ສົນທິສັນຍາວ່າດ້ວຍການເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືມິດຕະພາບ ຈີນ-ຣັດເຊຍ

21/05/2026 13:56
ຂປລ ທ່ານ ​ສີ​ ຈິ້ນ​ຜິງ ໄດ້ກ່າວ​ເນັ້ນ​ໜັກ​ວ່າ: ປີ​ນີ້​ແມ່ນ​ປີ​ເຊັນ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ເປັນ​ບ້ານ​ໃກ້ ​ເຮືອນ​ຄຽງ​ທີ່​ດີ ແລະ ການ​ຮ່ວມ​ມື ​ມິດ​ຕະ​ພາບ​ຈີນ-ຣັດ​ເຊຍ”.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ​ວັນ​ທີ 20 ພຶດ​ສະ​ພາ​ນີ້, ຢູ່​ນະ​ຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ ​ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ​ ໄດ້​ຮ່ວມ​ກັນ​ ເປັນ​ປະ​ທານ ​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫລັງ​ຈາກ ​ສຳ​ເລັດ​ການ​ພົບ​ປະ​ກັນ.ທ່ານ ​ສີ​ ຈິ້ນ​ຜິງ ໄດ້ກ່າວ​ເນັ້ນ​ໜັກ​ວ່າ: ປີ​ນີ້​ແມ່ນ​ປີ​ເຊັນ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ເປັນ​ບ້ານ​ໃກ້ ​ເຮືອນ​ຄຽງ​ທີ່​ດີ ແລະ ການ​ຮ່ວມ​ມື ​ມິດ​ຕະ​ພາບ​ຈີນ-ຣັດ​ເຊຍ”. ຫລາຍ​ປີ​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ປະ​ຕິ​ບັດ​ຕາມຫລັກ​ການ “ບໍ່​ຮ່ວມກຸ່ມ, ບໍ່​ເປັນ​ປໍ​ລະ​ປັກ ແລະ ບໍ່​ແນ​ໃສ່​ຝ່າຍ​ທີ 3” ທີ່​ລະ​ບຸ​ໄວ້​ ໃນ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍຶດ​ໝັ້ນ​ຄວາມ​ສະ​ເໝີ​ພາບ​ກັນ, ເຄົາ​ລົບ ​ເຊິ່ງ​ກັນ ​ແລະ ​ກັນ, ຍຶດ​ໝັ້ນ​ຄວາມ​ໄວ້​ເນື້ອ ​ເຊື່ອ​ໃຈ​ກັນ ແລະ ຮ່ວມ​ມື​ກັນ ​ແບບ​ຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ໄດ້​ປະ​ກອບ​ສ່ວນ ​ອັນ​ສຳ​ຄັນ ​ເຂົ້າ​ໃນ​ການ​ປົກ​ປ້ອງ​ ຄວາມ​ຍຸ​ຕິ​ທຳ ແລະ ຄວາມ​ເປັນ​ທຳ​ສາ​ກົນ ແລະ ຊຸກ​ຍູ້​ການ​ສ້າງ​ການ​ພົວ​ພັນ​ ສາ​ກົນ​ແບບ​ໃໝ່ ເຊິ່ງ​ກາຍ​ເປັນ​ປັດ​ໄຈ ​ແນ່ນອນ​ທີ່​ສຳ​ຄັນ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ໂລກ ​ໃນ​ຮອບ​ຮ້ອຍ​ປີ. ທ່ານ​ ວະ​ລາ​ດິ​ເມຍ ປູ​ຕິນ ​ກ່າວ​ວ່າ: “ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ ​ຣັດ​ເຊຍ- ສປ ຈີນ​ ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ຂະ​ຫຍາຍ​ຕົວ ​ຢ່າງ​ຕໍ່​ເນື່ອງ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ແມ່ນ​ອິດ​ສະຫລະ ແລະ ເປັນ​ເຈົ້າ​ຕົນ​ເອງ, ບໍ່​ໄດ້​ຮັບ​ຜົນ​ກະ​ທົບ ​ຈາກ​ສະ​ຖາ​ນະ​ການ​ສາ​ກົນ​ ໃນ​ປັດ​ຈຸ​ບັນ. ສາ​ມາດ​ຖື​ເປັນ​ແບບ​ຢ່າງ ​ແຫ່ງ​ການ​ພົວ​ພັນ ​ລະ​ຫວ່າງ ​ປະ​ເທດ ແລະ ລະ​ຫວ່າງ ​ຊົນ​ຊາດ. ຣັດ​ເຊຍ ແລ​ະ ສປ ຈີນ​ ຈະ​ຮັກ​ສາ​ ການ​ປະ​ສານ​ງານ​ ທາງ​ຍຸດ​ທະ​ສາດ ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ເວ​ທີ​ສາ​ກົນ, ຮ່ວມ​ກັນ​ປົ​ກ​ປ້ອງຫລັກ​ໝັ້ນ ແລະ ຫລັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ພ້ອມ​ທັງ​ຮ່ວມ​ກັນ ​ປົກ​ປັກ​ຮັກ​ສາ​ ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ ​ຂອງ​ທົ່ວ​ໂລກ.”/.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ເປີດບໍລິການເສັ້ນທາງບິນ ເສິນເຈິ້ນ-ວຽງຈັນຂ່າວຕ່າງປະເທດ

      ເປີດບໍລິການເສັ້ນທາງບິນ ເສິນເຈິ້ນ-ວຽງຈັນ

      5/21/2026 2:11:33 PM

      ບໍ​ລິ​ສັດ​ ລັດ​ວິ​ສາ​ຫະ​ກິດ ການ​ບິນ​ລາວ ໄດ້​ເຂົ້າ​ປະ​ຈຳ​ ສະ​ໜາ​ມ​ບິນ​ເສິນ​ເຈິ້ນ​ຂອງ ສປ ​ຈີນ ​ຢ່າງ​ເປັນ​ທາງ​ການ ເພື່ອ​ໃຫ້​ບໍ​ລິ​ການ ​ເສັ້ນ​ທາງ​ບິນ​ໂດຍ​ສານ​ສາ​ກົນ ແລະ ເປີດເສັ້ນ​ທາງ​ການ​ບິນ ​ທີ່​ສະ​ດວກວ່ອງ​ໄວ​ກວ່າ​ເກົ່າ​ ໃຫ້​ແກ່​ ການ​​ແລກ​ປ່ຽນ ດ້ານ​ເສດ​ຖະ​ກິດ​ການ​ຄ້າ ແລະ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ​ລະ​ຫວ່າງ ​ເຂດ​ອ່າວ​ໃຫຍ່ ກວາງ​ຕຸ້ງ-ຮົງ​ກົງ-ມາ​ເກົາ ແລະ ສປປ ລາວ.

    • ເປີດຖານຂໍ້ມູນທຸລະກິດການຄ້າຈີນ-ອາຊຽນ ຢ່າງເປັນທາງການຂ່າວຕ່າງປະເທດ

      ເປີດຖານຂໍ້ມູນທຸລະກິດການຄ້າຈີນ-ອາຊຽນ ຢ່າງເປັນທາງການ

      5/21/2026 1:56:51 PM

      ຖາ​ນ​ຂໍ້​ມູນ ​ທຸ​ລະ​ກິດ​ ການ​ຄ້າ​ຈີນ-ອາ​ຊຽນ​ ໄດ້​ເປີດ​​ຕົວ ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ໜານ​ໜິງ ​ເຂດກວາງ​ຊີ ຂອງ ສປ ​ຈີນ.ຖານ​ຂໍ້​ມູນ​ດັ່ງ​ກ່າວ ​ແມ່ນ​​ເວ​ທີສະ​ໜອງ ​ຂໍ້​ມູນ​ສັງ​ລວມ ກ່ຽວ​ກັບ​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ ແລະ ເປັນ​ເວ​ທີເຜີຍ​ແຜ່ ​ຂໍ້​ມູນ​ໄປ​ສູ່​ໂລກ

    • ສປ ຈີນ-ສປປ ລາວ ຮ່ວມກັນປັບໜ້າລາງຂອງເສັ້ນທາງລົດໄຟລາວ-ຈີນ ເປັນຄັ້ງທຳອິດຂ່າວຕ່າງປະເທດ

      ສປ ຈີນ-ສປປ ລາວ ຮ່ວມກັນປັບໜ້າລາງຂອງເສັ້ນທາງລົດໄຟລາວ-ຈີນ ເປັນຄັ້ງທຳອິດ

      5/21/2026 1:56:40 PM

      ເພື່ອ​ຮັບ​ປະ​ກັນ​ ໃຫ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ປະ​ຕິ​ບັດ​ງານ ​ຢ່າງ​ປອດ​ໄພ, ຫວ່າງ​ມໍ່ໆ​ມາ​ນີ້, ​ກຸ່ມ​ບໍ​ລິ​ສັດ​ເສັ້ນ​ທາງ​ລົດ​ໄຟ​ຈີນ ​ສາ​ຂາ​ຄຸນ​ໝິງ ຈຳ​ກັດ ຮ່ວມ​ກັບ​ບໍ​ລິ​ສັດ ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ຮ່ວມ​ກັນ ​ປັບ​ໜ້າ​ລາງ ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ຢ່າງ​ຂະ​ໜາດ​ໃຫຍ່ ​ເປັນ​ຄັ້ງ​ທຳ​ອິດ ໃນ​ຕອນ​ກາງ​ຄືນ ທີ່​ມີ​ລົດ​ໄຟ​ແລ່ນ​ຜ່ານ​ໜ້ອຍ.

    • ປະທານາທິບໍດີ ແຊັກບີ ຈະເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດຂ່າວຕ່າງປະເທດ

      ປະທານາທິບໍດີ ແຊັກບີ ຈະເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດ

      5/21/2026 1:56:36 PM

      ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານ ອາເລັກຊານດາ ວູຊິກ ປະທານາທິບໍດີແຊັກບີ ຈະເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດ ລະຫວ່າງ ວັນທີ 24-28 ພຶດສະພານີ້.

    • ສປ ຈີນ-ຣັດເຊຍ ກ້າວສູ່ການປະສານງານຍຸດທະສາດຮອບດ້ານທີ່ມີຄຸນນະພາບສູງກວ່າເກົ່າຂ່າວຕ່າງປະເທດ

      ສປ ຈີນ-ຣັດເຊຍ ກ້າວສູ່ການປະສານງານຍຸດທະສາດຮອບດ້ານທີ່ມີຄຸນນະພາບສູງກວ່າເກົ່າ

      5/21/2026 1:56:32 PM

      “ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ ສປ ຈີນ-ຣັດ​ເຊຍ ​ໃຫ້​ຂະ​ຫຍາຍ​ຕົວ ​ຢ່າງ​ຍາວ​ນານ,ປອດ​ໃສ​, ໝັ້ນ​ທ່ຽງ ແລະ ມີ​ຄຸນ​ນະ​ພາບ​ສູງ ​ຢ່າງ​ເດັດ​ດ່ຽວ ແມ່ນ​ການ​ຄັດ​ເລືອກ​ ທາງ​ຍຸດ​ທະ​ສາດ ຂ​ອງ​ສອງ​ຝ່າຍ ​​ເພື່ອ​ສຸມ​ໃສ່​ຜົນ​ປະ​ໂຫຍດ ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ ແລະ ທ່າ​ອ່ຽງ​​ລວມ​ ແຫ່ງການ​ພັດ​ທະ​ນາ​ຂອງ​ໂລກ.”

ads
ads

Top