ຂປລ
ລາວ ແລະ ຈີນ ຈະສືບຕໍ່ຂະຫຍາຍ ການເຊື່ອມໂຍງເສດຖະກິດ, ການຮ່ວມມື ດ້ານອຸດສາຫະກຳ ແລະ ການເຊື່ອມຕໍ່ພາກພື້ນ ໃນລະຫວ່າງ ກອງປະຊຸມເວທີການຮ່ວມມື ດ້ານເສດ ຖະກິດຮອບດ້ານ ໃນພາກພື້ນ ອາເຊັບ (RCEP) ປີ 2026 ເຊິ່ງໄດ້ເປີດຂຶ້ນ ເມື່ອວັນພຸດ 28 ພຶດສະພາ 2026, ຢູ່ແຂວງອານຮຸຍ ຂອງ ສປ. ຈີນ.
ຂປລ. ລາວ ແລະ ຈີນ ຈະສືບຕໍ່ຂະຫຍາຍ ການເຊື່ອມໂຍງເສດຖະກິດ, ການຮ່ວມມື ດ້ານອຸດສາຫະກຳ ແລະ ການເຊື່ອມຕໍ່ພາກພື້ນ ໃນລະຫວ່າງ ກອງປະຊຸມເວທີການຮ່ວມມື ດ້ານເສດ ຖະກິດຮອບດ້ານ ໃນພາກພື້ນ ອາເຊັບ (RCEP) ປີ 2026 ເຊິ່ງໄດ້ເປີດຂຶ້ນ ເມື່ອວັນພຸດ 28 ພຶດສະພາ 2026, ຢູ່ແຂວງອານຮຸຍ ຂອງ ສປ. ຈີນ.
ຄະນະຜູ້ແທນລາວ ນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາ ຄະນະບໍລິຫານງານພັກແຂວງຄຳມ່ວນ ໄດ້ເຂົ້າຮ່ວມ ເວທີປາໄສດັ່ງກ່າວ ພ້ອມກັບ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍ ນັກທຸລະກິດ ແລະ ເຈົ້າໜ້າທີ່ພາກພື້ນ ເຂົ້າຮ່ວມ.
ໃນພິທີເປີດ ກອງປະຊຸມ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນ ໂດຍເນັ້ນໜັກເຖິງ ສາຍພົວພັນ ອັນຍາວນານ ລະຫວ່າງລາວ ແລະ ຈີນ, ໂດຍອະທິບາຍວ່າ ສອງປະເທດເປັນເພື່ອນບ້ານທີ່ໃກ້ຊິດ ເຊິ່ງເຊື່ອມຕໍ່ກັນ ດ້ວຍພູມສາດ, ປະຫວັດສາດ ແລະ ການຮ່ວມມືຍຸດທະສາດ. ປີນີ້ ກໍເປັນປີ ຄົບຮອບ 65 ປີ ຂອງ ສາຍພົວພັນການທູດ ລະຫວ່າງລາວ ແລະ ຈີນ ແລະ ໄດ້ຖືກກຳນົດ ເປັນປີມິດຕະພາບລາວ-ຈີນ.

ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ກ່າວຕື່ມວ່າ: ເລຂາທິການໃຫຍ່ ຂອງ ພັກປະຊາຊົນປະຕິວັດລາວ ມີກຳນົດ ຈະຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ໃນເດືອນມິຖຸນາ 2026 ເພື່ອພົບປະເຈລະຈາກັບ ປະທານປະເທດຈີນ ແລະ ເລຂາທິການໃຫຍ່ຂອງ ພັກກອມມູນິດຈີນ ສີ ຈິ້ນຜິງ ເຊິ່ງການຢ້ຽມຢາມດັ່ງກ່າວ ຈະເປັນເຫດການ ທາງການເມືອງ ທີ່ສຳຄັນ ໃນການສືບຕໍ່ ຮັດແໜ້ນສາຍພົວ ພັນຮ່ວມມື ລາວ-ຈີນ ໃນອະນາຄົດ ຮ່ວມກັນ ໃຫ້ນັບມື້ແໜ້ນແຟ້ນ. ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງຂອງຈີນ ໄດ້ສົ່ງຜົນປະໂຫຍດ ດ້ານການພັດທະນາ ທີ່ສຳຄັນໃຫ້ແກ່ລາວ, ໂດຍສະ ເພາະ ຜ່ານການເຊື່ອມຕໍ່ ພື້ນຖານໂຄງລ່າງ ແລະ ໂຄງການຮ່ວມມື ທາງເສດຖະກິດ.
ນອກຈາກນັ້ນ, ໃນກອງປະຊຸມນີ້, ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານ ພັກແຂວງຄໍາມ່ວນ ຍັງໄດ້ກ່າວເຖິງ ການສົ່ງເສີມ ແຂວງຄຳມ່ວນ ໃຫ້ເປັນສູນກາງອຸດສາຫະກຳ ແລະ ການຂົນສົ່ງທີ່ເກີດຂຶ້ນໃໝ່ ໃນພາກກາງຂອງລາວ, ໂດຍເນັ້ນໜັກເຖິງ ທີ່ຕັ້ງຍຸດທະສາດ, ຊັບ ພະຍາ ກອນທຳມະຊາດ ແລະ ທ່າແຮງການລົງທຶນ. ໃນຂະນະດຽວກັນ, ແຂວງຄໍາມ່ວນ ມີແຫຼ່ງແຮ່ໂພຕາສ ຊຽມ ຂະໜາດໃຫຍ່ທີ່ສຸດ ຂອງ ລາວ ແລະ ກຳລັງຂະຫຍາຍ ອຸດສາຫະກຳ ທີ່ເຊື່ອມໂຍງກັບ ພະລັງງານສະອາດ, ການທ່ອງທ່ຽວ ແລະ ການຄ້າຂ້າມຊາຍແດນ.
