“ຜູ້ພິທັກແຫ່ງທະເລໝອກ ກັບຕົ້ນສົນ ຕ້ອນຮັບແຂກ”ສັນຍາລັກຂອງປະເທດຈີນ

01/06/2026 17:37
ຂປລ ເບິ່ງສູງຂຶ້ນໄປເໜືອທະເລໝອກ ທີ່ຢູ່ເທິງຍອດຜາຮວງຊານ (Mount Huangshan) ທີ່ມີຄວາມສູງຫລາຍ ກວ່າ1.800ແມັດ, ມີຕົ້ນໄມ້ພັນປີຕົ້ນໜຶ່ງ ຕັ້ງຢ່າງສະຫງ່າຢູ່ຢ່າງໂດດດ່ຽວ ແຕ່ແບກຫາບພາລະກິດ ທາງການ ທູດອັນຍິ່ງໃຫຍ່ຂອງຊາດ.

ຂປລ.ເບິ່ງສູງຂຶ້ນໄປ ເໜືອທະເລໝອກ ທີ່ຢູ່ເທິງຍອດຜາຮວງຊານ (Mount Huangshan) ທີ່ມີຄວາມສູງຫລາຍກວ່າ1.800ແມັດ, ມີຕົ້ນໄມ້ ພັນປີຕົ້ນໜຶ່ງ ຕັ້ງຢ່າງສະຫງ່າຢູ່ຢ່າງໂດດດ່ຽວ ແຕ່ແບກຫາບພາລະກິດ ທາງການທູດອັນຍິ່ງໃຫຍ່ຂອງຊາດ. ຕົ້ນສົນອີງເຄີຊົງ (Yingkes ong) ຫຼື "ຕົ້ນສົນຕ້ອນຮັບແຂກ" (Guest-Greeting Pine) ທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ ຍ້ອນມີງ່າຂະໜາດໃຫຍ່ ທີ່ເດ່ຍາວອອກ ຄ້າຍຄືກັບການ ຍື່ນແຂນອອກໄປ ເພື່ອຕ້ອນຮັບແຂກ ດ້ວຍຄວາມຈິງໃຈ.

ໃນຂະນະທີ່ ນັກທ່ອງທ່ຽວ ຫຼາຍລ້ານຄົນ ໄດ້ເຫັນພຽງຮູບພາບ ຂອງມັນ ຢູ່ໃນພາບແຕ້ມນໍ້າໝຶກ ແບບບູຮານ ຫຼື ໃນຮູບແກະສະຫລັກ ເຫຼັກ ກ້າ ຢູ່ໃນມະຫາ ສາລາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ, ມີໜ້ອຍຄົນທີ່ສຸດ ທີ່ຈະຮູ້ວ່າ ສິ່ງທີ່ມີຊີວິດນີ້ ເປັນມໍລະດົກອັນລໍ້າຄ່າ ທີ່ມີຊີວິດລອດມາໄດ້ ແມ່ນຍ້ອນ ຄວາມຕັ້ງໃຈ ແລະ ການເຝົ້າລະວັງຢ່າງໃກ້ຊິດ ຈາກຜູ້ດູແລທີ່ເປັນມະນຸດ ໃນທຸກເວລາ.

ໃນວັນທີ 29 ພຶດສະພາ 2026, ນັກຂ່າວ ຈາກພາກພື້ນອາຊີ-ປາຊີຟິກ ໄດ້ເດີນທາງຂຶ້ນໄປ ສູ່ຍອດຜາຫີນແກຣນິດ ຢູ່ແຂວງອານຮຸຍ ເພື່ອ ເຂົ້າສຳ ພາດບຸກຄົນ ທີ່ຢູ່ເບື້ອງຫຼັງຕຳນານນີ້: ທ່ານ ຮູຊຽວຊຸນ (Mr. Hu Xiaochun), ຜູ້ພິທັກຮຸ່ນ ທີ19 ຢ່າງເປັນທາງການ ຂອງ “ຕົ້ນສົນຕ້ອນ ຮັບແຂກ”.ຈາກ ທະຫານມາ ເປັນຜູ້ເບິ່ງແຍງຮັກສາ ແລະ ມີຄວາມຮັກຕົ້ນໄມ້ ປຽບເໝືອນ ຄົນໃນຄອບຄົວ.

