ເມືອງຕ່າງໆພາກໃຕ້ຈີນ ໄດ້ຮັດແໜ້ນມິດຕະພາບລະຫວ່າງອາຊີ

09/05/2026 13:15
Email Print 664
ຂປລ ເມືອງຊານຢ້າ, ເປັນເມືອງເຂດຮ້ອນ ທີ່ມີຊື່ສຽງ ດ້ານທິວທັດແຄມທະເລ ທີ່ສວຍງາມຂອງຈີນ, ໄດ້ປິດງານ ມະຫາກຳ ກິລາຫາດຊາຍ ອາຊີ (ABG) ຄັ້ງທີ 6, ໂດຍມີ ການເຂົ້າຮ່ວມ ຂອງ ຄະນະຜູ້ແທນ ຈາກທົ່ວປະເທດ ແລະ ພາກພື້ນໃນອາຊີ ພ້ອມດ້ວຍ ບັນດານັກກິລາ ອາຊີ ຢ່າງຫລວງຫລາຍ

ຂປລ. ຕາມຂ່າວສານ ຊີນຮວາ, ເມື່ອບໍ່ດົນມານີ້, ເມືອງຊານຢ້າ, ເປັນເມືອງເຂດຮ້ອນ ທີ່ມີຊື່ສຽງ ດ້ານທິວທັດແຄມທະເລ ທີ່ສວຍງາມຂອງຈີນ, ໄດ້ປິດງານ ມະຫາກຳກິລາ ຫາດຊາຍ ອາຊີ (ABG) ຄັ້ງທີ 6, ໂດຍມີ ການເຂົ້າຮ່ວມ ຂອງ ຄະນະຜູ້ແທນ ຈາກທົ່ວປະເທດ ແລະ ພາກພື້ນໃນອາຊີ ພ້ອມດ້ວຍ ບັນດານັກກິລາ ອາຊີ ຢ່າງຫລວງຫລາຍ ແລະ ການແຂ່ງຂັນ ທີ່ມີ ຄວາມຕື່ນເຕັ້ນ ແລະ ດຶງດູດໃຈ. ໂດຍເລີ່ມຕັ້ງແຕ່ ວັນທີ 22-30 ເມສາ ທີ່ຜ່ານມາ.

ບັນດາຮູບຖ່າຍ ດັ່ງກ່າວນີ້ ໄດ້ສ່ອງແສງໃຫ້ເຫັນເຖິງ ການສະແດງດອກໄມ້ໄຟ ໃນງານມະຫະກຳກິລາຫາດຊາຍ ອາຊີ ຄັ້ງທີ 6 ຢູ່ເມືອງຊານຢ້າ ແຂວງໄຫໜານ ທາງພາກໃຕ້ ຂອງຈີນ. ໃນການແຂ່ງຂັນນີ້  ໄດ້ມີການນໍາໃຊ້ ຫຸ່ນຍົນ ຮູບຮ່າງຄ້າຍຄື ມະນຸດ ແລະ ເຕັກໂນໂລຊີ ທີ່ກ້າວໜ້າອື່ນໆ. ນອກຈາກ ອາສາສະໝັກ ຈຳນວນ 4.680 ຄົນແລ້ວ, ຍັງມີການ ສະແດງ ແລະ ງານວາງສະແດງ ວັດທະນະທຳ ທີ່ຫລາກຫລາຍ ເພື່ອສະແດງໃຫ້ເຫັນ ເຖິງສະເໜ່ຂອງທ້ອງຖິ່ນ.

ທ່ານ Mahdi Alinejad ເລຂາທິການ ຂອງ ຄະນະກຳມະການ ໂອລິມປິກ ແຫ່ງຊາດ ອີຣານ , ພ້ອມດ້ວຍຄະນະ ຜູ້ແທນ ຈາກ ອີຣານ ກໍໄດ້ເຂົ້າຮ່ວມງານ, ເຊິ່ງສະແດງໃຫ້ເຫັນ ເຖິງບົດໃໝ່ ໃນມິດຕະພາບ, ການຕໍ່ສູ້ ແລະ ການພັດທະນາ ຂອງ ອາຊີ.ນອກຈາກ ການສະແດງ ທັກສະລະດັບສູງ ໃນລະຫວ່າງ ການແຂ່ງຂັນ,  ບັນດານັກກິລາ ອີຣານ ຍັງປາດຖະໜາວ່າ ຄຸນຄ່າທີ່ສຳຄັນທີ່ສຸດ ຂອງ ກິລາແມ່ນ ຢູ່ໃນສັນຕິພາບ ແລະ ມິດຕະພາບ.

