ຂປລ
ກະຊວງກະສິກຳ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ອາຫານ ແລະ ສິນຄ້າ ກະສິກຳ ຂອງ ປະເທດ ໃນພາກສ່ວນ (K-Food Plus ) ໃນໄລຍະ 4 ເດືອນທຳອິດ ຂອງປີນີ້ ໄດ້ປັບຕົວ ເພີ່ມຂຶ້ນ 4,7% ເມື່ອທຽບກັບ ປີກາຍ ລວມມີ 4,43 ຕື້ໂດລາສະຫະລັດ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງກະສິກຳ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ອາຫານ ແລະ ສິນຄ້າ ກະສິກຳ ຂອງ ປະເທດ ໃນພາກສ່ວນ (K-Food Plus ) ໃນໄລຍະ 4 ເດືອນທຳອິດ ຂອງປີນີ້ ໄດ້ປັບຕົວ ເພີ່ມຂຶ້ນ 4,7% ເມື່ອທຽບກັບ ປີກາຍ ລວມມີ 4,43 ຕື້ໂດລາສະຫະລັດ.
K-Food Plus ເປັນຄຳເວົ້າ ທີ່ ລັດຖະບານສ.ເກົາຫລີ ໄດ້ບັນຍັດຂຶ້ນ ເພື່ອສົ່ງເສີມ ການສົ່ງອອກ ອາຫານ ແລະ ສິນຄ້າກະສິກຳ ຂອງ ສ.ເກົາຫລີ ຊຶ່ງຄວບຄຸມເຖິງ ເຄື່ອງກົນຈັກ ທາງການກະສິກຳ ແລະ ຜະລິດສະພັນ ສັດຕະວະແພດ.
ໂດຍຍອດການສົ່ງອອກ K-Food Plus ໄປຍັງ ສ.ອາເມລິກາ ເພີ່ມຂຶ້ນ 9% ໃນໄລຍະ 4 ເດືອນ ເມື່ອທຽບກັບ ປີກາຍ, ໃນຂະນະທີ່ ຍອດການສົ່ງອອກໄປ ຈີນ ຂະຫຍາຍຕົວ 16%, ສົ່ງອອກໄປ ຕາເວັນອອກກາງ ເພີ່ມຂຶ້ນ 38% ແລະ ສະຫະພາບ ເອີຣົບ (EU) ເພີ່ມຂຶ້ນ 9%. ກະຊວງດັ່ງກ່າວ ໄດ້ຕັ້ງເປົ້າໝາຍ ຍອດການສົ່ງອອກ ກຳນົດໄວ້ທີ່ 1,6 ໝື່ນລ້ານໂດລາ ສະຫະລັດ ໃນປີ 2026, ດ້ວຍປັດໄຈ ການຊຸກຍູ້ ຈາກຄວາມນິຍົມ ນະວັດຕະກຳ ສ.ເກົາຫລີ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ທົ່ວໂລກ, ເປັນຕົວເລກ ສະຖິຕິ ສູງສຸດ ເປັນປະຫວັດສາດ ທີ່ສ້າງໄວ້ ໃນປີ 2025 ລະດັບ 1,363 ໝື່ນລ້ານໂດລາ ສະຫະລັດ./
KPL