ທ່ານຮູຊຽວຊຸນ ເກີດຢູ່ບ້ານຊົນນະບົດ ໃນເມືອງຮວງຊານ, ຈຶ່ງມີຄວາມຜູກພັນ ຢ່າງເລິກເຊິ່ງກັບ ໜ້າຜາທີ່ສູງຊັນ ແລະ ຮ່ອມພູທີ່ມີ ໝອກ ປົກຄຸມ ຂອງ ບ້ານເກີດ. ຫຼັງຈາກຮັບໃຊ້ຊາດ ໃນກອງທັບຈີນ ເປັນເວລາ 6 ປີ, ນັກຮົບເກົ່າ ຜູ້ນີ້ກໍໄດ້ກັບຄືນ ເມືອບ້ານເກີດ ແລະ ໄດ້ຫັນປ່ຽນ ຄວາມ ຮັບຜິດຊອບ ຂອງຕົນໄປສູ່ ການບໍລິການ ອີກຮູບແບບໜຶ່ງ ທີ່ມີຄວາມແຕກຕ່າງ ຢ່າງສິ້ນເຊີງ. ໃນ ປີ 2010, ລາວໄດ້ຮັບການ ຄັດເລືອກໃຫ້ ສືບທອດຕຳແໜ່ງ ຜູ້ພິທັກອັນເປັນເອກະລັກນີ້ ເຊິ່ງມີ ປະຫວັດສືບທອດ ກັນມາຕັ້ງແຕ່ ປີ1981. ໃນໄລຍະເວລາກວ່າ 16 ປີຜ່ານມາ, ທ່ານ ຮູຊຽວຊຸນ ບໍ່ໄດ້ຄິດວ່າ ການເບິ່ງແຍງຕົ້ນໄມ້ ບູຮານນີ້ເປັນພຽງແຕ່ ໜ້າທີ່ການງານ ເທົ່ານັ້ນ, ຫາກລາວປະຕິບັດ ຕໍ່ມັນຄືກັບຄົນ ໃນຄອບຄົວ.

ທ່ານ ຮູ ຊຽວຊຸນ ກ່າວຕໍ່ນັກຂ່າວວ່າ :“ຖ້າທ່ານເບິ່ງວ່າ ມັນເປັນພຽງແຕ່ ໜ້າທີ່ໃນການເບິ່ງ ແຍງຕົ້ນໄມ້ຕົ້ນໜຶ່ງ, ມັນກໍຈະບໍ່ມີ ຄວາມໝາຍ ຫຍັງເລີຍ, ແຕ່ຖ້າທ່ານປະຕິບັດ ຕໍ່ຕົ້ນສົນນີ້ ຄືກັບສະມາຊິກ ໃນຄອບຄົວຂອງທ່ານ, ທຸກສິ່ງທຸກຢ່າງຈະປ່ຽນໄປ. ສຳລັບການ ເຮັດວຽກຂອງ ຂ້ອຍແມ່ນການ ໄດ້ເຫັນມັນເຕີບໃຫຍ່, ມີລໍາຕົ້ນທີ່ແຂງແຮງ ແລະ ຢາກຮູ້ວ່າ ມັນຈະຢູ່ໄດ້ດົນນານ ເທົ່າໃດ ເພື່ອຕ້ອນຮັບແຂກ ທີ່ມາຈາກທົ່ວ ທຸກມູມໂລກ”. ພາລະໜ້າທີ່ນີ້ ແມ່ນມີຄວາມຍາກລຳບາກ ແລະ ກົດດັນຢ່າງຍິ່ງ. ທ່ານ ຮູຊຽວຊຸນ ຕ້ອງໃຊ້ເວລາຫຼາຍກວ່າ 300 ວັນ ຕໍ່ປີອາໄສຢູ່ ເທິງພູ ເຂົາ, ຕ້ອງຈາກພັນລະຍາ ແລະ ລູກສາວທີ່ອາໄສຢູ່ໄກອອກໄປ 30 ກິໂລແມັດ. ລາວຕ້ອງກວດກາ ສະພາບແວດລ້ອມ ເປັນປະຈໍາໃນທຸກໆ 2ຊົ່ວໂມງ ໃນຕອນກາງເວັນ ເພື່ອຕິດຕາມ ຄວາມຍືນຍົງ ຂອງລຳຕົ້ນ, ແຮງກົດດັນຂອງກິ່ງງ່າ, ໂຄງຄໍ້າ ແລະ ອື່ນໆ.

ຖ້າສະພາບອາກາດ ທີ່ຮ້າຍແຮງເຊັ່ນ: ພາຍຸໄຕ້ຝຸ່ນ ຫລື ຫິມະຕົກໜັກ ປົກຄຸມໃສ່ຍອດຜາເປັນປະຈຳ, ທ່ານ ຮູຊຽວຊຸນ ຈະຕ້ອງກວດກວດກາ ໃນທຸກໆ 30 ນາທີ ແລະ ເຮັດວຽກຕະຫຼອດ24ຊົ່ວໂມງ ໃນໄລຍະທີ່ ເກີດພາຍຸໄຕ້ຝຸ່ນແຮງ ເມື່ອປີ 2012, ທ່ານຮູຊຽວຊຸນ ໄດ້ຜູກມັດຕົນເອງໄວ້ ກັບພູຜາແຫ່ງນີ້ ເພື່ອປົກປ້ອງຕົ້ນສົນ, ເຖິງແມ່ນວ່າ ລາວ ຈະໄດ້ຮັບຂ່າວວ່າ ລູກສາວທີ່ຫາກໍເກີດໃໝ່ ຂອງລາວຕ້ອງເຂົ້າໂຮງໝໍ ຍ້ອນພະຍາດ ປອດບວມ ກໍຕາມ. ທ່ານ ຮູ ຊຽວຊຸນ ກ່າວວ່າ : “ຂ້ອຍບໍ່ສາມາດ ປະໜ້າທີ່ໄດ້”. ເພິ່ນໄດ້ຫວນຄິດ ເຖິງເວລານັ້ນ ພ້ອມທັງສະແດງ ໃຫ້ເຫັນເຖິງ ລະບຽບວິໄນ ອັນເດັດດ່ຽວ ຂອງການເປັນທະຫານເກົ່າວ່າ :“ຂ້ອຍມີພາລະໜ້າທີ່ ແລະ ຂ້ອຍຕ້ອງເຮັດໃຫ້ດີທີ່ສຸດ”.

ການປະສານສົມທົບ ລະຫວ່າງ ເຕັກໂນໂລຊີ ແລະ ຮີດຄອງປະເພນີ:

ຕົ້ນສົນຮວງຊານຖືເປັນ ສິ່ງມະຫັດສະຈັນ ທາງລະບົບນິເວດ; ຕາມມາດຕະຖານທ້ອງຖິ່ນແລ້ວ, ມີພຽງແຕ່ຕົ້ນສົນ ທີ່ເຕີບໃຫຍ່ ຢູ່ກາຍລະດັບ ຄວາມສູງ 800ແມັດ ເທົ່ານັ້ນ ຈຶ່ງຈະໄດ້ຮັບຊື່ນີ້. ພວກມັນ ຢັ່ງຮາກເລິກເຂົ້າໄປ ໃນຮອຍແຕກຂອງຫີນແກຣນິດ ທີ່ ສູງຊັນ, ເຕີບໃຫຍ່ອອກ ມາຈາກໜ້າຜາຊັນໂດຍກົງ ເຊິ່ງເປັນສິ່ງຢັ້ງຢືນເຖິງ ຄວາມທົນທານ ແລະ ຊ່ວຍສະທ້ອນໃຫ້ເຫັນເຖິງ ຈິດວິນຍານຂອງປະຊາຊົນທ້ອງຖິ່ນ.

ປັດຈຸບັນ, ຄວາມມຸ່ງໝັ້ນ ທີ່ ສືບທອດມາແຕ່ບູຮານ ຂອງ ທ່ານ ຮູຊຽວຊຸນ ແມ່ນໄດ້ຮັບການສະໜັບສະໜູນ ຈາກເຕັກໂນໂລຊີ ການອະນຸລັກ ໃນສະ ຕະວັດທີ21. ຕົ້ນໄມ້ຕົ້ນນີ້ ຖືກອ້ອມຮອບດ້ວຍລະບົບ ກວດຈັບການບຸກລຸກ ດ້ວຍອິນຟຣາເລດ ເພື່ອປ້ອງກັນສັດປ່າຕ່າງໆຄື: ລີງປ່າ, ກະຮອກແລະ ນັກທ່ອງທ່ຽວ ທີ່ ມັກຖ່າຍຮູບ ແບບບໍ່ລະມັດລະວັງ. ນອກຈາກນີ້, ຍັງມີຄະນະຜູ້ຊ່ຽວຊານ ຈາກຫຼາຍຂະແໜງການ ທັງດ້ານປ່າໄມ້, ວິສະວະກອນ ແລະ ນັກອຸຕຸນິຍົມ ວິທະຍາທີ່ຄອຍຊ່ວຍເຫຼືອ ທ່ານຮູຊຽວຊຸນ ໂດຍການນຳໃຊ້ໂດຣນ (Drones) ແລະເຊັນເຊີ ວັດແທກແຮງກົດດັນ ເພື່ອຕິດຕາມ ສະພາບ ໂຄງ ສ້າງຂອງຕົ້ນໄມ້

.

ບົດ“ບັນທຶກປະຈຳວັນ ຂອງຕົ້ນສົນ ”ທີ່ຂຽນດ້ວຍລາຍມື ຢ່າງລະອຽດຂອງ ທ່ານຮູຊຽວຊຸນ ເຊິ່ງບັນທຶກ ກ່ຽວກັບຮູບແບບການປົງໜໍ່, ການ ປ່ຽນໃບເຂັມ ແລະ ສະພາບອາກາດ ໃນປັດຈຸບັນມີຈຳ ນວນຕົວອັກສອນ ຈີນຫຼາຍກວ່ າ1,6ລ້ານຕົວ ອັກສອນ, ເຊິ່ງກາຍເປັນ ຖານຂໍ້ມູນ ວິທະຍາ ສາດ ທີ່ສຳຄັນສຳລັບ ການອະນຸລັກຕົ້ນໄມ້ ບູຮານ. ຄວາມມຸ່ງໝັ້ນ ຢ່າງເລິກເຊິ່ງ ເຮັດໃຫ້ເພິ່ນໄດ້ ຮັບການຍ້ອງຍໍ ສັນລະເສີນຈາກທົ່ວປະເທດ ໃນຖາ ນະເປັນ“ພົນລະເມືອງດີເດັ່ນຂອງຈີນ” (Good Samaritan of China), ປັດຈຸບັນ ທ່ານ ຍັງດຳລົງຕຳແໜ່ງ ເປັນຜູ້ແທນ ສະພາປະຊາ ຊົນແຫ່ງ ຊາດຈີນ (NPC) ໂດຍເຮັດໜ້າທີ່ ຊຸກຍູ້ການເພີ່ມທະວີຊົດເຊີຍ ທາງດ້ານນິເວດວິທະຍາ ແລະ ການທ່ອງທ່ຽວແບບຍືນຍົງ.

