ຂປລ
ເພື່ອຮັບປະກັນ ໃຫ້ເສັ້ນທາງລົດໄຟລາວ-ຈີນ ປະຕິບັດງານ ຢ່າງປອດໄພ, ຫວ່າງມໍ່ໆມານີ້, ກຸ່ມບໍລິສັດເສັ້ນທາງລົດໄຟຈີນ ສາຂາຄຸນໝິງ ຈຳກັດ ຮ່ວມກັບບໍລິສັດ ເສັ້ນທາງລົດໄຟລາວ-ຈີນ ໄດ້ຮ່ວມກັນ ປັບໜ້າລາງ ຂອງເສັ້ນທາງລົດໄຟລາວ-ຈີນ ຢ່າງຂະໜາດໃຫຍ່ ເປັນຄັ້ງທຳອິດ ໃນຕອນກາງຄືນ ທີ່ມີລົດໄຟແລ່ນຜ່ານໜ້ອຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກກຸ່ມບໍລິສັດ ເສັ້ນທາງລົດໄຟຈີນ ສາຂາຄຸນໝິງ ຈຳກັດ ໃຫູ້ຮ້ວ່າ: ເພື່ອຮັບປະກັນ ໃຫ້ເສັ້ນທາງລົດໄຟລາວ-ຈີນ ປະຕິບັດງານ ຢ່າງປອດໄພ, ຫວ່າງມໍ່ໆມານີ້, ກຸ່ມບໍລິສັດເສັ້ນທາງລົດໄຟຈີນ ສາຂາຄຸນໝິງ ຈຳກັດ ຮ່ວມກັບບໍລິສັດ ເສັ້ນທາງລົດໄຟລາວ-ຈີນ ໄດ້ຮ່ວມກັນ ປັບໜ້າລາງ ຂອງເສັ້ນທາງລົດໄຟລາວ-ຈີນ ຢ່າງຂະໜາດໃຫຍ່ ເປັນຄັ້ງທຳອິດ ໃນຕອນກາງຄືນ ທີ່ມີລົດໄຟແລ່ນຜ່ານໜ້ອຍ. ຕາມຂ່າວແຈ້ງວ່າ: ໂດຍຜ່ານ ຈາກການປັບໜ້າລາງລົດໄຟ ແບບມາດຕະຖານ ແລະ ຕາມຫລັກວິທະຍາສາດ, ສາມາດຟື້ນຟູ ຫລື ຫລຸດຜ່ອນຄວາມຫລຸ້ຍຫ້ຽນ ຂອງລາງລົດໄຟ ໄດ້ຢ່າງມີປະສິດທິພາບສູງ, ເຮັດໃຫ້ຂະບວນລົດໄຟ ແລ່ນຕາມລາງ ໄດ້ດີກວ່າເກົ່າ ແລະ ຜູ້ໂດຍສານ ທີ່ຢູ່ເທິງລົດໄຟ ຮູ້ສຶກສະບາຍກວ່າເກົ່າ ພ້ອມທັງ ສາມາດຍືດອາຍຸ ໃຊ້ງານຂອງລາງລົດໄຟ ໄດ້ຢ່າງຫລວງຫລາຍ. ຄາດວ່າ ການປັບໜ້າລາງລົດໄຟຄັ້ງນີ້ ຈະມີຄວາມຍາວເຖິງ 164 ກິໂລແມັດ ໂດຍຈະດຳເນີນໄປຮອດ ທ້າຍເດືອນກໍລະກົດປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL