ຈີນ ສັ່ງຊື້ເຮືອບິນໂບອິ້ງ ຈາກ ສ.ອາເມລິກາ ຈຳນວນ 200 ລຳ

23/05/2026 15:02
ຂປລ ກະຊວງ ການຄ້າຈີນ ຖະແຫລງ ເມື່ອບໍ່ດົນມານີ້ວ່າ, ຈີນ ໄດ້ຕົກລົງ ທີ່ຈະຊື້ເຮືອບິນ ຈາກ ບໍລິສັດ ໂບອິ້ງ (Boeing) ຈຳນວນ 200 ລໍາ, ພ້ອມທັງ ຈະປຶກສາຫາລື ເພື່ອຂະຫຍາຍ ເວລາ ຂໍ້ຕົກລົງສະຫງົບເສີກ ທາງດ້ານການຄ້າ ທີ່ໄດ້ເຮັດໄວ້ ກັບ ສ.ອາເມລິກາ ຊຶ່ງພວມຈະສິ້ນສຸດລົງ ໃນເດືອນພະຈິກນີ້.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງ ການຄ້າຈີນ ຖະແຫລງ ເມື່ອບໍ່ດົນມານີ້ວ່າ, ຈີນ ໄດ້ຕົກລົງ ທີ່ຈະຊື້ເຮືອບິນ ຈາກ ບໍລິສັດ ໂບອິ້ງ (Boeing) ຈຳນວນ 200 ລໍາ,​ ພ້ອມທັງ ຈະປຶກສາຫາລື ເພື່ອຂະຫຍາຍ ເວລາ ຂໍ້ຕົກລົງສະຫງົບເສີກ ທາງດ້ານການຄ້າ ທີ່ໄດ້ເຮັດໄວ້ ກັບ ສ.ອາເມລິກາ ຊຶ່ງພວມຈະສິ້ນສຸດລົງ ໃນເດືອນພະຈິກນີ້.

ການເຄື່ອນໄຫວ ໃນຄັ້ງນີ້ ມີຂຶ້ນ ພາຍຫລັງ ກອງປະຊຸມ ສຸດຍອດ ຜູ້ນຳ ລະດັບສູງ ຂອງ ທັງສອງປະເທດ  ເພື່ອແນໃສ່ ເປົ້າໝາຍ ທີ່ຈະສ້າງຄວາມ ໝັ້ນຄົງ ໃຫ້ແກ່ ຄວາມສຳພັນ ລະຫວ່າງ ປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ທາງກະຊວງນີ້ ໄດ້ອອກຖະແຫລງການ ໂດຍຢືນຢັນຄຳສັ່ງ ຊື້ເຮືອບິນ ໂບອີ້ງ ເປັນຄັ້ງທຳອິດ ແຕ່ວ່າ ຖະແຫລງການ ດັ່ງກ່າວ ບໍ່ໄດ້ລະບຸ ລາຍລະອຽດ ວ່າເຮືອບິນ ທີ່ສັ່ງຊຶ້ ເປັນລຸ້ນໃດ./

KPL

ຂ່າວອື່ນໆ

ads
ads

Top