ພ້ອມກັນປູກໄມ້ໃຫ້ເປັນປ່າແນໃສ່ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70%

01/06/2026 10:48
ຂປລ ຂປລ. ເນື່ອງໃນໂອກາດວັນເດັກນ້ອຍສາກົນຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ໃນປີນີ້ຫລາຍພາກສ່ວນໄດ້ຈັດກິດຈະກຳສະຫລອງວັນດັ່ງກ່າວຢ່າງເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ

ຂປລ. ເນື່ອງໃນໂອກາດວັນເດັກນ້ອຍສາກົນຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ໃນປີນີ້ຫລາຍພາກສ່ວນໄດ້ຈັດກິດຈະກຳສະຫລອງວັນດັ່ງກ່າວຢ່າງເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ  ເພື່ອເປັນການປະກອບສ່ວນໃນການສ້າງຄວາມສົມດຸນໃຫ້ແກ່ທຳມະຊາດ ກໍຄື ປະກອບສ່ວນໃຫ້ແກ່ສັງຄົມໃນການປູກຕົ້ນໄມ້ໃຫ້ເປັນປ່າ ໂດຍສະເພາະແມ່ນສ້າງໃຫ້ກົມກອງມີສີຂຽວ ແລະ ຄືນຄວາມສົມບູນໃຫ້ແກ່ທຳມະຊາດ ໂດຍທຸກໆປີພະນັກງານ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ພາກັນຈັດກິດຈະກຳຢ່າງເປັນຂະບວນຟົດຟື້ນເພື່ອປູກໄມ້ໃຫ້ເປັນປ່າແນໃສ່ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ຕາມທິດທາງ ແລະ ຄາດໝາຍຂອງລັດຖະບານ.

ປ່າໄມ້ ແມ່ນຊັບພະຍາກອນທໍາມະຊາດ ອັນລໍ້າຄ່າ ເຊິ່ງເປັນມໍລະດົກຕົກທອດ ຈາກບັນພະບຸລຸດ ແລະ ມີບົດບາດສໍາຄັນທີ່ສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອ້ອມ ແລະ ຕໍ່ການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີ ຄວາມອຸດົມສົມບູນ ແລະ ຍືນຍົງ; ມີບົດບາດສຳຄັນຕໍ່ການປ້ອງກັນ ການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດອັນນີ້ ແມ່ນຄົນເຮົາບໍ່ສາມາດເຮັດແທນໄດ້. ນອກຈາກນັ້ນ, ປ່າໄມ້ ແລະ ທີ່ດິນປ່າໄມ້ ຍັງປະກອບສ່ວນຢ່າງໃຫຍ່ຫລວງ ຕໍ່ການພັດທະນາ ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດຊົນນະບົດ ເຊິ່ງບໍ່ພຽງແຕ່ນໍາໃຊ້ໄມ້ ເພື່ອປຸກສ້າງເຮືອນຊານ ເທົ່ານັ້ນ ແຕ່ຍັງອາໄສປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນແຫລ່ງທໍາມາຫາກິນ, ຢາປົວພະຍາດ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບໃຫ້ຄອບຄົວອີກດ້ວຍ. ແຕ່ປັດຈຸບັນ ປ່າໄມ້ພວມຖືກຄຸກຄາມຈາກການຖາກຖາງປ່າເຮັດໄຮ່, ການລັກລອບຕັດໄມ້ ແລະ ການຂະຫຍາຍຕົວຂອງຕົວເມືອງ. ລັດຖະບານລາວໄດ້ຕັ້ງເປົ້າໝາຍເພີ່ມເນື້ອທີ່ປົກຄຸມຂອງປ່າໄມ້ໃຫ້ໄດ້ 70% ໂດຍຜ່ານການຟື້ນຟູປ່າ ແລະ ການປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວໃນງານຖະແຫລງຂ່າວເນື່ອງໃນໂອກາດວັນປູກຕົ້ນໄມ້ ໃນວັນທີ 25 ພຶດສະພາ 2026 ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ໃຫ້ເປັນຂະບວນຟົດຟື້ນ, ໂດຍມີແຜນການເກັບແກ່ນພັນໄມ້ໃຫ້ໄດ້ 1 ແສນກວ່າກິໂລກຣາມ, ກ້າເບ້ຍໄມ້ 25 ລ້ານກວ່າເບ້ຍ ແລະ ປູກໄມ້ 50 ພັນກວ່າເຮັກຕາ. ສຳລັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໃນເນື້ອທີ່ ປະມານ 50 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ ທີ່ຈະນຳໄປປູກ ມີ: ໄມ້ດູ່,ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ຈຳນວນ 80 ພັນ ກວ່າເບ້ຍ.

ສຳລັບ ການຈັດກິດຈະກຳໃນວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້, ເຊີນຊວນທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ພ້ອມກັນປູກຕົ້ນໄມ້ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖີ່ນ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນ ເຊິ່ງການປູກຕົ້ນໄມ້ແມ່ນສາມາດປູກໄດ້ແຕ່ດຽວນີ້ ຈົນຮອດທ້າຍລະດູຝົນ ໃນບ່ອນທີ່ມີເງື່ອນໄຂ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ຕາມເງື່ອນໄຂຕົວຈິງ.

KPL

ຂ່າວອື່ນໆ

ads
ads

Top