ຢູເອອີ ເລັ່ງສ້າງທໍ່ສົ່ງນໍ້າມັນ ເພື່ອເພີ່ມການສົ່ງອອກສອງເທົ່າ

18/05/2026 17:41
ຂປລ ສະຫະນະຄອນ ເອເມເຣັດ ອາຣັບ (UAE) ພວມເລັ່ງເພີ່ມ ສັກກາຍະພາບ ການສົ່ງອອກ ນໍ້າມັນດີບ ເປັນສອງເທົ່າ, ດ້ວຍການຫລຸດ ການເພິ່ງພາ ຊ່ອງແຄບ ຮໍມຸດ, ປັດຈຸບັນ ຍັງຢູ່ພາຍໃຕ້ ອິດທິພົນ ຂອງອີຣານ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ສະຫະນະຄອນ ເອເມເຣັດ ອາຣັບ (UAE) ພວມເລັ່ງເພີ່ມ ສັກກາຍະພາບ ການສົ່ງອອກ ນໍ້າມັນດີບ ເປັນສອງເທົ່າ, ດ້ວຍການຫລຸດ ການເພິ່ງພາ ຊ່ອງແຄບ ຮໍມຸດ, ປັດຈຸບັນ ຍັງຢູ່ພາຍໃຕ້ ອິດທິພົນ ຂອງອີຣານ, ໃນຂະະນະທີ່ ສົງຄາມ ລະຫວ່າງ ອີຣານ ກັບສ.ອາເມລິກາ ຍັງຄົງເພີ່ມຄວາມສ່ຽງ ຕໍ່ວິກິດພະລັງງານໂລກ. ໂດຍບໍລິສັດ ນໍ້າມັນແຫ່ງຊາດ ຢູເອອີ (ADNOC) ພວມເລັ່ງ ຂະຫຍາຍ ຂິດຄວາມສາມາດ ຂອງ ທ່າກຳປັ່ນຟູໄຈຣາ ບໍລິເວນອ່າວ,

ໂດຍຖະແຫລງການ ລະບຸວ່າ ຢູເອອີ ຕ້ອງການ ເລັ່ງກໍ່ສ້າງ ທໍ່ສົ່ງນໍ້າມັນ ເພື່ອເພີ່ມ ສັກກາຍະພາບ ການສົ່ງອອກນໍ້າມັນດີບ ເປັນສອງເທົ່າ ໃນປີ 2027. ປັດຈຸບັນ ADNOC ມີທໍ່ສົ່ງນໍ້າມັນ ຈາກແຫລ່ງຜະລິດ ໄປຍັງ ທ່າກຳປັ່ນ ຟູໄຈຣາ ຊຶ່ງຮອງຮັບ ການຂົນສົ່ງໄດ້ ປະມານ 1,5 ລ້ານຖັງຕໍ່ວັນ, ແຕ່ຍັງຕໍ່າກວ່າ ເຄີ່ງໜຶ່ງ ຂອງ ກຳລັງການສົ່ງອອກ ທັງໝົດຂອງບໍລິສັດ./

 

KPL

ຂ່າວອື່ນໆ

ads
ads

Top