ຂປລ
“ການຊຸກຍູ້ສາຍພົວພັນລະຫວ່າງ ສປ ຈີນ-ຣັດເຊຍ ໃຫ້ຂະຫຍາຍຕົວ ຢ່າງຍາວນານ,ປອດໃສ, ໝັ້ນທ່ຽງ ແລະ ມີຄຸນນະພາບສູງ ຢ່າງເດັດດ່ຽວ ແມ່ນການຄັດເລືອກ ທາງຍຸດທະສາດ ຂອງສອງຝ່າຍ ເພື່ອສຸມໃສ່ຜົນປະໂຫຍດ ພື້ນຖານຂອງສອງປະເທດ ແລະ ທ່າອ່ຽງລວມ ແຫ່ງການພັດທະນາຂອງໂລກ.”

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ, ຈາກນັ້ນ ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: “ການຊຸກຍູ້ສາຍພົວພັນລະຫວ່າງ ສປ ຈີນ-ຣັດເຊຍ ໃຫ້ຂະຫຍາຍຕົວ ຢ່າງຍາວນານ,ປອດໃສ, ໝັ້ນທ່ຽງ ແລະ ມີຄຸນນະພາບສູງ ຢ່າງເດັດດ່ຽວ ແມ່ນການຄັດເລືອກ ທາງຍຸດທະສາດ ຂອງສອງຝ່າຍ ເພື່ອສຸມໃສ່ຜົນປະໂຫຍດ ພື້ນຖານຂອງສອງປະເທດ ແລະ ທ່າອ່ຽງລວມ ແຫ່ງການພັດທະນາຂອງໂລກ.” ນັບແຕ່ປີ 2013 ເປັນຕົ້ນມາ, ທ່ານ ສີ ຈິ້ນຜິງ ໄດ້ພົບປະກັບ ທ່ານ ປູຕິນ ຫລາຍກວ່າ 40 ເທື່ອ, ໄດ້ນຳພາສາຍພົວພັນສອງຝ່າຍ ຂະຫຍາຍຕົວກ້າວໄປໄກຢ່າງໝັ້ນທ່ຽງ. ໃນການພົບປະກັນຄັ້ງນີ້, ປະມຸກລັດສອງປະເທດ ໄດ້ປຶກສາຫາລືກັນ ທາງຍຸດທະສາດ ກ່ຽວກັບບັນຫາສຳຄັນຕ່າງໆ, ເຊິ່ງໄດ້ສະແດງໃຫ້ເຫັນ ຢ່າງເຕັມສ່ວນ ເຖິງຄວາມຕັ້ງໃຈ ອັນແນ່ວແນ່ ຂອງສອງຝ່າຍ ທີ່ຈະພັດທະນາການພົວພັນສອງປະເທດ ຢ່າງຕໍ່ເນື່ອງ ໂດຍສຸມໃສ່ ອະນາຄົດ ອັນຍາວໄກ.ປະມຸກລັດ ສອງປະເທດ ໄດ້ຮ່ວມກັນປະກາດການຕໍ່ອາຍຸ “ສັນຍາຕິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ ເຮືອນຄຽງ ຈີນ-ຣັດເຊຍ” ຂະຫຍາຍໄປຕື່ມອີກ, ທັງໄດ້ລົງນາມ ແລະ ເຜີຍແຜ່ຖະແຫລງການຮ່ວມ ກ່ຽວກັບ ການເພີ່ມທະວີ ການປະສານງານ ຍຸດທະສາດ ຮອບດ້ານ ແລະ ລົງເລິກການຮ່ວມມື ແບບມິດຕະພາບ ຖານບ້ານໃກ້ ເຮືອນຄຽງຕື່ມອີກ. ພາຍຫລັງ ການພົບປະເຈລະຈາ, ໃນຂະນະທີ່ຮ່ວມກັນພົບປະກັບນັກຂ່າວ, ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: “ຕ້ອງສ້າງຄວາມ ໄວ້ເນື້ອເຊື່ອໃຈກັນ ທາງການເມືອງທີ່ມີຄຸນນະພາບ ສູງກວ່າເກົ່າ, ຍຶດໝັ້ນສະໜັບສະໜູນ ທາງຍຸດທະສາດ ເຊິ່ງກັນ ແລະ ກັນ”, ພ້ອມກັນນັ້ນ ກໍໄດ້ຊີ້ໃຫ້ເຫັນວ່າ: “ຄວາມໄວ້ເນື້ອເຊື່ອໃຈກັນ ທາງການເມືອງ ແມ່ນລັກສະນະພົ້ນເດັ່ນທີ່ສຸດ ຂອງການພົວພັນ ຈີນ-ຣັດເຊຍ”, ໄດ້ສົ່ງສັນຍານອັນຕັ້ງໜ້າ ໃນການຮັດແໜ້ນ ຄວາມໄວ້ເນື້ອເຊື່ອໃຈກັນ ທາງການເມືອງ ລະຫວ່າງ ສປ ຈີນ-ຣັດເຊຍ ໃຫ້ແກ່ທົ່ວໂລກ. ຈາກການແລກປ່ຽນ ດ້ານວັດທະນະທຳ ຮອດການໄປມາຫາສູ່ກັນ ທາງດ້ານເສດຖະກິດການຄ້າ, ການຮ່ວມມືລະຫວ່າງ ສປ ຈີນ-ຣັດເຊຍ ໃນຂົງເຂດຕ່າງໆ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ໃຫ້ເປັນຮູບປະທຳ ຢ່າງບໍ່ຢຸດຢັ້ງ. ມູນຄ່າການຄ້າລະຫວ່າງ ສອງປະເທດ ໄດ້ໄດ້ລື່ນກາຍ 200 ຕື້ໂດລສະຫະລັດ າເປັນເວລາ 3 ປີລຽນຕິດ, ເຊິ່ງໄດ້ຢືນຢັນໃຫ້ເຫັນວ່າການຮ່ວມມື ລະຫວ່າງ ສອງຝ່າຍ ມີພື້ນຖານ ອັນໜັກແໜ້ນ ແລະ ກຳລັງບົ່ມຊ້ອນ ຢ່າງໃຫຍ່ຫລວງ. ຕະຫລອດຫລາຍປີຜ່ານມາ, ສອງປະເທດ ໄດ້ຍຶດໝັ້ນການປະຕິບັດຕໍ່ກັນ ຢ່າງສະເໝີພາບ, ເຄົາລົບນັບຖື ເຊິ່ງກັນ ແລະ ກັນ, ມີຄວາມສັດຊື່ ແລະ ປະຕິບັດຕາມສິນທຳ, ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ, ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳໃນສາກົນ ກໍຄື ຊຸກຍູ້ ການສ້າງການພົວພັນ ສາກົນແບບໃໝ່, ໄດ້ກາຍເປັນກຳລັງສ້າງຄວາມໝັ້ນທ່ຽງ ອັນສຳຄັນ ທ່າມກາງສະພາບການປ່ຽນແປງໃຫຍ່ ໃນຮອບຮ້ອຍປີ. ນອກນີ້, ສອງຝ່າຍຍັງໄດ້ຮ່ວມກັນເຜີຍແຜ່ຖະແຫລງການຮ່ວມ ກ່ຽວກັບ ການສົ່ງເສີມ ໃຫ້ໂລກຫັນເປັນຫລາຍຂົ້ວ ແລະ ການພົວພັນສາກົນແບບໃໝ່,ໄດ້ເພີ່ມຄວາມໝັ້ນທ່ຽງ ແລະ ຄວາມແນ່ນອນອັນລ້ຳຄ່າ ໃຫ້ແກ່ໂລກທີ່ເຕັມໄປດ້ວຍ ການປ່ຽນແປງ ແລະ ຄວາມວຸ້ນຍາຍຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL