ຂປລ
ຂປລ.ໂຄງການສົ່ງເສີມການປູກເຂົາແບບຍືນຍົງ ບໍລິສັດ ເບຍລາວ ຈຳກັດ ໄດ້ເປັນສ່ວນໜຶ່ງໃນການແກ້ໄຂຄວາມທຸກຍາກ ແລະ ສ້າງອາຊີບໝັ້ນຄົງໃຫ້ແກ່ຊາວນາພາຍ 3 ເມືອງໃນນະຄອນຫລວງວຽງຈັນຄື: ເມືອງຫາດໄຊຟອງ, ໄຊທານີ ແລະ ເມືອງປາກງື່ມ ຊຶ່ງໃນແຕ່ລະດູການ (ນາແຊງ-ນາປີ) ສາມາດສ້າງ ລາຍຮັບເຂົ້າຄອບຄົວຜູ້ເຂົ້າຮ່ວມໂຄງການດັ່ງກ່າວ ຫລາຍສິບລ້ານກີບ. ຍິ່ງໄປກວ່ານັ້ນ ມີບາງຄອບຄົວສາ ມາດມີລາຍຮັບເຖິງ 140 ລ້ານກີບຕໍ່ລະດູການ.

ຂປລ.ໂຄງການສົ່ງເສີມການປູກເຂົາແບບຍືນຍົງ ບໍລິສັດ ເບຍລາວ ຈຳກັດ ໄດ້ເປັນສ່ວນໜຶ່ງໃນການແກ້ໄຂຄວາມທຸກຍາກ ແລະ ສ້າງອາຊີບໝັ້ນຄົງໃຫ້ແກ່ຊາວນາພາຍ 3 ເມືອງໃນນະຄອນຫລວງວຽງຈັນຄື: ເມືອງຫາດໄຊຟອງ, ໄຊທານີ ແລະ ເມືອງປາກງື່ມ ຊຶ່ງໃນແຕ່ລະດູການ (ນາແຊງ-ນາປີ) ສາມາດສ້າງ ລາຍຮັບເຂົ້າຄອບຄົວຜູ້ເຂົ້າຮ່ວມໂຄງການດັ່ງກ່າວ ຫລາຍສິບລ້ານກີບ. ຍິ່ງໄປກວ່ານັ້ນ ມີບາງຄອບຄົວສາ ມາດມີລາຍຮັບເຖິງ 140 ລ້ານກີບຕໍ່ລະດູການ.
ທ່ານ ບຸນສົງ ວົງປະເສີດ ຫົວໜ້າກຸ່ມຜະລິດເຂົ້າເປັນສິນຄ້າຢູບ້ານນາລ້ອງ ເມືອງຟາດຊາຍຟອງນະຄອນຫລວງວຽງຈັນໃຫ້ສຳພາດມໍ່ໆນີ້ວ່າ: ຜ່ານມາ ການຜະລິດເຂົ້າໜຽວແມ່ນຜະລິດແບບທຳມະດາ ແລະ ຂາຍທົ່ວໄປ ຕາມລາຄາທົ່ວໄປ, ແຕ່ພາຍຫລັງເຂົ້າຮ່ວມໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ຂອງບໍລິສັດ ເບຍລາວຈຳກັດ ແລ້ວ ກໍເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ເພາະລາຄາຕະຫລາດເປັນລາ ຄາມາດຕະຖານໃນລາຄາ 15,000 ກີບ/ກິໂລ ຊຶ່ງລາຄາດັ່ງກ່າວ ເຮັດໃຫ້ຊາວນາຜະລິດເຂົ້າເປັນສິນຄ້າ ຕາມຄາດໝາຍ ໂດຍລະດູຜ່ານມາຄອບຄົວຕົນສາມາດຜະລິດເຂົ້າໄດ້ 9 ໂຕນ ໃນເນື້ອທີ່ 2,4 ເຮັກຕາ ໃນນັ້ນ, ສ້າງລາຍຮັບເຂົ້າຄອບຄົວຫລາຍກວ່າ 140 ລ້ານກີບ. ລາຍໄດ້ດັ່ງກ່າວ ເປັນລາຍໄດ້ທີ່ດີຂຶ້ນຂອງຄອບຄົວ ຖ້າທຽບໃສ່ເມືອກ່ອນ. ແນວໃດກໍດີ, ປັດຈຸບັນແມ່ນໄດ້ດຳເນີນການຜະລິດຕາມທີ່ໂຄງການລະບຸໃຫ້ຄາດໝາຍແມ່ນຈະໃຫ້ໄດ້ປະມານ 10 ເຮັກຕາຢູພາຍໃນກຸ່ມບ້ານນາລ້ອງ.
