວັນນະເຂດຊາບ ກ່ຽວກກັບການມາຮອດມາເຖິງຂອງລະດູການປູກໄມ້ ແລະຟື້ນຟູປ່າໄມ້ ຕິດພັນກັບຂະບວນການ ປົກປັກຮັກສາສິ່ງແວດລ້ອມ ແລະສະເຫຼີມສະຫຼອງວັນເດັກນ້ອຍສາກົນປະຈໍາປີນີ້, ພະແນກກະສິກໍາ ແລະປ່າໄມ້ ຈະໄດ້ຮ່ວມກັບອົງການປົກຄອງນະຄອນໄກສອນພົມວິຫານ ຫ້າງຫາກະກຽມຈັດພິທີດັ່ງກ່າວຂຶ້ນ ໂດຍໄດ້ກໍານົດເອົາ ເຂດໂຄງການກໍ່ສ້າງກັນເຈື່ອນແຄມຂອງ, ເຂດບ້ານທ່າແຮ່ ເປັນບ່ອນຈັດພິທີ, ຊຶ່ງໃນພິທີດັ່ງກ່າວ ພວກເຮົາຈະສຸມໃສ່ການສ້າງຂະບວນປູກຕົ້ນໄມ້ໃຫຍ່ປະເພດຕົ້ນດູ່, ຕົ້ນກະໂດນນໍ້າ, ຕົ້ນກະໂດນໂຄກ, ຕົ້ນຈານ, ຕົ້ນຄູນ, ຄາດຄະເນຈະປູກໃຫ້ໄດ້ທັງໝົດ 42 ຕົ້ນ.

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ  ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ

      7/30/2026 10:36:34 AM

      ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.

    • ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນ

      7/30/2026 10:23:38 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.

    • ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່ບົດ-ສາລະຄະດີ

      ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່

      7/30/2026 10:10:28 AM

      ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

    • ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການບົດ-ສາລະຄະດີ

      ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການ

      7/30/2026 10:06:41 AM

      ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.

    • ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ ບົດ-ສາລະຄະດີ

      ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

      7/29/2026 10:28:35 AM

      ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

ads
ads

Top