ຂປລ
ລັດຖະບານ ສ.ອາເມລິກາ ສືບຕໍ່ຊຸກຍູ້ ການສົ່ງອອກ ພະລັງງານ ໄປອິນເດຍ ເພີ່ມຂຶ້ນ ກ່ອນການ ເດີນທາງ ໄປຢ້ຽມຢາມ ນະຄອນຫລວງ ນີວແດນລີ ປະເທດ ອິນເດຍ ຂອງ ທ່ານ ມາຣໂກ ຣູບິໂອ ລັດຖະມົນຕີ ຕ່າງປະເທດ ສ.ອາເມລິກາ ໃນອາທິດນີ້.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ລັດຖະບານ ສ.ອາເມລິກາ ສືບຕໍ່ຊຸກຍູ້ ການສົ່ງອອກ ພະລັງງານ ໄປອິນເດຍ ເພີ່ມຂຶ້ນ ກ່ອນການ ເດີນທາງ ໄປຢ້ຽມຢາມ ນະຄອນຫລວງ ນີວແດນລີ ປະເທດ ອິນເດຍ ຂອງ ທ່ານ ມາຣໂກ ຣູບິໂອ ລັດຖະມົນຕີ ຕ່າງປະເທດ ສ.ອາເມລິກາ ໃນອາທິດນີ້.
ໂດຍ ທ່ານ ເຊີຣຈີໂອ ກໍຣ ເອກອັດ ຄະລັດຖະທູດ ສ.ອາເມລິກາ ປະຈຳ ອິນເດຍ ເປີດເຜີຍວ່າ: ອິນເດຍ ພ້ອມເປີດຮັບ ການກະຈາຍ ແຫລ່ງນໍາເຂົ້າ ພະລັງງານຫລາຍຂຶ້ນ, ລວມເຖິງ ການເພີ່ມ ອັດຕາສ່ວນ ການຊື້ ພະລັງງານຈາກ ສ.ອາເມລິກາ, ພ້ອມທັງ ລະບຸວ່າ ພາກສ່ວນຕ່າງໆ ຂອງ ອິນເດຍ ໄດ້ຕອບຮັບ ການຊື້ ສິນຄ້າ ຈາກ ສ.ອາເມລິກາ ເປັນຢ່າງດີ ແລະ ສ.ອາເມລິກາ ກໍເພິງພໍໃຈ ກັບ ທ່າອ່ຽງດັ່ງກ່າວ.
ກະຊວງ ການຕ່າງປະເທດ ສ.ອາເມລິກາ ລະບຸວ່າ: ການຢ້ຽມຢາມ ອິນເດຍ ໃນຄັ້ງນີ້ ເພື່ອປຶກສາຫາລື ຄວາມໝັ້ນຄົງ ດ້ານພະລັງງານ, ການຄ້າ ແລະ ການຮ່ວມມື ດ້ານປ້ອງກັນປະເທດ . ນອກຈາກນີ້ ທ່ານ ມາຣໂກ ຣູບິໂອ ຍັງມີກຳນົດ ພົບປະກັບ ລັດຖະມົນຕີ ຕ່າງປະເທດ ຂອງ ກຸ່ມ Quad ຊຶ່ງ ປະກອບດ້ວຍ ສ.ອາເມລິກາ, ອິນເດຍ, ຍີ່ປຸ່ນ ແລະ ອົດສະຕຣາລີ./
KPL