ຂປລ
ປະທານາທິບໍດີ ສ.ອາເມລິກາ ໂດນັນ ທຣໍາ ຈະຢ້ຽມຢາມ ສປ ຈີນອີກຄັ້ງ ພາຍຫລັງແຜນ ຢ້ຽມຢາມຈີນ ກ່ອນໜ້ານີ້ ຄື 31 ມີນາ 2026ຖືກເລື່ອນອອກໄປ. ຂ່າວດັ່ງກ່າວເຮັດໃຫ້ອຸນຫະພູມ ຮ້ອນທີ່ຟົດ ເດືອດໃນ ຂໍ້ຂັດແຍ່ງກັນ ຢູ່ຊ່ອງແຄບຮໍມຸດທີ່ເປັນ ເສັ້ນ ເລືອດໃຫຍ່ລໍາລຽງນໍ້າມັນ (ກວມອັດຕາສ່ວນ20% ຂອງໂລກ) ຜ່ອນຄາຍລົງ

ຂປລ. ຫລາຍແຫລ່ງຂ່າວຕ່າງປະເທດ ລາຍງານວ່າ: ລະຫວ່າງກາງເດືອນພຶດສະພາ 2026 ນີ້, ປະທານາທິບໍດີ ສ.ອາເມລິກາ ໂດນັນ ທຣໍາ ຈະຢ້ຽມຢາມ ສປ ຈີນອີກຄັ້ງ ພາຍຫລັງແຜນຢ້ຽມຢາມ ຈີນ ກ່ອນໜ້ານີ້ ຄື 31 ມີນາ 2026ຖືກເລື່ອນອອກໄປ. ຂ່າວດັ່ງກ່າວເຮັດໃຫ້ອຸນຫະພູມ ຮ້ອນທີ່ຟົດເດືອດ ໃນຂໍ້ຂັດແຍ່ງກັນ ຢູ່ຊ່ອງແຄບຮໍມຸດທີ່ເປັນ ເສັ້ນ ເລືອດໃຫຍ່ລໍາລຽງນໍ້າມັນ (ກວມອັດຕາສ່ວນ20% ຂອງໂລກ) ຜ່ອນຄາຍລົງ, ຄວາມເຄັ່ງຕຶງດ້ານການຄ້າ ແລະ ການ ເມືອງທົ່ວໂລກກໍຄ່ອຍໆເບົາບາງລົງເຊັ່ນກັນ.
ບັນດານັກວິເຄາະ ໃຫ້ທັດສະນະວ່າ: ການກໍ່ສົງຄາມບໍ່ວ່າຈະເປັນ ວິທີໃດກໍລ້ວນແຕ່ ເປັນການສູນເສຍ ແລະ ເຈັບປວດທັງສອງຝ່າຍ ເໝືອນດັ່ງ “ເອົານໍ້າສາດໃສ່ກັນ ຍ່ອມຈະປຽກທັງສອງຝ່າຍສະເໝີ”. ສົງຄາມບໍ່ແມ່ນເກີດຈາກນໍ້າມື ຂອງຜີສາງນາງຮ້າຍ ແລະ ບໍ່ແມ່ນຄົນເປັນບ້າເສຍຈິດ ແຕ່ຫາກແມ່ນມະນຸດ ເປັນຜູ້ກໍ່ຂຶ້ນ ບົນພື້ນຖານຜົນປະໂຫຍດ ທາງການເມືອງ, ການຄ້າ ແລະ ແຜ່ອໍານາດບາດໃຫຍ່ ຂະນະທີ່ປະຊາຊົນ ຫາເຊົ້າກິນຄໍ່າ, ຜູ້ໄຮ້ດຽງສາ, ປະເທດພວມພັດທະນາ ແລະ ດ້ອຍພັດທະນາ ເປັນຜູ້ຮັບເຄາະຮ້າຍ ຢ່າງຫລີກ ລ່ຽງບໍ່ໄດ້ ນັບຈາກຜົນກະທົບທີ່ເຮັດໃຫ້ ຄ່າຄອງຊີບສູງຂຶ້ນ, ກໍາລັງຊື້ຫລຸດລົງ, ລາຄານໍ້າມັນຖີບຕົວສູງຂຶ້ນ, ການຂາດເຂີນພະ ລັງງານຊົມໃຊ້ປະຈໍາວັນ, ເງິນເຟີ້, ອັດຕາຄວາມທຸກຍາກ ຫລຸດໂຕນກັນຫລາຍຂຶ້ນ, ປະກົດການຫຍໍ້ທໍ້ ແຜ່ລາມກວ້າງຂຶ້ນເລື້ອຍໆ ແລະ ອື່ນໆ.

ກອງທຶນການເງິນສາກົນ(IMF)ລາຍງານວ່າ: ໃນປີ 2026 ເສດຖະກິດໂລກ ຍັງຈະຂະຫຍາຍໂຕໄປ ໄດ້ໃນລະດັບໃດໜຶ່ງ ແຕ່ຈະເປັນ “ການຂະຫຍາຍໂຕ ແບບບໍ່ສະໝ່ຳສະເໝີ” ລະຫວ່າງປະເທດໃຫຍ່ ແລະ ພວມພັດທະນາ ໃນນັ້ນສໍາລັບສອງປະເທດ ທີ່ມີຂະໜາດເສດຖະກິດ ໃຫຍ່ສຸດຂອງໂລກເຊັ່ນ: ຈີນຈະຂະຫຍາຍໂຕປະມານ 4.4%-4.5% ແລະ ສ.ອາເມລິກາ ຈະຂະຫຍາຍໂຕ ພຽງແຕ່ 2.4% ຖືວ່າຈີນຂະຫຍາຍຕົວເກີນ ສ.ອາເມລິກາເຖິງ 2.1% ເຊິ່ງ ຫ່າງກັນໄກພໍສົມຄວນ. IMFໄດ້ຕີລາຄາວ່າ: ເສດຖະກິດ ຂອງຈີນ ມີທ່າອ່ຽງ ຂະຫຍາຍຕົວໄວ ແລະ ຈີດີພີຂອງຈີນລື່ນສ.ອາເມລິກາ ເພາະໄດ້ຮັບແຮງໜູນ ຈາກການສົ່ງອອກ, ມາດຕະການກະຕຸ້ນເສດຖະກິດ ແລະ ການຜ່ອນຄາຍ ບັນຫາສົງຄາມ ການຄ້າກັບ ສ.ອາເມລິກາ ຂະນະທີ່ສ.ອາເມລິກາກໍໄດ້ຮັບ ແຮງໜູນເຊັ່ນ ກັນບໍ່ວ່າຈະເປັນ ພາກອຸດສາຫະກໍາເອໄອ, ຊິມິຄອນດັກເຕີ (ເຄື່ອງອຸປະກອນ ເຕັກໂນໂລຊີ), ສູນກາງຂໍ້ມູນ ແລະ ການລົງທຶນ ດ້ານເຕັກໂນໂລຊີອື່ນໆ. ນອກຈາກນັ້ນ ກອງທຶນການເງິນສາກົນ ຍັງເຕືອນວ່າ: ຖ້າສົງຄາມຢູ່ຕາເວັນອອກກາງ ແກ່ຍາວ, ສົງຄາມການຄ້າ ສ.ອາເມລິກາ-ຈີນ ແລະ ສົງຄາມ ອື່ນໆກັບມາຮຸນແຮງຂຶ້ນ ຮອບໃໝ່ ນັ້ນຈະເຮັດໃຫ້ເສດຖະກິດໂລກ ມີທ່າອ່ຽງຫນັກກວ່າຄາດໄວ້.
ຄາດວ່າ ທ່ານ ໂດນັນ ທຣໍາ ຈະເດີນທາງຢ້ຽມຢາມ ສປ ຈີນໃນວັນທີ 14-15 ພຶດສະພາ 2026 ນີ້, ຫລັງຈາກທີ່ໄດ້ເລື່ອນອອກໄປ ເນື່ອງຈາກສົງຄາມລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ແລະ ອີຣານ.
