ຂປລ
ແຂວງ ອານຮຸຍ (Anhui ) ທາງພາກຕາເວັນອອກຂອງ ສປຈີນ ພວມເລັ່ງການພັດທະນາ ສວນອຸດສາຫະກໍາ ຟູຢາງ (Fuyang Inno) ເຊິ່ງເປັນ ໂຄງການຂະໜາດໃຫຍ່ ທີ່ມີມູນຄ່າ 10 ຕື້ຢວນ (1,4 ຕື້ໂດລາ ສະຫະລັດ) ໂດຍໄດ້ຮັບການສະໜັບສະໜູນ ຈາກ ລັດຖະບານຈີນ.
ຂປລ. ແຂວງ ອານຮຸຍ (Anhui ) ທາງພາກຕາເວັນອອກຂອງ ສປຈີນ ພວມເລັ່ງການພັດທະນາ ສວນອຸດສາຫະກໍາ ຟູຢາງ (Fuyang Inno) ເຊິ່ງເປັນ ໂຄງການຂະໜາດໃຫຍ່ ທີ່ມີມູນຄ່າ 10 ຕື້ຢວນ (1,4 ຕື້ໂດລາສະຫະລັດ) ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານຈີນ. ໂຄງການນີ້ ໄດ້ຖືກອອກແບບມາ ເພື່ອເຮັດໃຫ້ ເມືອງ ຟູຢາງ ກາຍເປັນ ສູນກາງແຖວໜ້າ ໃນພາກພື້ນທາງດ້ານ ເຕັກໂນໂລຊີ, ການເງິນ ແລະ ອຸດສາຫະກໍາ ທີ່ຂັບເຄື່ອນ ດ້ວຍນະວັດຕະກໍາ
ໂຄງການນີ້ ກວມເອົາເນື້ອທີ່ ປະມານ 48 ເຮັກຕາ, ໂດຍຄາດວ່າ ຈະສົ່ງມອບ ພື້ນທີ່ການຄ້າ, ອຸດສາຫະກໍາ ແລະ ນະວັດຕະກໍາ ປະສົມປະສານ ຫຼາຍກວ່າ ໜຶ່ງລ້ານຕາແມັດ ເມື່ອສໍາເລັດ. ທ່ານ ຈຽງ ໜານ (Jiang Nan), ຜູ້ຈັດການຂອງສວນ ອຸດສະຫະກຳ ຈີກູ່ (Zhigu Industry Park) ໄດ້ໃຫ້ສໍາພາດໃນໂອກາດ ທີ່ ນັກຂ່າວຈາກທົ່ວພາກພື້ນ ອາຊີປາຊີຟິກ ຢ້ຽມຢາມ ໃນວັນທີ 25 ພຶດສະພາ.
ເຈົ້າໜ້າທີ່ ໂຄງການ ໄດ້ອະທິບາຍການ ພັດທະນາດັ່ງກ່າວວ່າ ເປັນເຄື່ອງຈັກຍຸດທະສາດ ສໍາລັບການເຕີບໂຕ ທາງດ້ານເສດຖະກິດ ທີ່ມີຄຸນ ນະພາບສູງ, ລວມເອົານະວັດຕະກໍາ ອຸດສາຫະກໍາ, ການບໍລິການ ທາງດ້ານການເງິນ, ສະຖານທີ່ວາງສະແດງ, ການຂົນສົ່ງ ແລະ ພື້ນຖານໂຄງລ່າງ ໃນຕົວເມືອງ ພາຍໃນສູນກາງ ປະສົມປະສານດຽວ.