ພູຜາແຫ່ງຕຳນານ ແລະການທ່ອງທ່ຽວ ສະໄໝໃໝ່ :

ຄວາມສຳຄັນທາງ ດ້ານວັດທະນະທຳ ຂອງ ພາລະໜ້າທີ່ ຂອງ ທ່ານຮູຊຽວຊຸນ ແມ່ນໄດ້ສະແດງອອ ໂດຍຜ່ານທັດສະນີຍະພາບ ອັນເປັນຕຳ ນານ ທີ່ລາວປົກປ້ອງ. ພູຜາຮວງຊານ ໄດ້ຮັບການຮັບຮອງຢ່າງເປັນທາງການ ຈາກ ອົງການອຸຍເນສໂກ (UNESCO) ໃຫ້ເປັນທັງມໍລະດົກໂລກ ທາງທໍາມະຊາດ, ມໍລະດົກໂລກ ທາງວັດທະນະທຳ ແລະ ອຸທິຍານທໍລະນີວິທະຍາໂລກ ເຊິ່ງມີຄວາມຜູກພັນຢ່າງເລິກເຊິ່ງກັບ ເອກະລັກ ຂອງ ຊາດຈີນ.

ຕາມຕຳນານພື້ນເມືອງບູຮານ, ພູຜາແຫ່ງນີ້ ເຄີຍເປັນ ສະຖານທີ່ທົດລອງ ທາງຈິດວິນຍານຂອງ ອົງຈັກກະພັດຮວງຕີ (Yellow Emperor), ຜູ້ເປັນບັນພະບຸລຸດ ໃນຕຳນານຂອງປະຊາຊົນຈີນ, ເຊິ່ງເຊື່ອກັນວ່າ ພະອົງໄດ້ມາເກັບສະໝຸນໄພ ສະຫວັນຢູ່ທີ່ນີ້ ເພື່ອປຸງຢາອາຍຸວັດທະນະ ເພື່ອຄວາມ ເປັນອຳມະຕະ. ເມື່ອໜຶ່ງພັນປີກ່ອນ ໃນລາຊະວົງຖັງ, ຈັກກະພັດຖັງສວນ ຈົງມີຄວາມປະທັບໃຈ ຢ່າງຍິ່ງຕໍ່ຕຳນານເຫຼົ່ານີ້ ຈຶ່ງໄດ້ປະກາດ ປ່ຽນຊື່ຜາ ແຫ່ງນີ້ ຈາກ "ຢີ" (Yi) ມາເປັນ "ຮວງ" (Huang - ພູຜາສີເຫຼືອງ) ຢ່າງເປັນທາງການ.

ປັດຈຸບັນ, ພູຜາແຫ່ງນີ້ ເຮັດໜ້າທີ່ເປັນ ເຂດຮັກສາພັນສັດປ່າ ແລະ ລະບົບນິເວດທີ່ໄດ້ຮັບ ການປົກປ້ອງຢ່າງເຂັ້ມງວດ ພ້ອມທັງ ມີທັດສະນີ ຍະພາບ ອັນສວຍສົດງົດງາມ. ຢູ່ເທິງຈອມຜາມີ ຄຸນນະພາບອາກາດ ທີ່ສະອາດກວ່າ ສະພາບແວດລ້ອມ ໃນຕົວເມືອງທົ່ວໄປ ເຖິງ 10 ເທົ່າແລະ ເຕັມໄປ ດ້ວຍ ອົກຊີແຊນທໍສມະຊາດ .

