ຫວຽດນາມ-ນູແວນເຊລັງ ສູ້ຊົນນຳວົງເງິນການຄ້າ ສອງສົ້ນໃຫ້ບັນລຸ 3 ຕື້ໂດລາ

21/05/2026 16:43
ຂປລ ຢູ່ນະຄອນຫລວງ ຮ່າໂນ້ຍ ປະເທດຫວຽດນາມ, ທ່ານ ເລມິນຮຶງ, ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມ ທາງໂທລະສັບ ກັບ ທ່ານ Christopher Luxon, ນາຍົກ ລັດຖະມົນຕີ ນູແວນເຊລັງ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ​ວັນ​ທີ 20 ພຶດ​ສະ​ພາ, ຢູ່ນະຄອນຫລວງ ຮ່າ​ໂນ້ຍ ປະເທດຫວຽດນາມ, ທ່ານ ເລ​ມິນ​ຮຶງ, ນ​າ​ຍົ​ກ​ ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ໂອ້​ລົມ ​ທາງ​ໂທ​ລະ​ສັບ​ ກັບ ​ທ່ານ Christopher Luxon, ນາ​ຍົກ​ ລັດ​ຖະ​ມົນ​ຕີ ນູແວນເຊລັງ.

ໂດຍຜູ້ນຳທັງສອງ ​ໄດ້​ເຫັນ​ດີ ເປັນເອກະພາບ​ ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ກາ​ນ​ລົງ​ທຶນ, ສູ້​ຊົນ​ນຳ​ວົງ​ເງິນ ​ການ​ຄ້າ 2 ສົ້ນ​ໃຫ້​ບັນ​ລຸ​ ເປົ້າ​ໝາຍ 3 ຕື້ໂດລາ ສະຫະລັດ ເພື່ອສ້າງ​ຄວາມ ສະ​ດວກ ​ໃຫ້​ແກ່ ​ບັນ​ດາ​ ຜະ​ລິ​ດ​ຕະ​ພັນ​ ທີ່​ມີ​ ທ່າ​ແຮງ ​ຂອງ​ ແຕ່​ລະ​ປະ​ເທດ ​ໃຫ້ສາມາດ ເຂົ້າ​ເຖິງ​ ຕະ​ຫລາດ​ ເຊິ່ງກັນ ແລະ ກັນ ໃຫ້​ຫລາຍຂຶ້ນ.

 ນອກຈາກນີ້, ທັງສອງຝ່າຍ ຍັງເປັນ ເອກະພາບ ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ​ໃນ​ການ​ ຮັບ​ມື​ກັບ ​ການ​ປ່ຽ​ນ​ແປງ​ຂອງ​ ດິນ​ຟ້າ ອ​າ​ກາດ, ການ​ຫັນ​ປ່ຽນ ​ພະ​ລັງ​ງານ, ຊຸກ​ຍູ້​ ຮູບ​ແບບ​ ກະ​ສິ​ກຳ​ ປ່ອຍ​ອາຍ​ພິດ​ຕ່ຳ ແລະ ພັດ​ທະ​ນາ​ ພະ​ລັງ​ງານ ​ຜະ​ລິດ​ ຄືນ​ໃໝ່, ໂດຍ​ສະ​ເພາະ​ ແມ່ນ​ພະ​ລັງ​ງານ​ ແຮງ​ລົມ ແລະ ໄຟ​ຟ້າ​ ແສງ​ຕາ​ເວັນ. ພ້ອມກັນນີ້ ຍັງ​ໄດ້​ແບ່ງ​ປັນ ການ​ຕີ​ລາ​ຄາ​ ກ່ຽວ​ກັບ​ ຄວາມ​ສຳ​ຄັນ​ ຂອງ​ ການ​ໂອ້​ລົມ​ ສົນ​ທະ​ນາ, ການ​ຮ່ວມ​ມື ​ສາກົນ ແລະ ເຄົາ​ລົບ​ ກົດ​ໝາຍ ​ສາ​ກົນ​ ໃນ​ການ​ແກ້​ໄຂ​ ບັນ​ດາ ​ສິ່ງ​ທ້າ​ທາຍ ​ດ້ານ​ຄວາມ​ໝັ້ນ​ຄົງ​ ຢູ່​ພາກ​ພື້ນ./

KPL

ຂ່າວອື່ນໆ

ads
ads

Top