ຮົງກົງ ກາຍເປັນສູນບໍລິຫານຊັບສິນຂ້າມຊາດໃຫຍ່ ທີ່ສຸດຂອງໂລກ

01/06/2026 12:00
ຂປລ ນັບ​ມາ​ຮອດ ​ທ້າຍ​ປີ 2025, ​ເຂດ​ບໍລິຫານ​ພິ​ເສດ ຮົງ​ກົງ ຂອງ ສປ ​ຈີນ​ ໄດ້ຄຸ້ມ​ຄອງ ບໍລິ​ຫາ​ນ ຊັບ​ສິນ​ ຂ້າ​ມປະ​ເທດ ​ຈໍານວນ 2.950 ຕື້​ໂດ​ລາສະຫະລັດ ​ເຊິ່ງລື່ນ​ກາຍ ​ປະ​ເທດສະ​ວິດສ ເປັນຄັ້ງ​ທໍາ​ອິດ ​ແລະ​ ກາຍ​ເປັນ​ສູນ​ຄຸ້ມ​ຄອງ ​ບໍລິຫານ​ຊັບ​ສິນ​ຂ້າ​ມຊາດ ​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ບໍລິສັດ​ ທີ່​ປຶກສາ ​ໂບສຕັນ ​ໄດ້​ເຜີ​ຍ​ແຜ່ ​ບົດ​ລາຍ​ງານ​ ຊັບ​ສິນ​ທົ່ວ​ໂລກ​ປີ 2026 ໂດຍລະບຸ​ວ່າ: ນັບ​ມາ​ຮອດ ​ທ້າຍ​ປີ 2025, ​ເຂດ​ບໍລິຫານ​ພິ​ເສດ ຮົງ​ກົງ ຂອງ ສປ ​ຈີນ​ ໄດ້ຄຸ້ມ​ຄອງ ບໍລິ​ຫາ​ນ ຊັບ​ສິນ​ ຂ້າ​ມປະ​ເທດ ​ຈໍານວນ 2.950 ຕື້​ໂດ​ລາສະຫະລັດ ​ເຊິ່ງລື່ນ​ກາຍ ​ປະ​ເທດສະ​ວິດສ ເປັນຄັ້ງ​ທໍາ​ອິດ ​ແລະ​ ກາຍ​ເປັນ​ສູນ​ຄຸ້ມ​ຄອງ ​ບໍລິຫານ​ຊັບ​ສິນ​ຂ້າ​ມຊາດ ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ໃນ​ຖານະ​ເປັນ​ສູນ​ການ​ເງິນ​ສາກົນ ​ທີ່​ປະຕິບັດ​“​ປະ​ເທດ ດຽວ​ສອງ​ລະບອບ”, ​ເຂດບໍລິຫານ ພິເສດ ​ຮົງ​ກົງ ຂອງ ສປ ຈີນ ໄດ້​ອະນຸມັດ​​ໃຫ້​ເງິນ​ທຶນ​ເຂົ້າ-ອອກ​ຢ່າງ​​ເສລີ ​ແລະ ​ມີ​ລະ​ບຽບ​ການ​ໂປ່​ງ​ໃສ, ​ໂດຍ​ໄດ້​ສະໜອງ​ສະພາບ​ແວດ​ລອມ​ ດ້ານ​ການ​ດໍາ​ເນີນ​ ທຸລະ​ກິດ ທີ່​ໂປ່​ງ​ໃສ, ໝັ້ນ​ທ່ຽງ ​ແລະ ​ສາມາດ​ຄາດ​ຄະ​ເນ​ໄດ້​ໃຫ້​​ ແກ່​ເງິນ ​ທຶນ​ທົ່ວ​ໂລກ. ນອກຈາກ​ນີ້​ແລ້ວ, ຮົງ​ກົງ​ ຍັ​ງໄດ້​ຈັດ​ຕັ້ງ​ທີ​ມງານບໍລິການ​ແບ​ບມື​ອາຊີບ ​ໃນ​ດ້ານຕ່າງໆ ຄື: ການ​ເງິນ, ກົດໝາຍ, ການ​ຈໍລະ​ຈອນ​ສິນຄ້າ ​ແລະ ການ​ປະດິດ​ສ້າງ​ໃໝ່​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເປັນ​ຕົ້ນ ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ໃນ​ພາກ​ພື້ນ ​ແລະ ​ເປີດ​ປະຕູ​ສູ່​ພາຍ​ນອກ​ ຢ່າງ​ມີ​ຄຸນ​ນະພາ​ບສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top