ອົງປະກອບຫຼັກ ຂອງໂຄງການນີ້ ປະກອບມີ ສວນອຸດສາຫະກໍາ Zhigu Inno Valley, ສູນນະວັດຕະກໍາ ແລະ ການບໍລິການ ທາງດ້ານ ການເງິນ ວິທະຍາສາດ-ເຕັກໂນໂລຊີ, ສູນວາງສະແດງຜະລິດຕະພັນກະສິກໍາ, ການຄ້າຂາຍ, ໂຮງແຮມຫ້າດາວ, ແລະ ສູນສະໜັບສະໜູນ ສຸກເສີນ ການບິນພົນລະເຮືອນ. ທ່ານ ຈຽງໜານ ກ່າວວ່າ: “ໂຄງການນີ້ ແມ່ນຂອງລັດຖະບານ ທັງໝົດ ເຊິ່ງໄດ້ສະທ້ອນ ໃຫ້ເຫັນເຖິງ ວິໄສທັດ ຍຸດທະສາດ ໄລຍະຍາວ ເພື່ອເສີມສ້າງ ເສດຖະກິດ ທີ່ທັນສະໄໝ ແລະ ສ້າງເວທີໃໝ່ ສຳລັບການ ພັດທະນາພາກພື້ນ”.ການກໍ່ສ້າງໂຄງການນີ້ ພວມດຳ ເນີນໄປ ຢ່າງໄວວາ. ໄລຍະທີ I ປະກອບດ້ວຍພາກ A, B, ແລະ C, ສາມາດດຶງດູດ ການລົງທຶນທັງໝົດ ຫລາຍກວ່າ 2,9 ຕື້ຢວນ. ອາຄານສຳນັກງານ ອຸດສາ ຫະກຳ ລວມມີ ສິບສີ່ຫຼັງ , ສູນປະຊຸມ ແລະ ງານວາງສະແດງ ທີ່ທັນສະໄໝ ໄດ້ສຳເລັດແລ້ວ.
ໄລຍະທຳອິດ ຂອງສູນວາງສະແດງ ໄດ້ຜະລິດຕະພັນກະສິກຳ ໄດ້ດຳເນີນງານແລ້ວ, ໃນຂະນະທີ່ ສູນນະວັດຕະກຳ ແລະ ການບໍລິການ ທາງດ້ານ ການເງິນ ແລະ ວິທະຍາສາດ ເຕັກໂນໂລຊີ (Inno Valley Sci-Tech) ໂດຍມີ ກຳນົດເປີດ ໃນເດືອນໜ້າ. ເມື່ອສຳເລັດແລ້ວ, ພື້ນທີ່ດຳເນີນງານ ຈະເກີນ 420.000 ຕາແມັດ.
ສວນອຸດສາຫະກຳດັ່ງກ່າວ ປະກອບດ້ວຍ ສີ່ຂະແໜງການຫຼັກ - ເສດຖະກິດດິຈິຕອນ, ວິທະຍາສາດ ແລະ ເຕັກໂນໂລຊີ, ການບໍລິການ ທາງດ້ານການເງິນ, ອຸດສາຫະກຳກອງປະຊຸມ ແລະ ງານວາງສະແດງ ໂດຍມີຈຸດປະສົງ ເພື່ອສ້າງລະບົບນິເວດນະວັດຕະກຳໃໝ່ ສຳລັບທຸລະກິດ ແລະ ນັກລົງທຶນ.
ອຳນາດການປົກຄອງທ້ອງຖິ່ນເຊື່ອວ່າ: ໂຄງການດັ່ງກ່າວ ຈະມີບົດບາດສຳຄັນ ໃນຍຸດທະສາດການພັດທະນາຕົວເມືອງ ໃນໄລຍະຍາວຂອງເມືອງຟູຢາງ , ສະໜັບສະໜູນ ການຫັນປ່ຽນຂອງຕົນໄປສູ່ “ເມືອງໃຫຍ່ປະເພດ I” ທີ່ທັນສະໄໝ ທີ່ເຊື່ອມຕໍ່ກັບແລວເສດຖະກິດແມ່ນ້ຳ ຮວາຍເຮ (Huaihe) ທີ່ກວ້າງຂວາງ. ໂດຍໄດ້ຮັບການສະໜັບສະໜູນ ຈາກການຂະຫຍາຍເຄືອຂ່າຍທາງລົດໄຟ ແລະ ການ ບິນ, ສວນອຸດສາຫະກຳຟູຢາງ Fuyang Inno ຄາດວ່າ ຈະກາຍເປັນປະຕູ ທາງອຸດສາຫະກຳ ແລະ ການຄ້າທີ່ສຳຄັນ ເຊິ່ງເສີມສ້າງບົດບາດ ຂອງ ຟູຢາງ ໃນຖານະສູນກາງພາກພື້ນ ສຳລັບເຕັກໂນໂລຊີ, ນະວັດຕະກຳດິຈິຕອນ ແລະ ການບໍລິການທີ່ທັນສະໄໝ./
KPL