ປະທານາທິບໍດີ ແຊັກບີ ຈະເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດ

21/05/2026 13:56
ຂປລ ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານ ອາເລັກຊານດາ ວູຊິກ ປະທານາທິບໍດີແຊັກບີ ຈະເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດ ລະຫວ່າງ ວັນທີ 24-28 ພຶດສະພານີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໂຄສົກກະຊວງການຕ່າງປະເທດຈີນ ໄດ້ປະກາດວ່າ: ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານ ອາເລັກຊານດາ ວູຊິກ ປະທານາທິບໍດີແຊັກບີ ຈະເດີນທາງຢ້ຽມຢາມ ສປ ຈີນ ທາງລັດຖະກິດ ລະຫວ່າງ ວັນທີ 24-28 ພຶດສະພານີ້.ຕາມຂ່າວແຈ້ງວ່າ: ນີ້ແມ່ນການຢ້ຽມຢາມ ສປ ຈີນ ທາງລັດຖະກິດ ເທື່ອທໍາອິດຂອງ ທ່ານ ວູຊິກ. ໃນໄລຍະຢ້ຽມຢາມ, ທ່ານ ວູຊິກ ຈະພົບປະກັບ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ເພື່ອແລກປ່ຽນຄວາມເຫັນ ກ່ຽວກັບ ການພົວພັນສອງຝ່າຍ, ລວມທັງ ບັນຫາສາກົນ ແລະ ພາກພື້ນທີ່ ສອງຝ່າຍ ມີຄວາມສົນໃຈຮ່ວມກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top