ຂປລ
ນັບແຕ່ເດືອນມັງກອນ ຫາ ເດືອນເມສາປີ 2026, ຄຽງຄູ່ກັບ ການປະຕິບັດ ນະໂຍບາຍ ມະຫາພາກທີ່ຕັ້ງໜ້າກວ່າເກົ່າ ຢ່າງມີປະສິດທິຜົນ, ການຜະລິດອຸດສາຫະກຳຂອງ ສປ ຈີນ ໄດ້ບັນລຸການເຕີບໂຕ ຂ້ອນຂ້າງໄວ ແລະ ຜົນກຳໄລ ຂອງວິສາຫະກຳອຸດສາຫະກຳສືບຕໍ່ຍົກສູງຂຶ້ນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 27 ພຶດສະພານີ້, ອົງການສະຖິຕິແຫ່ງຊາດຈີນ ໄດ້ເຜີຍແຜ່ ຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນເມສາປີ 2026, ຄຽງຄູ່ກັບ ການປະຕິບັດ ນະໂຍບາຍ ມະຫາພາກທີ່ຕັ້ງໜ້າກວ່າເກົ່າ ຢ່າງມີປະສິດທິຜົນ, ການຜະລິດອຸດສາຫະກຳຂອງ ສປ ຈີນ ໄດ້ບັນລຸການເຕີບໂຕ ຂ້ອນຂ້າງໄວ ແລະ ຜົນກຳໄລ ຂອງວິສາຫະກຳອຸດສາຫະກຳສືບຕໍ່ຍົກສູງຂຶ້ນ. ນັບແຕ່ເດືອນມັງກອນ ຫາ ເດືອນເມສາປີ 2026, ຍອດກຳໄລຂອງວິສາຫະກິດອຸດສາຫະກຳທີ່ມີລາຍຮັບຈາກທຸລະກິດຕົ້ນຕໍ ຫລາຍກວ່າ 20 ລ້ານຢວນ ໃນທົ່ວປະເທດຈີນ ບັນລຸ 2435 ຕື້ກວ່າຢວນ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025, ສູງກວ່າເດືອນມັງກອນ ຫາເດືອນມີນາ 2,7%. ໃນນັ້ນ, ກຳໄລຂອງອຸດສາຫະກຳ ການຜະລິດ ເຕັກໂນໂລຊີ ລະດັບສູງທີ່ມີລາຍຮັບ ຈາກທຸລະກິດຕົ້ນຕໍຫລາຍກວ່າ 20 ລ້ານຢວນ ໄດ້ເພີ່ມຂຶ້ນ 44,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ເຮັດໃຫ້ກຳໄລ ຂອງວິສາຫະກິດ ອຸດສາຫະກຳ ທີ່ມີລາຍຮັບຈາກທຸລະກິດຕົ້ນຕໍ ຫລາຍກວ່າ 20 ລ້ານຢວນ ໃນທົ່ວປະເທດຈີນ ເພີ່ມຂຶ້ນ 7,8%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL