ຂປລ
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ. ໂດຍສອງຝ່າຍ ເຫັນດີທີ່ຈະຖືການສ້າງ “ການພົວພັນ ທີ່ໝັ້ນທ່ຽງ ທາງຍຸດທະສາດ ທີ່ສ້າງສັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ” ເປັນທິດໃໝ່ ສຳລັບ ການພົວພັນ ລະຫວ່າງ ສປ ຈີນ-ອາເມລິກາ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 14 ພຶດສະພານີ້, ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ເປີດເຜີຍວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ. ໂດຍສອງຝ່າຍ ເຫັນດີທີ່ຈະຖືການສ້າງ “ການພົວພັນ ທີ່ໝັ້ນທ່ຽງ ທາງຍຸດທະສາດ ທີ່ສ້າງສັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ” ເປັນທິດໃໝ່ ສຳລັບ ການພົວພັນ ລະຫວ່າງ ສປ ຈີນ-ອາເມລິກາ, ເຊິ່ງຈະເປັນທິດຊີ້ນຳ ທາງຍຸດທະສາດ ຂອງການພັດທະນາ ການພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ໃນ 3 ປີຕໍ່ໜ້າ ແລະ ໃນໄລຍະຍາວນານ. ທ່ານ ກົ່ວເຈ່ຍຄຸ່ນ ກ່າວຕື່ມວ່າ: “ຄວາມໝັ້ນທ່ຽງ ທາງຍຸດທະສາດ ທີ່ສ້າງສັນ” ຄວນແມ່ນຄວາມໝັ້ນທ່ຽງ ທາງບວກທີ່ເນັ້ນການຮ່ວມມື ເປັນຫຼັກ, ຄວາມໝັ້ນທ່ຽງ ທີ່ດີທີ່ມີການແຂ່ງຂັນໃນລະດັບທີ່ເໝາະສົມ, ຄວາມໝັ້ນທ່ຽງ ປົກກະຕິທີ່ສາມາດຄວບຄຸມຄວາມຂັດແຍ້ງໄດ້ ແລະ ຄວນແມ່ນຄວາມໝັ້ນທ່ຽງ ແບບຍືນຍົງ ທີ່ວິໄສທັດແຫ່ງສັນຕິພາບ. ສປ ຈີນຍິນດີຮ່ວມກັບ ສ.ອາເມລິກາ ເພື່ອປ່ຽນທິດໃໝ່ ໃນການພົວພັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ ໃຫ້ກາຍ ເປັນການກະທຳທີ່ຕ່າງຝ່າຍ ຍອມຮັບໄດ້, ຮ່ວມກັນຊຸກຍູ້ ໃຫ້ການພົວພັນສອງຝ່າຍ ໃຫ້ໄດ້ຮັບການພັດທະນາ ຢ່າງໝັ້ນທ່ຽງ, ປອດໃສ ແລະ ຍືນຍົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL