ຂປລ
ການພົວພັນລະຫວ່າງ ໄທ-ຫວຽດນາມ ຂະຫຍັນຂັນເຄື່ອນ ແລະ ນັບມື້ນັບມີຍຸດທະສາດກວ່າ, ພິເສດແມ່ນໃນ 2 ທົດສະວັດຜ່ານມາ ເມື່ອສະພາບພູມສາດ ການເມືອງ ພວມຜະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ການພົວພັນລະຫວ່າງ ໄທ-ຫວຽດນາມ ຂະຫຍັນຂັນເຄື່ອນ ແລະ ນັບມື້ນັບມີຍຸດທະສາດກວ່າ, ພິເສດແມ່ນໃນ 2 ທົດສະວັດຜ່ານມາ ເມື່ອສະພາບພູມສາດ ການເມືອງ ພວມຜະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່.
ນີ້ແມ່ນຂໍ້ສັງເກດ ຂອງ ນັກຮຽນຮູ້ ໄທ ທ່ານນາງ ກະວີ ຈົງກິດຕະວອນ, ນັກຊ່ຽວຊານແຖວໜ້າ ກ່ຽວກັບບັນດາບັນຫາພາກພື້ນ, ໃນການແລກປ່ຽນ ກັບ ນັກຂ່າວຢູ່ ນະຄອນຫລວງ ບາງກອກ ເນື່ອງໃນໂອກາດ ການຢ້ຽມຢາມ ໄທ ຢ່າງເປັນທາງ ການຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ເລີ່ມແຕ່ວັນທີ 27-29 ພຶດສະພາ.
ການຢ້ຽມຢາມ ໄທ ຂອງທ່ານ ໂຕເລິມ ແມ່ນກົງກັບໂອກາດ ດ້ວຍຫລາຍເຫດຜົນ. ເປັນຕົ້ນແມ່ນ: ພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕຢ່າງເປັນປົກກະຕິ ປະມານ 8% ໄດ້ຍົກສູງທີ່ຕັ້ງ ຂອງ ຫວຽດນາມ ຄືດັ່ງກຳລັງໜູນເສດຖະກິດ ຢູ່ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້.
ໄທ-ຫວຽດນາມ ແມ່ນສອງພື້ນຖານ ເສດຖະກິດ ໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້ ໃນທະວີບ, ສາຍພົວພັນທີ່ໃກ້ຊິດ ສະໜິດສະໜົມກວ່າ ລະຫວ່າງ ສອງປະເທດ ໄດ້ສົ່ງຜົນສະທ້ອນ ເຖິງສັບຕິພາບ ແລະ ສະຖຽນລະພາບ ຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ.
ນອກຈາກນີ້ ສອງປະເທດ ພວມປະຕິບັດວິໄສທັດ ອາຊຽນ ກ່ຽວກັບ ພາກພື້ນ ມະຫາສະໝຸດ ອິນເດຍ-ປາຊີຟິກ ໃນທຸກຂົງເຂດ ທີ່ໃຫ້ບຸລິມະສິດ. ສະນັ້ນ, ການຢ້ຽມຢາມ ໄດ້ສ້າງກຳລັງໜູນຢ່າງແຮງກວ່າ ໃຫ້ແກ່ ການພົວພັນ ໄທ - ຫວຽດນາມ./
KPL