ຂປລ
ນັກຂ່າວ ອິນເດຍ ລາຍງານ ໂດຍອ້າງແຫລ່ງຂ່າວ ວົງໃນວ່າ: ສາຍການບິນ ແອຣອິນເດຍ (Air India) ແລະ ອິນດີໂກ (IndiGo) ຈະປັບຫລຸດ ປະຕິບັດການບິນ ພາຍໃນ ປະເທດ ເປັນໄລຍະເວລາ 3 ເດືອນ, ໂດຍຈະມີຜົນນຳໃຊ້ ຕັ້ງແຕ່ວັນທີ 1 ມິຖຸນາ 2026 ເປັນຕົ້ນໄປ.
ຂປລ.ສຳນັກຂ່າວ ອິນໂຟເຄວສ, ນັກຂ່າວ ອິນເດຍ ລາຍງານ ໂດຍອ້າງແຫລ່ງຂ່າວ ວົງໃນວ່າ: ສາຍການບິນ ແອຣອິນເດຍ (Air India) ແລະ ອິນດີໂກ (IndiGo) ຈະປັບຫລຸດ ປະຕິບັດການບິນ ພາຍໃນ ປະເທດ ເປັນໄລຍະເວລາ 3 ເດືອນ, ໂດຍຈະມີຜົນນຳໃຊ້ ຕັ້ງແຕ່ວັນທີ 1 ມິຖຸນາ 2026 ເປັນຕົ້ນໄປ.
ໂດຍສານການບິນ ແອຣອິນເດຍ ຈະປັບຫລຸດປະລິມານ ທີ່ນັ່ງພາຍໃນປະເທດ ຫລຸດລົງ 15%, ໃນຂະນະທີ່ ອິນດີໂກ ມີແຜນຈະປັບຫລຸດໃຫ້ບໍລິການລົງ ປະມານ 5-7%. ການຕັດສິນໃຈ ດັ່ງກ່າວ ມີຜົນມາຈາກ ລາຄານໍ້າມັນເຊື້ອໄຟ ເຮືອບິນທີ່ປັບຕົວເພີ່ມຂຶ້ນ ນັບແຕ່ສົງຄາມໃນອີຣານເກີດຂຶ້ນ, ລວມທັງ ພາວະການເດີນທາງ ທີ່ຢຸດຈຶ້ງ ຕາມລະດູການ ./
KPL