ສ.ເກົາຫລີ ໄດ້ຮັບຄວາມສົນໃຈເພີ່ມຂຶ້ນ ຈາກປະເທດຜູ້ຜະລິດນໍ້າມັນ

11/05/2026 21:29
Email Print 285
ຂປລ ເຈົ້າໜ້າທີ່ ລັດຖະບານ ສ.ເກົາຫລີ ແລະ ຜູ້ຊ່ຽວຊານ ເປີດເຜີຍວ່າ: ສ.ເກົາຫລີ ພວມດຶງດູດ ຄວາມສົນໃຈ ເພີ່ມຂຶ້ນ ຈາກບັນດາ ປະເທດ ຜູ້ຜະລິດນ້ຳມັນ ຕາເວັນອອກກາງ ທີ່ສະແຫວງຫາການນຳໃຊ້ ສາງນ້ຳມັນສຳຮອງ ຂອງ ສ.ເກົາຫລີ ໃນການ ເກັບນ້ຳມັນດິບ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເຈົ້າໜ້າທີ່ ລັດຖະບານ ສ.ເກົາຫລີ ແລະ ຜູ້ຊ່ຽວຊານ ເປີດເຜີຍວ່າ: ສ.ເກົາຫລີ ພວມດຶງດູດ ຄວາມສົນໃຈ ເພີ່ມຂຶ້ນ ຈາກບັນດາ ປະເທດ ຜູ້ຜະລິດນ້ຳມັນ ຕາເວັນອອກກາງ ທີ່ສະແຫວງຫາການນຳໃຊ້ ສາງນ້ຳມັນສຳຮອງ ຂອງ ສ.ເກົາຫລີ ໃນການ ເກັບນ້ຳມັນດິບ, ທ່າມກາງ ການປິດລ້ອມ ຊ່ອງແຄບຮໍມຸດ ເປັນເວລາດົນນານ. ​ໂດຍເກົາຫລີ ມີ​ສາງນ້ຳມັນ​ສຳຮອງ​ ໃຫຍ່ທີ່​ສຸດ ​ເປັນ​ອັນ​ດັບ 6 ຂອງ​ໂລກ.
            ທ່ານ ຢາງກິ ອຸກ ຜູ້ອໍານວຍການ ສຳນັກງານ ຄວາມໝັ້ນຄົງ ອຸດສາຫະກໍາ ແລະ ຊັບພະຍາກອນ ຂອງກະຊວງ ການຄ້າ, ອຸດສາຫະກໍາ ແລະ ພະລັງງານ ຂອງ ສ.ເກົາຫລີ ກ່າວວ່າ : ການປິດກັ້ນຊ່ອງແຄບ ຮໍມຸດ ຫລັງຈາກການໂຈມຕີ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ ຕໍ່ອີຣານ ບໍ່ພຽງແຕ່ ສົ່ງຜົນກະທົບ ຕໍ່ສ.ເກົາຫລີ ແລະ ບັນດາປະເທດທີ່ ເພີ່ງພາການນໍາເຂົ້ານໍ້າມັນ, ແຕ່ຍັງສົ່ງຜົນກະທົບ ຕໍ່ປະເທດ ສົ່ງອອກນໍ້າາມັນ ທີ່ພວມຜະເຊີນກັບ ບັນຫາການເກັບຮັກສາ ສາງໃກ້ຈະເຕັມ ເນື່ອງຈາກ ບໍ່ສາມາດສົ່ງອອກນໍ້າມັນໄດ້. ນອກຈາກນີ້ ຫລາຍປະເທດ ຍັງຕິດຕໍ່ ສ.ເກົາຫລີ ເພື່ອສອບຖາມ ແລະ ປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ ໃນການເກັບນໍ້າມັນດີບ ໄວ້ທີ່ສາງສຳຮອງ ຂອງສ.ເກົາຫລີ ແຕ່ບໍ່ລະບຸຊື່ປະເທດ ເຫລົ່ານັ້ນ./
KPL

ຂ່າວອື່ນໆ

ads
ads

Top