ທ່ານ ບຸນສົງ ວົງປະເສີດ ໃຫ້ຮູ້ຕື່ມວ່າ: ດີໃຈຫລາຍທີ່ມີໂຄງການດີໆແບບນີ້ ມາສົ່ງເສີມປະຊາຊົນຜະລິດເຂົ້າເປັນສິນຄ້າ ໂດຍສະເພາະແມ່ນທາງດ້ານລາຍຮັບຫລັກໆສ່ວນໜຶ່ງແມ່ນການເຂົ້າຮ່ວມໂຄງການ ນີ້ ເມືອທຽບໃສ່ການຜະລິດເຂົ້າເປັນສິນຄ້າ ແລະ ຂາຍທົ່ວໄປ ໂດຍສະເລ່ຍເຂົ້າໄດ້ 9 ໂຕນໄດ້ເງິນປະມານ 40-50 ລ້ານກີບເທົ່ານັ້ນ. ຢາງໃດກໍດີ, ການເຂົ້າຮ່ວມໂຄງການ ໄດ້ເຮັດໃຫ້ຄອບຄົວມີອາຊີບ, ມີລາຍຮັບໝັ້ນຄົງ ອັນເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນກ້າວສູ່ການຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ.
ຂະນະທີ່ ທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການ ແລະ ຊີ້ນຳວຽກກິດຈະການອົງກອນ, ສັງຄົມ ແລະຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ ກໍໃຫ້ຮູ້ວ່າ: ຜົນສຳເລັດສຳຄັນຂອງໂຄງການໃນລະດູນາແຊງ 2025–2026 ສາມາດເກັບກ່ຽວເຂົ້າໄດ້ຫລາຍກວ່າ 1,500 ໂຕນ ພ້ອມກັບການຂະຫຍາຍເນື້ອທີ່ການຜະລິດ ແລະ ຈຳນວນຄອບຄົວຊາວນາເຂົ້າຮ່ວມໂຄງການຢ່າງຕໍ່
ເນືອງ. ສຳລັບເຕັກນິກ AWD ແມ່ນຖືກຍົກໃຫ້ເປັນ “ຫົວໃຈຫລັກ” ຂອງໂຄງການເນື່ອງຈາກສາມາດຊ່ວຍປະຢັດນໍ້າໄດ້ເຖິງ 30% ແລະ ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວໄດ້ເຖິງ 50%. ໃນອະນາຄົດ ທາງໂຄງການ ຈະສືບຕໍ່ຂະຫຍາຍແນວທາງການເຮັດກະສິກຳແບບຟື້ນຟູ ແລະ ສົ່ງເສີມການນຳໃຊ້ AWD ໃນພື້ນທີ່ການປູກເຂົ້າຫລາຍຂຶ້ນ ເພື່ອສ້າງຄວາມຍືນຍົງໃຫ້ແກ່ພາກກະສິກຳຂອງລາວ.
ຕະຫລອດໄລຍະເວລາ 6 ປີຜ່ານມາ ໂຄງການໄດ້ຂະຫຍາຍຕົວຢາງຕເນືອງ ຈາກຈຸດເລມີຕນົທີມີເນືອທີຜະລິດເຂົ້າພຽງ 16 ເຮັກຕາ ແລະ ມີສະມາຊິກຊາວນາໃນໂຄງການພຽງ 14 ຄອບຄົວ ມາຮອດປັດຈຸບັນສາມາດຂະຫຍາຍເນື້ອທີ່ຜະລິດເຂົາໄດ້ຫລາຍກວ່າ 600 ເຮັກຕາ ກວມເອົາເມືອງຫາດຊາຍຟອງ, ໄຊທານີ ແລະ ເມືອງປາກງື່ມ, ໃນນັ້ນ ມີເນື້ອທີ່ຜະລິດເຂົາກະສິກຳອິນຊີ (Organic) 15 ເຮັກຕາ ແລະ ສາມາດເຕົ້າໂຮມຊາວນາເຂົ້າຮ່ວມໂຄງການໄດ້ຫລາຍກວ່າ 400 ຄອບຄົວ ເຮັດໃຫ້ຊາວນາທີ່ເຂົ້າຮ່ວມໄດ້ຮັບຜົນປະໂຫຍດໂດຍກົງຈາກບໍລິສັດ, ມີການຝຶກອົບຮົມ ແລະ ແລກປຽນບົດຮຽນໃນກຸ່ມເປັນປະຈຳ, ຄຸນນະພາບຂອງວັດຖຸດິບມີຄວາມສະຖຽນ, ລາຄາຕົ້ນທຶນການຜະລິດຫລຸດລົງ, ຊາວນາມີລາຍຮັບເພີ່ມຂຶ້ນ ແລະ ເຮັດໃຫ້ມີຄວາມໝັ້ນຄົງທາງດ້ານອາຊີບ, ກ້າວໄປເຖິງການສະໜອງວັດຖຸດິບທ້ອງຖິ່ນທີ່ມີມາດ ຕະຖານສູງຂຶ້ນ.
ຄວາມສຳເລັດຂອງໂຄງການ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດເບຍລາວ ໃນການສົ່ງເສີມກະສິກຳແບບຍືນຍົງ, ການນຳໃຊ້ວັດຖຸດິບພາຍໃນປະເທດ ແລະ ການສ້າງຜົນປະໂຫຍດຮ່ວມກັນລະຫວ່າງພາກທຸລະກິດ, ພາກລັດ ແລະ ຊຸມຊົນຊາວນາ ເພື່ອພັດທະນາພາກກະສິກຳຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ. ທ່ານ ສິດທິໄຊ ເກດຕະວົງກ່າວ.
ໂດຍ:ຢ່າຕົ່ງ
KPL