ຂປລ
ບໍລິສັດ ລັດວິສາຫະກິດ ການບິນລາວ ໄດ້ເຂົ້າປະຈຳ ສະໜາມບິນເສິນເຈິ້ນຂອງ ສປ ຈີນ ຢ່າງເປັນທາງການ ເພື່ອໃຫ້ບໍລິການ ເສັ້ນທາງບິນໂດຍສານສາກົນ ແລະ ເປີດເສັ້ນທາງການບິນ ທີ່ສະດວກວ່ອງໄວກວ່າເກົ່າ ໃຫ້ແກ່ ການແລກປ່ຽນ ດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳ ລະຫວ່າງ ເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາເກົາ ແລະ ສປປ ລາວ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ບໍລິສັດ ລັດວິສາຫະກິດ ການບິນລາວ ໄດ້ເຂົ້າປະຈຳ ສະໜາມບິນເສິນເຈິ້ນຂອງ ສປ ຈີນ ຢ່າງເປັນທາງການ ເພື່ອໃຫ້ບໍລິການ ເສັ້ນທາງບິນໂດຍສານສາກົນ ແລະ ເປີດເສັ້ນທາງການບິນ ທີ່ສະດວກວ່ອງໄວກວ່າເກົ່າ ໃຫ້ແກ່ ການແລກປ່ຽນ ດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳ ລະຫວ່າງ ເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາເກົາ ແລະ ສປປ ລາວ. ເສັ້ນທາງການບິນ ເສິນເຈິ້ນ-ວຽງຈັນ ທີ່ເປີດໃໝ່ໃນຄັ້ງນີ້ ຈະໃຫ້ບໍລິການຖ້ຽວບິນໄປ-ກັບ ລະຫວ່າງ ສອງຕົວເມືອງ 1 ຖ້ຽວຕໍ່ອາທິດ. ໃນນັ້ນ, ຖ້ຽວບິນຂາເຂົ້າ QV861 ຈະບິນອອກຈາກ ນະຄອນຫລວງວຽງຈັນ ໃນເວລາ 21 ໂມງ 55 ນາທີ ຂອງທຸກວັນເສົາ ຕາມເວລາວຽງຈັນ ແລະ ເດີນທາງໄປຮອດ ນະຄອນເສິນເຈິ້ນຂອງ ສປ ຈີນ ໃນເວລາ 1 ໂມງ 5 ນາທີ ຂອງມືີ້ຕໍ່ໄປ ຕາມເວລາປັກກິ່ງ; ສ່ວນຖ້ຽວບິນຂາອອກ QV862 ຈະບິນອອກຈາກນະຄອນເສິນເຈິ້ນໃນເວລາ 02 ໂມງ 15 ນາທີ ຂອງທຸກວັນອາທິດ ຕາມເວລາປັກກິ່ງ ແລະ ເດີນທາງໄປຮອດ ນະຄອນຫລວງວຽງຈັນໃນເວລາ 03 ໂມງ 20 ນາທີ ຕາມເວລາວຽງຈັນ. ການເປີດເສັ້ນທາງການບິນເສິນເຈິ້ນ-ວຽງຈັນ ຢູ່ສະໜາມບິນເສິນເຈິ້ນຄັ້ງນີ້ ເປັນບາດກ້າວສຳຄັນ ຂອງບໍລິສັດລັດວິສາຫະກິດການບິນລາວ ເພື່ອຂະຫຍາຍຕະຫລາດຢູ່ ສປ ຈີນ ແລະ ຮັດແໜ້ນສາຍພົວພັນ ທາງການບິນ ລະຫວ່າງ ສປປ ລາວ- ສປ ຈີນໃຫ້ນັບມື້ດີຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL