ຂປລ
ກອງປະຊຸມຄົບຄະນະ ຂອງຄະນະກຳມາທິການເອີຣົບ ໄດ້ດຳເນີນ ການປຶກສາຫາລື ການພົວພັນກັບ ສປ ຈີນ. ຈາກນັ້ນ ໂຄສົກກະຊວງການຄ້າຈີນ ກ່າວວ່າ: ສປ ຈີນ-ເອີຣົບ ກາຍເປັນຄູ່ຮ່ວມມືດ້ານເສດຖະກິດ ການຄ້າ ສຳຄັນ ທີ່ມີຄວາມສະເໝີພາບກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມຄົບຄະນະ ຂອງຄະນະກຳມາທິການເອີຣົບ ໄດ້ດຳເນີນ ການປຶກສາຫາລື ການພົວພັນກັບ ສປ ຈີນ. ຈາກນັ້ນ ໂຄສົກກະຊວງການຄ້າຈີນ ກ່າວວ່າ: ສປ ຈີນ-ເອີຣົບ ກາຍເປັນຄູ່ຮ່ວມມື ດ້ານເສດຖະກິດ ການຄ້າ ສຳຄັນ ທີ່ມີຄວາມສະເໝີພາບກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຫວັງວ່າ ເອີຣົບ ຈະປະຕິບັດຕາມກົດລະບຽບ ຂອງອົງການການຄ້າໂລກ, ຍຶດໝັ້ນການຄ້າເສລີ ແລະ ການແຂ່ງຂັນ ຢ່າງຍຸຕິທຳ, ເດັດດ່ຽວຄັດຄ້ານລັດທິປົກປ້ອງ ແລະ ລັດທິຝ່າຍດຽວ.ໂຄສົກກະຊວງການຄ້າຈີນຊີ້ອອກວ່າ: ເອີຣົບ ຈະມຸ່ງໜ້າໄປສູ່ເປົ້າໝາຍດຽວກັນກັບຝ່າຍ ສປ ຈີນ, ຮ່ວມກັນຈັດຕັ້ງປະຕິບັດຄວາມເຫັນ ທີ່ເປັນເອກະພາບກັນ ຂອງຜູ້ນຳສອງປະເທດ, ແກ້ໄຂຄວາມຂັດແຍ້ງກັນ ຢ່າງເໝາະສົມ ໂດຍຜ່ານການສົນທະນາກັນ ແລະ ປຶກສາຫາລືກັນ ເພື່ອຊຸກຍູ້ໃຫ້ການພົວພັນ ດ້ານເສດຖະກິດການຄ້າຈີນ-ເອີຣົບ ຂະຫຍາຍຕົວ ຢ່າງປອດໃສ ແລະ ໝັ້ນທ່ຽງ. ຖ້າຫາກວ່າ ເອີຣົບ ຍຶດໝັ້ນທີ່ ຈະນຳໃຊ້ເຄື່ອງມືການຄ້າໃໝ່ ແລະ ຂໍ້ຈຳກັດແບບຈຳແນກ, ສປ ຈີນ ຈະຄັດຄ້ານຢ່າງເດັດດ່ຽວ ແລະ ນຳໃຊ້ມາດຕະການ ທີ່ມີປະສິດທິຜົນເພື່ອປົກປ້ອງຜົນປະໂຫຍດຂອງຕົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL