ຂປລ
“ຕ້ອງຊຸກຍູ້ “3 ເຊື່ອມຕໍ່” ເພື່ອສ້າງເປັນເຂດ ເສດຖະກິດ ເພີ່ມເຕີມໃຫ້ແກ່ກັນ ລະຫວ່າງ ສສ ຫວຽດນາມ ແລະ ໄທ”. ນີ້ແມ່ນຄຳຢືນຢັນຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກ່າວໃນເວທີປາໄສ ວິສາຫະກິດ ຫວຽດນາມ - ໄທ, ຊຶ່ງຈັດຂຶ້ນ ໃນວັນທີ 28 ພຶດສະພານີ້ ຢູ່ນະຄອນຫລວງ ບາງກອກ ຂອງ ໄທ, ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, “ຕ້ອງຊຸກຍູ້ “3 ເຊື່ອມຕໍ່” ເພື່ອສ້າງເປັນເຂດ ເສດຖະກິດ ເພີ່ມເຕີມໃຫ້ແກ່ກັນ ລະຫວ່າງ ສສ ຫວຽດນາມ ແລະ ໄທ”. ນີ້ແມ່ນຄຳຢືນຢັນຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກ່າວໃນເວທີປາໄສ ວິສາຫະກິດ ຫວຽດນາມ - ໄທ, ຊຶ່ງຈັດຂຶ້ນ ໃນວັນທີ 28 ພຶດສະພານີ້ ຢູ່ນະຄອນຫລວງ ບາງກອກ ຂອງ ໄທ, ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ.ໃນໂອກາດນີ້ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ: ການຮ່ວມມື ລະຫວ່າງ 2 ປະເທດ ຕ້ອງຫລາຍກວ່າການແລກປ່ຽນສິນຄ້າທຳມະດາ, ມຸ່ງໄປເຖິງເລື່ອງ ພ້ອມກັນຜະລິດ, ພ້ອມກັນປຸງແຕ່ງ, ພ້ອມກັນ ຈຳໜ່າຍ ແລະ ພ້ອມກັນສ້າງເຄື່ອງໝາຍການຄ້າ. ດັ່ງນັ້ນ “ ການຊຸກຍູ້ “3 ເຊື່ອມຕໍ່” ເພື່ອສ້າງ ເປັນເຂດເສດຖະກິດ ເພີ່ມເຕີມໃຫ້ແກ່ກັນ ລະຫວ່າງ ສສ ຫວຽດນາມ ແລະ ໄທ. ກ່ອນອື່ນໝົດ ແມ່ນເຊື່ອມຕໍ່ການຜະລິດ, ລວມມີການເຊື່ອມຕໍ່ ລະບົບສະໜອງ, ອຸດສາຫະກຳປຸງແຕ່ງໃຫ້ເລິກເຊິ່ງກວ່າ; ເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ ແລະ ສຸດທ້າຍແມ່ນເຊື່ອມຕໍ່ການຫັນປ່ຽນ, ຊຸກຍູ້ການດຳເນີນທຸລະກິດສີຂຽວ, ເສດຖະກິດໝູນວຽນ, ພະລັງງານສະອາດ, ເສດຖະກິດດີຈີຕອນ, ນະວັດຕະກຳ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL