ອັດຕາເງິນເຟີ້ ຢູ່ ຝຣັ່ງ ເພີ່ມຂຶ້ນ 2,5% ສ້າງຕົວເລກສະຖິຕິສູງສຸດ

15/05/2026 09:41
ຂປລ ສຳນັກງານສະຖິຕິ ແຫ່ງຊາດຝຣັ່ງ (INSEE) ເປີດເຜີຍ ວ່າ: ດັດຊະນີລາຄາ ຜູ້ບໍລິໂພກ ຂອງຝຣັ່ງ ທີ່ປັບໃຫ້ສອດຄ່ອງກັບ ມາດຕະຖານ ສະຫະພາບ ເອີຣົບ (HICP) ໃນເດືອນເມສາ ເພີ່ມຂຶ້ນ 2,5% ເມື່ອທຽບ ປີຕໍ່ປີ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິ ແຫ່ງຊາດຝຣັ່ງ (INSEE) ເປີດເຜີຍ ວ່າ: ດັດຊະນີລາຄາ ຜູ້ບໍລິໂພກ ຂອງຝຣັ່ງ ທີ່ປັບໃຫ້ສອດຄ່ອງກັບ ມາດຕະຖານ ສະຫະພາບ ເອີຣົບ (HICP) ໃນເດືອນເມສາ ເພີ່ມຂຶ້ນ 2,5% ເມື່ອທຽບ ປີຕໍ່ປີ , ຊຶ່ງເປັນ ການຢືນຢັນ ຕົວເລກ ເບື້ອງຕົ້ນ ທີ່ເຜີຍແຜ່ໄປ ເມື່ອທ້າຍເດືອນ ຜ່ານມາ ແລະ ສ້າງຕົວເລກ ສະຖິຕິ  ສູງສຸດ ນັບແຕ່ ເດືອນ ກໍລະກົດ ປີ 2023. ອັດຕາເງິນເຟີ້ ດັ່ງກ່າວ ຂອງ ຝຣັ່ງ ໄດ້ປັບຕົວຂຶ້ນ ໃນເດືອນເມສາ ເມື່ອທຽບກັບ ລະດັບ 2,0% ເມື່ອເດືອນ ມີນາ, ເມື່ອພິຈາລະນາ ເປັນດັດຊະນີ (HICP)ໃນເດືອນເມສາ ເພີ່ມຂຶ້ນ 1,2% ຊຶ່ງເປັນ ການຢືນຢັນ ຕົວເລກເບື້ອຕົ້ນ ເຊັ່ນດຽວກັນ./

KPL

ຂ່າວອື່ນໆ

ads
ads

Top