ຂປລ
ພິພິທະພັນເມືອງຟູຢາງ(Fuyang Museum) ຖືເປັນສູນກາງຂອງການຮໍ່າຮຽນທາງດ້ານປະຫວັດສາດແລະວັດທະນະທຳທີ່ສຳຄັນຂອງແຂວງອານຮຸຍສປຈີນທີ່ມີການອະນຸລັກຮັກສາບູຮານວັດຖຸທາງປະຫວັດສາດແລະ ເຜີຍແຜ່ວັດທະນະທຳສູ່ສັງຄົມຢ່າງກວ້າງຂວາງ.

ຂປລ. ພິພິທະພັນເມືອງຟູຢາງ (Fuyang Museum) ຖືເປັນສູນກາງ ຂອງການຮໍ່າຮຽນ ທາງດ້ານປະຫວັດສາດ ແລະ ວັດທະນະທຳ ທີ່ສຳຄັນຂອງ ແຂວງອານຮຸຍ ສປຈີນ ທີ່ມີການອະນຸລັກຮັກສາ ບູຮານວັດຖຸ ທາງປະຫວັດສາດ ແລະ ເຜີຍແຜ່ວັດທະນະທຳ ສູ່ສັງຄົມຢ່າງກວ້າງຂວາງ.
ພິພິທະພັນ ແຫ່ງນີ້ສ້າງຕັ້ງຂຶ້ນ ໃນປີ1958, ເປັນໜຶ່ງໃນບັນດາ ຫໍພິພິທະພັນເທສະບານ ແຫ່ງທຳອິດ ຢູ່ແຂວງອານຮຸຍ (Anhui). ພາຍໃນ ພິພິທະພັນ ແມ່ນໄດ້ວາງສະແດງຮູບພາບ, ວັດຖຸພັນທີ່ເກົ່າແກ່ ຫຼາຍກວ່າ2.000ປີ, ເຊັ່ນ: ເຄື່ອງມືທໍາມາຫາກິນ, ອາວຸດລ່າເນື້ອ, ອາວຸດເສິກສະໄໝ ດຶກດຳບັນ ເປັນຕົ້ນແມ່ນ ຫອກ, ງ້າວ, ກະບີ່, ມີດ, ພ້າ, ປືນແລະອື່ນໆ ທີ່ເຮັດດ້ວຍຫີນ, ໄມ້, ທອງສໍາລິດ. ຈຸດພົ້ນເດັ່ນ ອັນໜຶ່ງໃນການ ວາງສະ ແດງແມ່ນ “ໄມ້ໄຜ່ແລະແກ່ນໄມ້ ທີ່ຈາລຶກໃນສະໄໝ ລາຊະວົງຮັນ(Han) ຕາເວັນຕົກ”, ຖືກນໍາມາວາງສະແດງ ເປັນແບບຢ່າງ ເຊິ່ງຖືວ່າ ເປັນຫຼັກ ຖານ ປະຫວັດສາດ ອັນລ້ຳຄ່າ.

ນອກຈາກນັ້ນ, ຫໍພິພິທະພັນແຫ່ງນີ້ ຍັງເຮັດຫນ້າທີ່ເປັນສູນກາງ ການສຶກສາແລະການແລກປ່ຽນວັດທະນະທໍາ, ພ້ອມນັ້ນໄດ້ມີການ ຮ່ວມມືກັບສະຖາບັນ ການສຶກສາແລະມະຫາວິ ທະຍາໄລ ແຖວໜ້າຂອງຈີນ ເພື່ອສະຫນອງຂໍ້ມມູນ ພື້ນຖານການສຶກສາ ຄົ້ນຄວ້າທາງດ້ານບູ ຮານ ວິທະຍາ, ປະຫວັດສາດ ແລະ ມໍລະດົກດ້ານວັດທະນະທໍາ.

ຫໍພິພິທະພັນ ເມືອງຟູຢາງ ຖືໄດ້ວ່າເປັນຫຼັກຖານ ສໍາຄັນໃນການເຊື່ອມ “ອະດີດປະຫວັດ ສາດ”ກັບ “ການພັດທະນາ ວັດທະນະທຳ ຍຸກສະໄໝ” ຂອງເມືອງຟູຢາງ(Fuyang )ໃນປະຈຸບັນ.
KPL