ຂປລ
ຢູ່ສະໂມສອນໃຫຍ່ ຂອງ ອົງການອາຫານ ແລະ ການກະເສດແຫ່ງສປຊ (FAO) ຢູ່ນະຄອນຫລວງ ໂຣມ ຂອງ ອິຕາລີ, ໄດ້ດຳເນີນການພິເສດ ໂດຍພາຍໃຕ້ ການເປັນປະທານຂອງ ລັດຖະບານ ແອັດສະປາຍ, ດ້ວຍຫົວຂໍ້ “ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ໂພຊະນະການ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອໍ່ດົນມານີ້, ຢູ່ສະໂມສອນໃຫຍ່ ຂອງ ອົງການອາຫານ ແລະ ການກະເສດແຫ່ງສປຊ (FAO) ຢູ່ນະຄອນຫລວງ ໂຣມ ຂອງ ອິຕາລີ, ໄດ້ດຳເນີນການພິເສດ ໂດຍພາຍໃຕ້ ການເປັນປະທານຂອງ ລັດຖະບານ ແອັດສະປາຍ, ດ້ວຍຫົວຂໍ້ “ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ໂພຊະນະການ ພາຍໃຕ້ກຳລັງກົດດັນ: ຜົນຕາມມາຈາກ ການປະທະກັນ ຢູ່ຕາເວັນອອກກາງ”. ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ໂພຊະນະການ ພາຍໃຕ້ກຳລັງກົດດັນ: ຜົນຕາມມາຈາກ ການປະທະກັນ ຢູ່ຕາເວັນອອກກາງ ທີ່ດຳເນີນໃນວັນທີ 26 ພືດສະພາ 2026 .
ເຫດການນີ້, ທ່ານ ຈຸຍຕຸງອຸຍ ຜູ້ອຳນວຍການໃຫຍ່ FAO ໄດ້ເນັ້ນໜັກວ່າ ໂລກ ພວມປະຈັກຕາ ການປະທະກັນ ດ້ານພູມີສາດການເມືອງ ເຊິ່ງແມ່ນຄວາມສະທົກສະທ້ານ ທີ່ມີລັກສະນະ ເປັນລະບົບແນໃສ່ເຄືອຂ່າຍ ກະສິກຳ ແລະ ສະບຽງອາຫານ ທົ່ວໂລກໂດຍກົງ. ຜົນກະທົບ ທີ່ໃຫຍ່ຫລວງທີ່ສຸດ ບໍ່ໄດ້ມາໃນທັນທີ ຫາກໄດ້ປະກົດຂຶິ້ນຢ່າງຈະແຈ້ງ ໃນໄລຍະປູກຝັງ ແລະ ເກັບກ່ຽວ ໃນປີ 2026-2027, ເມື່ອຜົນລະປູກຫລຸດລົງ ຢ່າງແຮງ ຍ້ອນຂາດເຂີນປຸ໋ຍ.
ໂດຍມີທັດສະນະຄືກັນ, ທ່ານ Pedro Sánchez ນາຍົກ ລັດຖະມົນຕີ ແອັດສະປາຍ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງເຖິງ ຜົນກະທົບ ໂດຍກົງຈາກ ການປິດຊ່ອງແຄບ ທະເລຍຸດທະສາດ ຮໍມຸດ ເຮັດໃຫ້ລາຄາປຸ໋ຍ ເພີ່ມຂຶ້ນເຖິງ 50%, ສົ່ງຜົນກະທົບ ຢ່າງໜັກໜ່ວງ ເຖິງວິທີຫາເງິນລ້ຽງຊີບ ຂອງ ຊາວກະສິກອນ ນັບລ້ານຄົນໃນທົ່ວໂລກ.
ຕາມ FAO ແລ້ວ, ບັນດາປະເທດທີ່ ເອື່ອຍອີງ ການນຳເຂົ້າ ທັນຍາຫານ ຈາກ ອາຟຣິກາ ແລະ ອາຊີ ຢ່າງສິ້ນເຊີງນັ້ນ ພວມໄດ້ຮັບຜົນກະທົບ ຄຽງຄູ່ ຈາກໄພເງິນເຟີ້, ໜີ້ສິນສາທາລະນະ ແລະ ປະກົດການ ສະພາບດິນຟ້າອາກາດ ແອລນິໂຢ ທີ່ເກີດມີການປ່ຽນແປງ ຢ່າງຮຸນແຮງ./
KPL