ທ່ານ Sheikh Joaan bin Hamad Al Thani ປະທານ ສະພາໂອລິມປິກ ອາຊີ (OCA) ກ່າວວ່າ: ງານມະຫາກຳກິລາ ຫາດຊາຍອາຊີ (ABG) ຄັ້ງທີ 6 ນີ້, ຖືເປັນ ການເຕົ້າໂຮມ ຄັ້ງຍິ່ງໃຫຍ່ ຂອງ ຄອບຄົວໂອລິມປິກອາຊີ , ໄດ້ສ້າງມາດຕະຖານໃໝ່ ສຳລັບ ການກະກຽມ ການແຂ່ງຂັນ ABG.

ເມືອງຊານຢ້າ ໄດ້ຈັດການແຂ່ງຂັນ ກິລາ ທີ່ດີເລີດ, ເຊິ່ງບໍ່ພຽງແຕ່ ເປັນການ ໝູນວຽນ ຂອງຜູ້ຄົນ ແລະ ສິນຄ້າທີ່ສະດວກສະບາຍຍິ່ງຂຶ້ນ ພາຍໃຕ້ການດຳເນີນງານ ດັ່ງກ່າວ, ຍັງມີພາສີພິເສດ ທົ່ວເກາະ ຂອງ ທ່າກຳປັ່ນ ການຄ້າເສລີໄຫໜານ ເທົ່ານັ້ນ, ຫາກຍັງເປັນ ການກະກຽມ ທີ່ເປັນລະບຽບຮຽບຮ້ອຍ ແລະ ລະອຽດ ຢ່າງຮອບດ້ານ. ພ້ອມທັງເປັນການຮ່ວມມື ລະຫວ່າງ ຕົວເມືອງກັບ ການແຂ່ງຂັນ ຢ່າງກົມກຽວ.

ຜ່ານການເຄື່ອນໄຫວ ໃນຄັ້ງນີ້, ສະຖານທີ່ ຈັດການແຂ່ງຂັນ 6 ແຫ່ງ ເຊິ່ງລຽບຕາມແຄມຝັ່ງ ທະເລ ຂອງອ່າວຊານຢ້າ, ໄດ້ສ້າງເປັນ ພູມສັນຖານ ການແຂ່ງຂັນ ກິລາ ແລະ ຕົວເມືອງເຊື່ອມໂຍງ ເຂົ້າກັນ ເພື່ອດຶງດູດ ຄວາມສົນໃຈຂອງນັກກິລາ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ນັບແຕ່ປີ 2018 ຜ່ານມາ, ເມືອງຊານຢ້າ ໄດ້ຮັບການ ອະນຸມັດ ໃຫ້ຈັດງານ ມະຫະກໍາກິລາ ຈົນເຖິງ ປີ 2026, ການກະກຽມ ສຳລັບງານ ດັ່ງກ່າວ ເຊັ່ນ: ການກໍ່ສ້າງ ສະຖານ ທີ່, ການຈັດການແຂ່ງຂັນ, ການບໍລິການ ອາສາສະໝັກ ແລະ ງານວາງສະແດງ ທາງວັດທະນະທຳ ລ້ວນແຕ່ ດຳເນີນໄປ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ຈະມີການ ເລື່ອນເວລາອອກໄປ ເນື່ອງ ຈາກ ການແຜ່ລະບາດ ຂອງ ພະຍາດໂຄວິດ-19./.

 (ແກ້ໄຂໂດຍ Duan Jing with Xinhua Silk Road, duanjing@xinhua.org)

KPL

ຂ່າວອື່ນໆ

ads
ads

Top