ເຖິງຢ່າງໃດກໍຕາມ, ການຮັກສາ ຄວາມສົມດຸນ ລະຫວ່າງ ການອະນຸລັກ ແລະການຮອງຮັບ ຄວາມນິຍົມ ຈາກນັກທ່ອງທ່ຽວທົ່ວໂລກ ກໍຍັງ ເປັນ ສິ່ງທີ່ທ້າທາຍ:

ດ້ານເສດຖະກິດ: ເຂດອ້ອມຮອບພູເຂົາ ແມ່ນຂຸນເຂົາອັນ ອຸດົມສົມບູນ ໂດຍມີເນື້ອທີ່ເຖິງ 84% ປົກຄຸມດ້ວຍຍອດພູເຂົາ. ໂດຍເຄິ່ງໜຶ່ງ ຂອງ ປະຊາ ກອນທ້ອງຖິ່ນ ແມ່ນເຮັດວຽກໂດຍກົງ ໃນຂະແໜງ ການທ່ອງທ່ຽວ, ໃນຂະນະທີ່ ອີກເຄິ່ງໜຶ່ງແມ່ນ ເຮັດອາຊີບ ເປັນຊາວສວນປູກຊ ທີ່ມີ ຄວາມຊຳນານ ສະເພາະທາງ. ສ່ວນຈຳນວນ ນັກທ່ອງທ່ຽວ: ໃນວັນທຳມະດາ, ອຸທິຍານໄດ້ມີນັກທ່ອງທ່ຽວ ລວມມີ10.000 ຫາ 15.000ຄົນ ຕໍ່ວັນ. ແຕ່ວັນເສົາ-ອາທິດ, ວັນບຸນຕ່າງໆຈຳນວນ ນັກທ່ອງທ່ຽວຈະເພີ່ມຂຶ້ນ ສູງຈົນຮອດຂີດຈຳກັດ ຄວາມປອດໄພ ທີ່ລັດຖະບານ ກຳນົດໄວ້ ຢ່າງເຂັ້ມ ງວດຄືg 50.000ຄົນຕໍ່ວັນ.

ສະນັ້ນ ເພື່ອຮັກສາ ລະບົບນິເວດ ທີ່ ບໍລິສຸດ ແລະ ການປົກປ້ອງ ຄວາມປອດໄພ ຂອງ ນັກທ່ອງທ່ຽວ, ເສັ້ນທາງຍ່າງປ່າ ຈະຖືກປິດ ຢ່າງເຂັ້ມງວດ ໃນຕອນກາງຄືນ, ໂດຍມີ ການເກັບຄ່າເຂົ້າຊົມ190 ຢວນ (RMB) ເພື່ອນຳໄປໃຊ້ ໃນການບຳລຸງຮັກສາ ພື້ນຖານໂຄງລ່າງ. ໃນຂະນະທີ່ ຂະແໜງການ ທ່ອງທ່ຽວສາກົນ ພວມເຕີບໂຕ ຢ່າງແຂງແຮງ, ເຊິ່ງໄດ້ຮັບແຮງຊຸກຍູ້ ຈາກນະໂຍບາຍເປີດກວ້າງ ການຍົກເວັ້ນວີຊາ, ພູເຂົາຮວງຊານ ຈຶ່ງພ້ອມແລ້ວ ທີ່ຈະເປັນຕົວແທນ ທາງທຳມະຊາດ ອັນດັບໜຶ່ງຂອງຈີນ ແລະ ຢູ່ເທິງຍອດພູຢູພິງ (Yuping Peak), ທ່າມກາງສາຍຝົນ, ຫິມະ ແລະ ໝອກທີ່ກຳລັງ ຈາງຫາຍໄປ, ທ່ານ ຮູຊຽວຊຸນ ຈະຍັງຄົງຄອຍຖ້າຢູ່ ຄຽງຂ້າງຕົ້ນສົນຕ້ອນຮັບ ແຂກນີ້ສະເໝີ ເພື່ອຮັບປະກັນວ່າ ສັນຍາລັກ ແຫ່ງມິດ ຕະພາບ ທີ່ໂດ່ງດັງທີ່ສຸດ ຂອງຈີນຈະຍັງຄົງເຕີບໃຫຍ່ ຢ່າງງົດງາມ ໄປອີກຫຼາຍ ສະຕະວັດຕໍ່ໜ້າ./

KPL

ຂ່າວອື່ນໆ

ads
ads

Top