ຂປລ
ໃນກອງປະຊຸມຢູ່ ບຣຸກແຊນ, ປະເທດ ແບນຊິກ, ບັນດາປະເທດສະມາຊິກ ເອີຣົບ (ອີຢູ) ໄດ້ຮັບຮອງເອົາຂໍ້ຕົກລົງລະຫວ່າງລັດຖະສະພາ ເອີຣົບ(EP) ແລະ ສະພາ ອີຢູ ຢ່າງເປັນທາງການ ເພື່ອແນໃສ່ສ້າງລະບຽບການ ດ້ານນິຕິກຳ ໃຫ້ແກ່ ຂໍ້ຕົກລົງດ້ານການຄ້າກັບ ສ.ອາເມລິກາ ໃຫ້ສົມບູນແບບ ກ່ອນກຳນົດເວລາສຸດທ້າຍແມ່ນວັນທີ 4 ກໍລະກົດນີ້.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ວັນທີ 27 ພຶດສະພາ, ໃນກອງປະຊຸມຢູ່ ບຣຸກແຊນ, ປະເທດ ແບນຊິກ, ບັນດາປະເທດສະມາຊິກ ເອີຣົບ (ອີຢູ) ໄດ້ຮັບຮອງເອົາຂໍ້ຕົກລົງລະຫວ່າງລັດຖະສະພາ ເອີຣົບ(EP) ແລະ ສະພາ ອີຢູ ຢ່າງເປັນທາງການ ເພື່ອແນໃສ່ສ້າງລະບຽບການ ດ້ານນິຕິກຳ ໃຫ້ແກ່ ຂໍ້ຕົກລົງດ້ານການຄ້າກັບ ສ.ອາເມລິກາ ໃຫ້ສົມບູນແບບ ກ່ອນກຳນົດເວລາສຸດທ້າຍແມ່ນວັນທີ 4 ກໍລະກົດນີ້. ຕາມແຈ້ງການກ່ອນໜ້ານັ້ນ ຂອງ EP, ຂໍ້ຕົກລົງລະຫວ່າງອົງການນີ້ ແລະ ສະພາ ອີຢູ ໄດ້ເພີ່ມເນື້ອໃນຈຳນວນໜຶ່ງ ໃນຂໍ້ຕົກລົງ ເພື່ອຫລຸດຜ່ອນຄວາມຂາດ ສະຖຽນລະພາບດ້ານການຄ້າຂ້າມປາຊີຟິກ ແລະ ປົກປ້ອງຂະແໜງ ອຸດສາຫະກຳ, ກະສິກຳ ກໍຄື ວິສາຫະກິດ ຂະໜາດກາງ ແລະ ນ້ອຍຂອງ ອີຢູ ໃຫ້ເປັນຢ່າງດີກວ່າ. ຂໍ້ກຳນົດຕົ້ນຕໍກ່ຽວຂ້ອງເຖິງ ການນຳເຂົ້າສິນຄ້າ ອຸດສາຫະກຳ ແລະ ຜະລິດຕະພັນ ກະສິກຳ - ທັນຍາຫານ ຈະມີບັນດາມາດຕາ ໝົດຜົນສັກສິດໃນວັນທີ 31 ທັນວາ 2029. ພ້ອມກັນນັ້ນ, ຄະນະກຳມະການ ເອີຣົບ ມີສິດຢຸດຕິບັນດາບຸລິມະສິດ ດ້ານພາສີອາກອນ ທີ່ສະຫງວນໃຫ້ແກ່ ສ.ອາເມລິກາ ຖ້າຫາກ ວໍຊິງຕັນ ບໍ່ແກ້ໄຂບັນດາຄວາມວິຕົກກັງວົນຂອງ ອີຢູ ກ່ຽວຂ້ອງເຖິງເລື່ອງ ຈັດວາງພາສີ ສຳລັບສິນຄ້າ ສົ່ງອອກຂອງກຸ່ມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL