ຂປລ
ຕະຫລາດຫຸ້ນ ອີຣານ ກັບຄືນມາດຳເນີນການ ອີກຄັ້ງໃນວັນທີ 19 ພືດສະພາ, ຫລັງຈາກ ທີ່ ປິດໄປນານເຖິງ 80 ວັນ ເນື່ອງຈາກ ການໂຈມຕີ ຮ່ວມກັນ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ.ຕະຫລາດລັກຊັບ ອີຣານ ໄດ້ປິດມາຕັ້ງແຕ່ ວັນທີ 28 ກຸມພາ ທີ່ຜ່ານມາ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານວ່າ: ຕະຫລາດຫຸ້ນ ອີຣານ ກັບຄືນມາດຳເນີນການ ອີກຄັ້ງໃນວັນທີ 19 ພືດສະພາ, ຫລັງຈາກ ທີ່ ປິດໄປນານເຖິງ 80 ວັນ ເນື່ອງຈາກ ການໂຈມຕີ ຮ່ວມກັນ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ.ຕະຫລາດລັກຊັບ ອີຣານ ໄດ້ປິດມາຕັ້ງແຕ່ ວັນທີ 28 ກຸມພາ ທີ່ຜ່ານມາ , ຫລັງເກີດ ເຫດໂຈມຕີ ດ້ວຍ ຂີປະນາວຸດ ທີ່ແນເປົ້າໝາຍ ໄປຍັງ ນະຄອນຫລວງ ເຕເຮຣັງ ແລະ ພື້ນທີ່ອື່ນໆ ຫລາຍແຫ່ງ ທົ່ວປະເທດ ອີຣານ.
ໂດຍທ່ານ ຮາມິດ ຢາຣີ ຮອງປະທານ ສຳນັກງານ ຄະນະ ກຳມະການ ຝ່າຍຫລັກຊັບ ແລະ ຕະຫລາດຫລັກຊັບແຫ່ງອີຣານໃຫ້ສຳພາດ ຕໍ່ ນັກຂ່າວຂອງລັດວ່າ ການສັ່ງ ປິດຕະຫລາດ ດັ່ງກ່າວ ມີເປົ້າໝາຍ ເພື່ອຄຸ້ມຄອງ ຊັບສິນຂອງນັກລົງທຶນ ແລະ ສ້າງບັນຍາກາດ ການຊື້ຂາຍ ທີ່ຕັ້ງຢູ່ເທີງ ພື້ນຖານ ຂອງ ຂໍ້ມູນທີ່ຖືກຕ້ອງ ແລະ ໂປ່ງໃສຍິ່ງຂຶ້ນ./
KPL