ວິສາຫະກິດຈີນ ຊ່ວຍຊຸກຍູ້ການຫັນປ່ຽນ-ຍົກລະດັບອຸດສາຫະກຳ ຢາງພາລາຂອງກຳປູເຈຍ

28/05/2026 15:44
ຂປລ ໂຮງ​ງານ​ຢາງ​ພາ​ລາ​ ​ຂອງ​ກຸ່ມ​ບໍ​ລິ​ສັດ​ກິມ​ສ ຣັບ​ເບີ ປະ​ຈຳ​ກຳ​ປູ​ເຈຍ ທີ່​ວິ​ສາ​ຫະ​ກິດ​ຈີນ ​ລົງ​ທຶນ​ສ້າງ​ຂຶ້ນ​​ຢູ່ ​ແຂວງ​ຂະ​ມຸນ​ຂອງ​ກຳ​ປູ​ເຈຍ​ ໄດ້​ເລີ່ມ​ຜະ​ລິດ​ ຢ່າງ​ເປັນ​ທາງ​ການ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 27 ພຶດ​ສະ​ພາ​ນີ້, ໂຮງ​ງານ​ຢາງ​ພາ​ລາ​ ​ຂອງ​ກຸ່ມ​ບໍ​ລິ​ສັດ​ກິມ​ສ ຣັບ​ເບີ ປະ​ຈຳ​ກຳ​ປູ​ເຈຍ ທີ່​ວິ​ສາ​ຫະ​ກິດ​ຈີນ ​ລົງ​ທຶນ​ສ້າງ​ຂຶ້ນ​​ຢູ່ ​ແຂວງ​ຂະ​ມຸນ​ຂອງ​ກຳ​ປູ​ເຈຍ​ ໄດ້​ເລີ່ມ​ຜະ​ລິດ​ ຢ່າງ​ເປັນ​ທາງ​ການ. ໂຮງ​ງານ​ດັ່ງ​ກ່າວ​​ ລົງ​ທຶນ​ປະ​ມານ 30 ລ້ານ​ໂດ​ລາສະຫະລັດ, ກວມ​ເນື້ອ​ທີ່​ປະ​ມານ 15 ເຮັກ​ຕາ, ສາ​ມາດ​ປຸງ​ແຕ່ງ​ຢາງ​ພາ​ລາໄດ້ 1 ແສນ​ໂຕນ​ຕໍ່​ປີ. ຫຼັງ​ຈາກ​ເລີ່ມ​ຜະ​ລິດ​​ແລ້ວ, ໂຮງ​ງານ​ດັ່ງ​ກ່າວ​ສາ​ມາດ​ສ້າ​ງວຽກ​ເຮັດ​ງານ​ທຳໂດຍ​ກົງ​ໄດ້ 300 ຕຳ​ແໜ່ງ, ແລະ ​ສະ​ໜັບ​ສະ​ໜູນ ​ການ​ຈ້າງ​ງານ​ທາງ​ອ້ອມ ຫລາຍກວ່າ 5 ໝື່ນ​ຄົນ.ອີງ​ຕາມ​ສະ​ຖິ​ຕິ​ ຢ່າງ​ເປັນ​ທາງ​ການ, ປີ 2025 ເນື້ອ​ທີ່​ປູກ​ຢາງ​ພາ​ລາ​ໃນ​ທົ່ວ​ປະ​ເທດ​ກຳ​ປູ​ເຈຍ​ມີ​ເຖິງ 448.000 ເຮັກ​ຕາ, ​ໃນ​ນີ້​ມີ​ເນື້ອ​ທີ່ ​ທີ່ສາ​ມາດ​ເກັບ​ກ່ຽວ ຫລາຍກວ່າ 346.000 ເຮັກ​ຕາ. ບົດ​ລາຍ​ງານ​ຂອງ​ອົງ​ກາ​ນ​ພາ​ສີ​ກຳ​ປູ​ເຈຍ ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄຕ​ມາດ​ທີ 1 ປີ​ນີ້, ຍອດ​ມູນ​ຄ່າ​​ການສົ່ງ​ອອກ​ຢາງ​ພາ​ລາ ແລະ ຜະ​ລິດ​ຕະ​ພັນ​ ຢາງ​ພາ​ລາ ​ຂອງ​ກຳ​ປູ​ເຈຍ ​ບັນ​ລຸ​ເຖິງ 650 ລ້ານ​ໂດ​ລາສະຫະລັດ, ເພີ່ມ​ຂຶ້ນ 42,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top