ໃນໂອກາດດຽວກັນ, ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ເຊື້ອເຊີນ ວິສາຫະກິດ, ລວມທັງນັກລົງທຶນ ອຸດສາຫະກຳ ຂະໜາດໃຫຍ່ ຂອງຈີນ ເຂົ້າຮ່ວມ ປະກອບສ່ວນ ໃນການພັດທະນາ ຢູ່ແຂວງຄຳມ່ວນ, ໂດຍສະເພາະ ໃນສີ່ຂະແໜງ ການບູລິມະສິດຄື: ກະສິກຳທີ່ທັນສະໄໝ, ການພັດທະນາ ອຸດສາຫະກຳ, ການຂົນສົ່ງ ແລະ ການບໍລິການພາສີ ແລະ ການທ່ອງທ່ຽວ ດ້ານນິເວດວິທະຍາ ແລະ ວັດທະນະທຳ, “ການເປີດກວ້າງ ຈະສ້າງໂອກາດ ໃນການພັດທະນາ, ແຂວງຄໍາມ່ວນພ້ອມແລ້ວ ໃນການເສີມຂະຫຍາຍກັບ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ເພື່ອໃຫ້ບັນລຸ ຄວາມຈະເລີນ ຮຸ່ງເຮືອງ ຮ່ວມກັນ”.

ຄຽງຄູ່ກັນນັ້ນ, ເຈົ້າໜ້າທີ່ຈີນ ຍັງໄດ້ໃຊ້ເວທີປຶກສາຫາລື ເພື່ອສົ່ງເສີມການຮ່ວມມື ໃນພາກພື້ນທີ່ເລິກເຊິ່ງກວ່າເກົ່າ ພາຍໃຕ້ຂອບ ອາເຊັບ RCEP ເຊິ່ງ ທ່ານ ນາງ ເຖຍ ໜິງ (Tie Ning) ຮອງປະທານ ຄະນະກຳມະການປະຈຳ ສະພາປະຊາຊົນ ແຫ່ງຊາດຈີນ ໄດ້ກ່າວວ່າ: “ອາເຊັບ ໄດ້ກາຍເປັນເສົາຄໍ້າຂອງການເຕີບໂຕ ທາງດ້ານເສດຖະກິດອາຊີ-ປາຊີຟິກ ໃນລະຫວ່າງປີທີສີ່ ຂອງ ການຈັດຕັ້ງປະຕິບັດ. ອາເຊັບ ຄືກັບ ຂົວຄອນ ກຣີດທີ່ເຊື່ອມຕໍ່ ປະຊາກອນໂລກ ໜຶ່ງສ່ວນສາມ ແລະ ເສດຖະ ກິດໂລກໜຶ່ງສ່ວນສາມ ”.
ໂອກາດດັ່ງກ່າວ, ທ່ານ ນາງ ເຖຍ ຍັງໄດ້ຮຽກຮ້ອງໃຫ້ ມີການເຊື່ອມໂຍງ ພາກພື້ນທີ່ເຂັ້ມແຂງຂຶ້ນ, ຂະຫຍາຍການຮ່ວມມື ດ້ານການຄ້າເສລີ ແລະ ການສະໜັບສະໜູນ ການພັດທະນາເສດ ຖະກິດດິຈິຕອນ ແລະ ນະວັດຕະກຳ ອຸດສາຫະກຳຫຼາຍຂຶ້ນ.
ທ່ານ ຢາງ ເວີນໝິງ (Yang Wanming) ປະທານສະມາຄົມ ປະຊາຊົນຈີນ ເພື່ອມິດຕະພາບ ກັບຕ່າງປະເທດ ໄດ້ຮຽກຮ້ອງໃຫ້ ບັນດາປະເທດ ສະມາຊິກ ປະຕິເສດ ລັດທິປົກປ້ອງ ແລະ ເສີມສ້າງການຮ່ວມມື ຫຼາຍຝ່າຍ ທ່າມກາງຄວາມບໍ່ແນ່ນອນ ທາງເສດຖະກິດໂລກ ທີ່ເພີ່ມຂຶ້ນ. ທ່ານໄດ້ ຮຽກຮ້ອງ ໃຫ້ມີການພັດທະນາ ເຂດການຄ້າ ເສລີລະດັບສູງ ພາຍໃຕ້ຂອບ ອາເຊັບ ໂດຍສຸມໃສ່ລະບົບ ຕ່ອງໂສ້ການສະໜອງ ທີ່ທົນທານ, ພະລັງ ງານ ສີຂຽວ, ປັນຍາປະດິດ ແລະ ການຜະລິດລະດັບສູງ.
ເວທີປຶກສາຫາລື ການຮ່ວມມື ດ້ານເສດຖະກິດ ຮອບດ້ານພາກພື້ນ ອາເຊັບ (RCEP) ປີ 2026 ຍັງໄດ້ເນັ້ນໜັກເຖິງ ການເຕີບໂຕ ທາງເສດ ຖະກິດ ຢ່າງວ່ອງໄວ ຂອງແຂວງ ອານຮຸຍ . ເຈົ້າໜ້າທີ່ແຂວງ ກ່າວວ່າ: ຈີດີພີ ຂອງ ອານຮຸຍ ບັນລຸ 5,3 ພັນຕື້ຢວນ ໃນປີ 2025, ໂດຍໄດ້ ຮັບ ແຮງ ຂັບເຄື່ອນ ຈາກການເຕີບໂຕ ຂອງການຜະລິດ ທີ່ກ້າວໜ້າ, ປັນຍາປະດິດ, ເຕັກໂນໂລຊີ ແລະ ພາຫະນະ ພະລັງງານໃໝ່./
KPL