ຂປລ
ປະທານາທິບໍດີ ອີແຈ-ມະຢອງ ຂອງ ສ.ເກົາຫລີ ແລະ ນາຍົກ ລັດຖະມົນຕີ ຊານາເອະ ທາຄາອີຈີ ຂອງຍີ່ປຸ່ນ ໄດ້ຖະແຫລງການ ເຫັນດີ ທີ່ ຈະຍົກ ລະດັບ ການຮ່ວມມື ດ້ານການສະໜອງ, ລວມເຖິງ ການຈັດຫາ ນໍ້າມັນດີບ ແລະ ແກັສທຳມະຊາດແຫລວ (LNG)
ຂປລ. ສຳນັກຂ່າວ ອິນໂຟເຄວສ, ປະທານາທິບໍດີ ອີແຈ-ມະຢອງ ຂອງ ສ.ເກົາຫລີ ແລະ ນາຍົກ ລັດຖະມົນຕີ ຊານາເອະ ທາຄາອີຈີ ຂອງຍີ່ປຸ່ນ ໄດ້ຖະແຫລງການ ເຫັນດີ ທີ່ ຈະຍົກ ລະດັບ ການຮ່ວມມື ດ້ານການສະໜອງ, ລວມເຖິງ ການຈັດຫາ ນໍ້າມັນດີບ ແລະ ແກັສທຳມະຊາດແຫລວ (LNG) ທ່າມກາງ ຄວາມຂັດແຍ່ງ ໃນຕາເວັນອອກກາງ ທີ່ຍາວນານ, ພາຍຫລັງ ຜູ້ນຳທັງສອງ ໄດ້ສຳເລັດ ກອງປະຊຸມ ສຸດຍອດ ທີ່ເມືອງ ອັນດົງ ທາງຕາເວັນອອກ ສຽງໃຕ້ ຂອງ ນະຄອນຫລວງ ເຊອຸນ.
ການຖະແຫລງຂ່າວ ຂອງ ທັງສອງປະເທດ ເພື່ອປະກາດຜົນ ຂອງ ກອງປະຊຸມ ຮ່ວມກັນ ທີ່ ເມືອງອັນດົງ, ຊຶ່ງເປັນ ບ້ານເກີດ ຂອງ ຜູ້ນຳ ສ.ເກົາຫລີ ວ່າ: ທັງສອງຝ່າຍ ເຫັນດີ ນໍາກັນວ່າ ການຮ່ວມມື ລະຫວ່າງ ສ.ເກົາຫລີ ແລະ ຍີ່ປຸ່ນ ທີ່ມີ ຄວາມສຳຄັນ ເລິກເຊິ່ງ ທ່າມກາງ ຄວາມປ່ຽນແປງ ຂອງ ຕ່ອງໂສ້ ຄວາມຕ້ອງການ ແລະ ຕະຫລາດພະລັງງານ ຈາກ ສະຖານະການ ໃນຕາເວັນອອກກາງ, ພ້ອມກັນນັ້ນ ຍັງເນັ້ນໜັກເຖິງ ຄວາມຈຳເປັນ ໃນການ ເລັ່ງຟື້ນຟູ ສັນຕິພາບໃນພາກພື້ນ./
KPL