ຂປລ
ຂປລ.ໃນບົດກ່ອນ, ໄດ້ນຳສະເໜີໄປແລ້ວ ກ່ຽວກັບມູນເຊື້ອອັນພິລະອາດຫານ ຂອງກອງພັນທີ 2 ໃນການ ຜ່າວົງປິດ ຂອງສັດຕູ, ມາຕໍ່ໃນບົດນີ້ ຂໍນຳສະເໜີຄວາມໝາຍສຳຄັນທາງດ້ານປະຫວັດສາດ ຂອງເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ເຊິ່ງບໍ່ພຽງແຕ່ເປັນການທັບມ້າງ ເລ່ລ່ຽມກົນອຸບາຍ ແລະ ການກະທຳ ຝືນປະ ຕິວັດ ຂອງພວກຈັກ ກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມື ເທົ່ານັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່.

(ເນື່ອງໃນໂອກາດວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ວັນທີ 18/5/1959-18/5/2026)
ຂປລ.ໃນບົດກ່ອນ, ໄດ້ນຳສະເໜີໄປແລ້ວ ກ່ຽວກັບມູນເຊື້ອອັນພິລະອາດຫານ ຂອງກອງພັນທີ 2 ໃນການ ຜ່າວົງປິດ ຂອງສັດຕູ, ມາຕໍ່ໃນບົດນີ້ ຂໍນຳສະເໜີຄວາມໝາຍສຳຄັນທາງດ້ານປະຫວັດສາດ ຂອງເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ເຊິ່ງບໍ່ພຽງແຕ່ເປັນການທັບມ້າງ ເລ່ລ່ຽມກົນອຸບາຍ ແລະ ການກະທຳ ຝືນປະ ຕິວັດ ຂອງພວກຈັກ ກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມື ເທົ່ານັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່.
ເວລາ 19 ໂມງ 30 ນາທີ ຂອງວັນທີ 18/5/1959 ຄະນະພັກ, ຄະນະບັນຊາການກອງພັນໄດ້ ຮຽກພະນັກງານສະມາຊິກພັກທັງໝົດໃນກອງພັນ ເພື່ອປະກາດລຶບຊື່ຮູບການຈັດຕັ້ງຂອງກອງທັບລາຊະອານາຈັກ, ແລ້ວສ້າງຕັ້ງຄະນະບັນຊາໃໝ່ຂຶ້ນແທນໂດຍໄດ້ແຕ່ງຕັ້ງໃຫ້ທ່ານ ຈໍານຽນ ບຸນລອດ ເປັນຫົວໜ້າກອງພັນ, ທ່ານ ທອງສະຫວັດ ໄຂຄຳພິທູນ ເປັນກຳມະການ - ການເມືອງ, ທ່ານ ສວຍ ບຸນຈະເລີນ ເປັນຮອງກອງພັນ, ທ່ານ ຫລວຍແສນຄໍາ ກົມມະດໍາ ເປັນຮອງກຳມະການ - ການ ເມືອງ, ແລ້ວອອກຄໍາສັ່ງໃຫ້ບັນດາກົມກອງເລີ່ມຕົ້ນປະຕິບັດແຜນການຖອນທັບໄປທາງທິດບ້ານໂຕນ ແລະ ໄດ້ຜັນຂະຫຍາຍຄໍາສັ່ງຖອນກຳລັງຄັ້ງນັ້ນໃຫ້ທົ່ວເຖິງທຸກກອງຮ້ອຍຢ່າງວ່ອງໄວ ແລະ ປິດລັບທີ່ສຸດ.
ໃນຄໍ່າຄືນຂອງວັນທີ 18/5/1959 ພາຍໃຕ້ການບັນຊາຂອງຄະນະກອງພັນ, ແຕ່ລະກົມກອງພ້ອມດ້ວຍຄອບຄົວພະນັກງານ, ນັັກຮົບທັງໝົດໄດ້ນຳໃຊ້ຄວາມມືດຖອນທັບໄປທາງທິດບ້ານໂຕນ-ນາແຖງ-ໜອງເຕີ້ ແລ້ວເຂົ້າປ່າໄປຕາມທິດບ້ານມາຍ (ທິດຕາເວັນຕົກສ່ຽງໃຕ້ປະມານ 15 ກິໂລແມັດ) ຢ່າງປິດລັບ. ໃນເວລາດຽວນັ້ນ ເພື່ອຫລອກສັດຕູ, ພວກເຮົາໄດ້ຈັດຕັ້ງໝວດໜຶ່ງຢູ່ຄ້າຍ ໂດຍແມ່ນ ທ່າວ ອາວ ເປັນຜູ້ຮັບຜິດຊອບເຮັດໜ້າທີ່ດີກະແຫລ່ງ, ລວມແຖວເອີ້ນຊື່: ກວດກາ ຈຳນວນພົນຕາມທຳມະດາ, ໃຫ້ຮອດ 12 ໂມງກາງຄືນຈຶ່ງໃຫ້ມິດງຽບ ແລ້ວກໍ່ຖອນອອກໄປຕາມທິດ ເຄື່ອນທີ່ຂອງກອງພັນ, ພ້ອມນັ້ນ ກໍໄດ້ຈັດຕັ້ງພາກສ່ວນໜຶ່ງ (ປະມານ 1 ກອງຮ້ອຍ)ໂດຍແມ່ນທ່ານ ເຢຍນູ ຮັບຜິດຊອບໃຫ້ສະກັດຢູ່ຂົວຊຽງຂວາງຢ່າງປິດລັບ, ລໍຖ້າຮອດ 6 ໂມງເຊົ້າຂອງມື້ຕໍ່ມາ. ຖ້າວ່າສັດຕູໄລ່ຕາມຮອດຂົວຈຶ່ງໃຊ້ລະເບີດທໍາລາຍຂົວ ພ້ອມທັງດັບສູນພວກເຂົາ ແລະ ໜ່ວຍຫວ່ານຂ່າວຂອງພວກເຮົາ ກໍ່ປ່າວຂ່າວຫລອກສັດຕູວ່າຈະບຸກຕີຕົວເມືອງໂພນສະຫວັນ ເພື່ອປົດປ່ອຍເອົານັກໂທດທີ່ຂັງຢູ່ໃນຄຸກ.
