ເປີດຖານຂໍ້ມູນທຸລະກິດການຄ້າຈີນ-ອາຊຽນ ຢ່າງເປັນທາງການ

21/05/2026 13:56
ຂປລ ຖາ​ນ​ຂໍ້​ມູນ ​ທຸ​ລະ​ກິດ​ ການ​ຄ້າ​ຈີນ-ອາ​ຊຽນ​ ໄດ້​ເປີດ​​ຕົວ ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ໜານ​ໜິງ ​ເຂດກວາງ​ຊີ ຂອງ ສປ ​ຈີນ.ຖານ​ຂໍ້​ມູນ​ດັ່ງ​ກ່າວ ​ແມ່ນ​​ເວ​ທີສະ​ໜອງ ​ຂໍ້​ມູນ​ສັງ​ລວມ ກ່ຽວ​ກັບ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ ແລະ ເປັນ​ເວ​ທີເຜີຍ​ແຜ່ ​ຂໍ້​ມູນ​ໄປ​ສູ່​ໂລກ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ຖາ​ນ​ຂໍ້​ມູນ ​ທຸ​ລະ​ກິດ​ ການ​ຄ້າ​ຈີນ-ອາ​ຊຽນ​ ໄດ້​ເປີດ​​ຕົວ ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ໜານ​ໜິງ ​ເຂດກວາງ​ຊີ ຂອງ ສປ ​ຈີນ.ຖານ​ຂໍ້​ມູນ​ດັ່ງ​ກ່າວ ​ແມ່ນ​​ເວ​ທີສະ​ໜອງ ​ຂໍ້​ມູນ​ສັງ​ລວມ ກ່ຽວ​ກັບ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ ແລະ ເປັນ​ເວ​ທີເຜີຍ​ແຜ່ ​ຂໍ້​ມູນ​ໄປ​ສູ່​ໂລກ, ສຸມ​ໃສ່​ໃຫ້​ການ​ບໍ​ລິ​ການ​​ຂໍ້​ມູນ​ຂ່າວ​ສານ ​ດ້ານ​ທຸ​ລະ​ກິດ​ການ​ຄ້າ ​ໃຫ້​ແກ່ ​ພາກ​ສ່ວນ​ທຸ​ລະ​ກິດ​ການ​ຄ້າ, ສະ​ມາ​ຄົມ, ຊາວ​ຈີນ​ຕ່າງ​ດ້າວ, ຊາວ​ຕ່າງ​ປະ​ເທດ​ເຊື້ອ​ສາຍ​ຈີນ ແລະ ວິ​ສາ​ຫະ​ກິດ​ຂ້າມ​ຊາດ​ຕ່າງໆ. ປັດ​ຈຸ​ບັນ, ຖານ​ຂໍ້​ມູນ​ດັ່ງ​ກ່າວ ​ໄດ້​ສ້າງ​ຊ່ອງ​ທາງ​ເຜີຍ​ແຜ່ ​ຂໍ້​ມູນ​ດ້ານ​ທຸ​ລະ​ກິດ​ ການ​ຄ້າ​ທີ່ກ​ວມ​ເອົາຫລາຍ​ປະ​ເທດ​ ເຊິ່ງ​ລວມ​ທັງ ການ​ອະ​ທິ​ບາຍ​ ນະ​ໂຍ​ບາຍ, ສະ​ພາບ​ການ​ຕະຫລາດ, ການ​ດຶງ​ດູດ​ການ​ລົງ​ທຶນ, ການ​​ຈັບ​ຄູ່​ການ​ຮ່ວມ​ມື, ການ​ວິ​ເຄາະ​ ອຸດ​ສາ​ຫະ​ກຳ ແລະ ​ອື່ນໆ. ເຈົ້າ​ໜ້າ​ທີ່​ກົງ​ສຸນ ​ຂອງ​ປະ​ເທດ​​ສະ​ມາ​ຊິກອາ​ຊຽນ ​ປະ​ຈຳ​ນະ​ຄອນ​ໜານ​ໜິງ​ກ່າວ​ວ່າ: ການ​ເປີດ​ຖານ​ຂໍ້​ມູນ​ດັ່ງ​ກ່າວ​ ຈະ​ເປີດກວ້າງ​ຂົງ​ເຂດ​ ການ​ຮ່ວມ​ມື​ ລະ​ຫວ່າງ​ ສປ ຈີນ-ອາ​ຊຽນ​ຕື່ມ​ອີກ, ເພີ່ມ​ທະ​ວີ ​ການ​ແລກ​ປ່ຽນ ດ້ານ​ເສດ​ຖະ​ກິດ​ການ​ຄ້າ ​ລະ​ຫວ່າງ​ ສອງ​ຝ່າຍ, ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ ແລະ ໄດ້​ສ້າງ​ຂົວແຫ່ງ​ຂໍ້​ມູນ​ຂ່າວ​ສານ ​ທີ່​ສຳ​ຄັນ​ ເພື່ອ​ເຮັດ​ໃຫ້​ສອງ​ຝ່າຍ​ ສາ​ມາດ​ບັນ​ລຸ​ການ​ຮ່ວມ​ມື​ ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top