ອີຣານ ຢືນຢັນວ່າ ໄດ້ບັນລຸຮ່າງສັນຍາກັບ ສ.ອາເມລິກາ ໂດຍຈະຢຸດຍິງ ຮອບດ້ານ ເປັນເວລາ 60 ວັນ

28/05/2026 15:44
ຂປລ ​ທ່ານ ອາ​ລາເອັດ​ດິນ ໂບ​ຣູ​ເຈີ​ດີ ສະ​ມາ​ຊິກ ​ຄະ​ນະ​ກຳ​ມະ​ການ​ ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ​ ອີ​ຣານ ​ຢືນ​ຢັນ​ວ່າ: ອີງ​ຕາມ​ຮ່າງ​ສັນ​ຍາ​ໃນ​ເບື້ອງ​ຕົ້ນ​ທີ່​ອີ​ຣານ​ກັບ ສ.​ອາ​ເມ​ລິ​ກາ ​ໄດ້​ຕົກ​ລົງ​ກັນ, ສ.ອາ​ເມ​ລິກາ​ ຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ​ຢຸດ​ຍິງ​ຮອບ​ດ້ານ​ ເປັນ​ເວ​ລາ 60 ວັນ ໃນໄລຍະທຳອິດ​ ຢູ່​ແນວ​ຮົບ​ທັງ​ໝົດ​ ໂດຍ​ສະ​ເພາະ​ແມ່ນ ​ຢູ່​ໃນ​ດິນ​ແດນຂອງ​ລີ​ບັງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 27 ພຶດ​ສະ​ພ​າ​ນີ້​ທ່ານ ອາ​ລາເອັດ​ດິນ ໂບ​ຣູ​ເຈີ​ດີ ສະ​ມາ​ຊິກ ​ຄະ​ນະ​ກຳ​ມະ​ການ​ ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ​ ອີ​ຣານ ​ຢືນ​ຢັນ​ວ່າ: ອີງ​ຕາມ​ຮ່າງ​ສັນ​ຍາ​ໃນ​ເບື້ອງ​ຕົ້ນ ​ທີ່​ອີ​ຣານ​ ກັບ​ ສ.ອາ​ເມ​ລິກາ ​ໄດ້​ຕົກ​ລົງ​ກັນ, ສ.ອາ​ເມ​ລິ​ກາ ​ຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ​ຢຸດ​ຍິງ​ຮອບ​ດ້ານ​ ເປັນ​ເວ​ລາ 60 ວັນ ໃນໄລຍະທຳອິດ​ ຢູ່​ແນວ​ຮົບ​ ທັງ​ໝົດ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ດິນ​ແດນຂອງ​ລີ​ບັງ. ທ່ານ ໂບ​ຣູ​ເຈີ​ດີ ໃຫ້​ຮູ້​ວ່າ: ການ​ຍົກ​ເລີກ​ການ​ອາ​ຍັດ​ຊັບ​ສິນ​ສ່ວນ​ໜຶ່ງ​ ຂອງ​ອີ​ຣານ ແລະ ​ຍຸດ​ຕິການ​ປິດ​ກັ້ນ ​ທາງ​ທະ​ເລ ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ ​ຂອງ​ສັນ​ຍາ​ດັ່ງ​ກ່າວ. ທ່ານ​ໂບ​ຣູ​ເຈີ​ດີ ຍັງ​ຢືນ​ຢັນ​ຕື່ມ​ວ່າ: ​ອົງ​ການ​ການ​ຕ່າງ​ປະ​ເທດ ແລະ ລະ​ບົບ​ແຫ່ງ​ຊາດ​ ຂອງ​ອີ​ຣານ​ ຈະ​ບໍ່​ຕັດ​ສິນໃຈ​ ໂດຍ​ອີງ​ຕາມ​ ຖ້ອຍ​ຄວາມ​ຂອງ​ທ່ານ ໂດ​ນັນ​ ທ​ຣຳ ປະທານາທິບໍດີ ສ.ອາເມລິກາ ​ທີ່​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍວ່າ: ​ສຳ​ລັບ ​ອີ​ຣານ​ແລ້ວ, ສິ່ງ​ສຳ​ຄັນ​ແມ່ນ​ຜົນ​ສຸດ​ທ້າຍ​ ຂອງ​ການ​ເຈ​ລະ​ຈາ, ເອກ​ະ​ສານ​ທຸກ​ສະ​ບັບ​ທີ່​ເຂົ້າ​ສູ່​ ໄລ​ຍະ​ການ​ລົງ​ນາມ​ ໃນ​ຂັ້ນ​ສຸດ​ທ້າຍ​ນັ້ນ ​ລ້ວນ​ແຕ່​ຈະ​ສອດ​ຄ່ອງ​ກັບ ​ຂອບ​ເສັ້ນ​ຕ້ອງ​ຫ້າມ​ ດ້ານ​ໂຄງ​ປະ​ກອບ​ຂອງ​ອີ​ຣານ ແລະ ​ສ້າງ​ຂຶ້ນ​ໂດຍ​ມີ​ເປົ້າ​ໝາຍ ເພື່ອ​ປົກ​ປັກ​ຮັກ​ສາ​ ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ ແລະ ສິດ​ທິຂອງ​ປະ​ຊາ​ຊົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top