ເວລາ7 ໂມງເຊົ້າຂອງວັນທີ 19/5/1959 ສັດຕູບຸກເຂົ້າປົດອາວຸດ ກອງພັນທີ 2 ແຕ່ພວກເຂົາ ຕົກສະເງີ້ ເພາະຢູ່ໃນຄ້າຍມີແຕ່ຄວາມມິດງຽບ - ຫວ່າງເປົ່າ ນັບທັງເຮືອນຫ້ອງແຖວຄອບຄົວພະນັກ ງານທະຫານກໍ່ບໍ່ມີຮອດເງົາຄົນ. ພວກສັດຕູເຈັບແຄ້ນແໜ້ນໃຈ, ພັນຕີ ຄໍາສຸກ ອິນສີຊຽງໃໝ່ ຜູ້ບັນຊາການທະຫານເຂດຍ່ອຍຊຽງຂວາງ ຈຶ່ງໄດ້ຮີບຮ້ອນສັ່ງໃຫ້ທຸກກຳລັງໄລ່ຕາມຫວັງດັບສູນກອງພັນທີ 2, ພວກເຂົາໄດ້ລະດົມເອົາ 6 ກອງພັນທີ່ຂຶ້ນກັບທະຫານພາກ 2 ຂອງພວກເຂົາ ເພື່ອໄລ່ຕາມກອງພັນທີ 2, ນອກຈາກນັ້ນ ຍັງມີເຮືອບິນຊ່ວຍໜູນ ອ້ອມຂ້າງທົ່ງໄຫຫີນ ແລະ ຕາມເສັ້ນທາງທີ່ເຂົາຄິດວ່າກຳລັງຂອງກອງ ພັນທີ 2 ຈະຜ່ານໄປ. ສ່ວນກອງພັນທີ 2 ພາຍຫລັງທີ່ໄດ້ອອກຈາກທົ່ງໄຫຫີນແລ້ວກໍ່ໄດ້ເຄື່ອນທັບໄປຕາມທົ່ງຫຍ້າປ່າຄັງອັນຕຶບໜາ ເພື່ອໃຫ້ຫວິດຈາກວົງປິດລ້ອມຂອງພວກສັດຕູໂດຍມີກອງຮ້ອຍທີ 3 ເຊິ່ງເປັນກອງຮ້ອຍເຂັ້ມແຂງ ອາດຫານນໍາໜ້າເດີນທາງໄປກ່ອນໄດ້ໃຊ້ງ້າວຂ້າສັດຕູຢ່າງປິດລັບ, ທັງຕິທັງຂົນຂວາຍສັດຕູ ເພື່ອປົກປັກຮັກສາກໍາລັງ ແລະ ປິດລັບ ເພື່ອໃຫ້ກອງພັນໄດ້ເຄື່ອນທັບຢ່າງປອດໄພຕໍ່ໄປ.
ກຳລັງຂອງພວກເຮົາໄປຮອດຊຽງຄົງ ເຂດຮາກຖານການປະຕິວັດເກົ່ານອນຄ້າງຄືນຢູ່ທີ່ນັ້ນ, ມື້ຕໍ່ມາກໍ່ເດີນທາງໄປຜ່ານພູຊາວ ເຊິ່ງເປັນໄລຍະທາງທີ່ຫຍຸ້ງຍາກທຸລະກັນດານ, ປ່າຕຶບດົງໜາ, ພູສູງຕໍ່ເນື່ອງສະລັບສັບຊ້ອນກັນ, ບໍ່ມີຮ່ອງຮອຍຂອງຄົນໄປຜ່ານຈັກເທື່ອ (ຜີບໍ່ທ່ອງຄົນບໍ່ທຽວ) ທຸກຄົນໄດ້ອົດທົນພະຍາຍາມ ເຄື່ອນທັບຢ່າງລຽນຕິດເປັນເວລາ 10 ກວ່າວັນ ແລະ ໄດ້ໄປຜ່ານບ້ານ ປະຊາຊົນເກືອບ 30 ບ້ານ ລວມທັງບ້ານຂອງເພື່ອນບ້ານຫວຽດນາມ ທີ່ຢູ່ຕິດຊາຍແດນລາວ-ຫວຽດນາມ. ປະ ຊາຊົນທຸກໆບ້ານທີ່ກອງພັນທີ 2 ເດີນທາງໄປຜ່ານນັ້ນ ລ້ວນແຕ່ຮັກແພງໃຫ້ກາຮ່ວມມືຊ່ວຍເຫລືອທຸກດ້ານເປັນຕົ້ນແມ່ນສະບຽງອາຫານ, ຮັກສາຄວາມລັບ, ເປັນຜູ້ພາທາງ... ຊຶ່ງມັນເປັນກຳລັງໃຈວັນໃຫຍ່ຫລວງ ແລະ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເຄື່ອນທັບ ຂອງກອງ ພັນທີ 2. ເສັ້ນທາງເຄື່ອນທັບຂອງກອງພັນທີ 2 ສຸດແສນຫຍຸ້ງຍາກລຳບາກນາໆປະການ. ອັນພົ້ນເດັ່ນທີ່ສຸດແມ່ນການໄລ່ລ່າ, ການສະກັດລັດໂຈມຕີຂອງທະຫານຝ່າຍວຽງຈັນ. ສະນັ້ນ ກອງ ພັນທີ 2 ທັງເຄື່ອນທັບທັງກຽມພ້ອມສູ້ຮົບກັບສັດຕູຢູ່ທຸກເວລາເຊັ່ນ: ວັນທີ 27/5/1959 ກອງຮ້ອຍທີ 4 ເຊິ່ງແມ່ນກອງຮ້ອຍເຂັ້ມແຂງຂອງກອງພັນທີ 2 ແລະ 1 ໝວດ ສຳນັກງານຂອງກອງປັດໃຈ ໄດ້ສົມທົບກັນເຕົ້າໂຮມກຳລັງໄຟປິນຄົກ 81 ມມ, ເດກາ 57 ມມ, ເດັດດ່ຽວສະກັດຕີສັດຕູ 2 ກອງຮ້ອຍ ທີ່ຂຶ້ນກັບກອງພັນໂດດຈ້ອງຂອງສັດຕູ ທີ່ດື້ດ້ານໄລ່ຕາມ. ດັບສູນກຳລັງສັດຕູຢ່າງອາດຫານ, ພວກເຮົາສາມາດເປັນເຈົ້າການເຮັດໃຫ້ທະຫານສັດຕູແຕກທະລາຍ ແລະ ຖອຍໄປ.
ສັງລວມແລ້ວໃນໄລຍະການເຄື່ອນທັບ 10 ກວ່າວັນ ກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງ ນ້ອຍ ແລະ ໃຫຍ່ 10 ຄັ້ງ. ສຸດທ້າຍກອງ ພັນທີ 2 ພ້ອມກັບ 91 ຄອບຄົວໄດ້ຜ່າວົງປິດລ້ອມທີ່ໜາແໜ້ນຂອງສັດຕູໄປສູ່ ເຂດທີ່ໝັ້ນ ດ້ວຍຄວາມປອດໄພ.
ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫລວງ ຂອງກຳລັງປະກອບອາວຸດ ເຮົາທີ່ຢູ່ໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ.
ໃນເວລານັ້ນ, ຄະນະພັກ- ຄະນະບັນຊາ, ພະນັກງານ- ສະມາຊິກພັກ ຕະຫລອດ ນັກຮົບທຸກຄົນ ໃນກອງພັນທີ 2 ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຂອງ ບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ສາມາດທັບມ້າງກົນ ອຸບາຍ ຂອງພວກຈັກກະພັດ ແລະ ລູກແຫລ່ງ ຕີນມື ຂອງພວກເຂົາ ທີ່ຫວັງດັບມອດກໍາລັງ ປະຕິວັດ, ໂດຍສະເພາະແມ່ນ 2 ກອງພັນ ທີ່ເຂົ້າຮ່ວມ ກັບກອງທັບແຫ່ງຊາດນັ້ນ ພັງທະລາຍລົງ. ການຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນດັ່ງກ່າວສະແດງ ໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວ ບໍ່ຄອນແຄນຕໍ່ການນາບຂູ່, ຫລອກຫລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບ ຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ ຂະບວນການປະຕິວັດ ເພື່ອຕີຊະນະກັບຈັກກະພັດອາເມລິກາ ແລະ ລູກແຫລ່ງຕີນມື. ພ້ອມດຽວກັນນັ້ນ ກໍເຮັດໃຫ້ກໍາລັງປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ເຮັດໃຫ້ຊື່ສຽງອິດທິພົນ ຂອງກໍາລັງຝ່າຍປະ ເທດລາວ (ແນວລາວຮັກຊາດ) ນັບມື້ພົ້ນເດັ່ນຂຶ້ນໃນເວທີສາກົນ.
KPL