ຈີນ ເລັ່ງຂະຫຍາຍພື້ນຖານໂຄງລ່າງ ຊາກລົດໄຟຟ້າ

23/05/2026 15:01
ຂປລ ຈີນ ສືບຕໍ່ຂະຫຍາຍ ພື້ນຖານ ໂຄງລ່າງ ສຳລັບ ລົດໄຟຟ້າ (EV) ຢ່າງຕໍ່ເນື່ອງ ທ່າມກາງ ຄວາມພະຍາຍາມ ຂອງ ລັດຖະບານ ໃນການ ຊຸກຍູ້ ການໃຊ້ລົດ ໄຟຟ້າ ໃນວົງກວ້າງ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ຈີນ ສືບຕໍ່ຂະຫຍາຍ ພື້ນຖານ ໂຄງລ່າງ ສຳລັບ ລົດໄຟຟ້າ (EV) ຢ່າງຕໍ່ເນື່ອງ ທ່າມກາງ ຄວາມພະຍາຍາມ ຂອງ ລັດຖະບານ ໃນການ ຊຸກຍູ້ ການໃຊ້ລົດ ໄຟຟ້າ ໃນວົງກວ້າງ.

          ສຳນັກງານ ບໍລິຫານ ແຫ່ງຊາດ ຈີນ (NEA) ເປີດເຜີຍວ່າ: ໃນທ້າຍເດືອນເມສາ 2026 ມີຈຳນວນ ຈຸດຊາກລົດໄຟຟ້າ ທົ່ວປະເທດ ລວມມີ 21,96 ລ້ານແຫ່ງ, ເພີ່ມຂຶ້ນ 47,4% ເມື່ອທຽບປີຕໍ່ປີ. ໃນຈຳນວນ ດັ່ງກ່າວ ເປັນຈຸດຊາກ ສາທາລະນະ 4,91 ລ້ານແຫ່ງ ເພີ່ມຂຶ້ນ 29,6% ເມື່ອທຽບປີຕໍ່ປີ, ຂະນະທີ່ ກຳລັງ ການຊາກລວມ ຂອງ ສະຖານີເຫລົ່ານີ້ ຢູ່ທີ 237 ລ້ານກິໂລວັດ.

ນອກຈາກນັ້ນ, ລັດຖະບານຈີນ ຍັງສືບຕໍ່ ພັດທະນາ ເຄືອຂ່າຍສະໜັບ ສະໜູນ ລົດໄຟຟ້າ ຢ່າງຕໍ່ເນື່ອງ. ເມື່ອເດືອນຕຸລາ 2025 ຜ່ານມາ,  ລັດຖະບານ ຈີນ  ໄດ້ເປີດຕົວ ແຜນການ ປະຕິບັດການ ໃນໄລຍະ 3 ປີ ເພື່ອຍົກລະດັບ ພື້ນຖານໂຄງລ່າງ ການຊາກ ລົດໄຟຟ້າ ທົ່ວປະເທດ, ພ້ອມກັນນັ້ນ ຍັງຕັ້ງເປົ້າໝາຍ ສ້າງຈຸດ ຊາກລວມ 28 ລ້ານແຫ່ງ ແລະ ເພີ່ມກຳລັງ ການຊາກ ສາທາລະນະ ໃຫ້ເກີນ 300 ລ້ານກິໂລວັດ ໃນທ້າຍປີ 2027./

KPL

ຂ່າວອື່ນໆ

ads
ads

Top