ນາງ ຄາໂຣລິນ ເລວິດ (Karoline Leavitt) ໂຄສົກທຳນຽບຂາວຂອງ ສ.ເມລິກາກ່າວວ່າເຈົ້າໜ້າທີ່ ຂອງສອງຝ່າຍ ພວມ“ກະກຽມການເດີນ ຄັ້ງປະຫວັດສາດນີ້”, ສ່ວນໄລຍະ ຜ່ານມານັ້ນ ຝ່າຍຈີນກໍເຂົ້າໃຈ ແລະ ຍອມຮັບການຂໍເລື່ອນກຳນົດ ການເດີນທາງຂອງພວກຕົນ. ເມື່ອນັກຂ່າວຖາມວ່າ ສ.ອາເມລິກາ ເຮັດສົງຄາມກັບ ອີຣານ ຈະສິ້ນສຸດ ກ່ອນທ່ານ ໂດນັນ ທຣໍາເດີນທາງໄປຈີນ ຫລື ບໍ່? ນາງ ເລວິດ (Leavitt) ກ່າວວ່າ: “ພວກເຮົາຄາດໄວ້ສະເໝີວ່າ ຈະໃຊ້ເວລາປະມານ 4-6 ອາທິດຈະຢຸດຕິສົງຄາມ ດັ່ງນັ້ນ ພວກທ່ານ ກໍຄໍານວນເອງໄດ້.” ແຕ່ເຖິງແນວໃດກໍຕາມ ນາງ ເລວິດ ບໍ່ໄດ້ໃຫ້ລາຍລະອຽດ ເພີ່ມຕື່ມກ່ຽວກັບ ການເຈລະຈາທີ່ຈະມີຂຶ້ນ ລະຫວ່າງສອງຝ່າຍ ສ.ອາເມລິກາ-ຈີນ ແຕ່ຄວາມເຄັ່ງຕຶງ ດ້ານການຄ້າ ລະຫວ່າງສອງມະຫາອຳນາດ ຄາດວ່າຈະເປັນຫົວ ຂໍ້ສຳຄັນໃນການຫາລື. ນັບຕັ້ງແຕ່ສະໄໝດຳລົງຕຳແໜ່ງ ຄັ້ງທຳອິດຂອງ ທ່ານ ໂດນັນ ທຣຳ ໄດ້ກຳນົດພາສີ ນຳເຂົ້າສູງຕໍ່ຈີນ ເພື່ອພະຍາຍາມ ຍົກລະດັບອຸດສາຫະກຳຂອງ ສ.ອາເມລິກາ ແລະ ແກ້ໄຂສິ່ງທີ່ທຣຳ ອະທິບາຍວ່າ ເປັນຄວາມບໍ່ສົມດຸນ ດ້ານການຄ້າ, ແຕ່ຄວາມສາມາດຂອງ ທ່ານ ໂດນັນ ທຣໍາ ໃນການບັງຄັບໃຊ້ ພາສີຄັັ້ງສຳຄັນຖືກຕັ້ງຄຳຖາມ ຫລັງຈາກຄຳຕັດສິນ ຂອງສານສູງສຸດ ສ.ອາເມລິກາ ໃນເດືອນກຸມພາ, ພາສີທັງໝົດ ທີ່ໄດ້ອ້າງອີງຕາມກົດໝາຍ ວ່າດ້ວຍການປະຕິບັດ ອຳນາດເສດ ຖະກິດສຸກເສີນສາກົນ (International Emergency Economic Powers Act) ຖືກຕັດສິນວ່າບໍ່ຖືກຕ້ອງ ແລະ ຫລັງຈາກນັ້ນ ຄະນະລັດຖະບານ ພາຍໃຕ້ ການນໍາຂອງ ທ່ານ ໂດນັນ ທຣໍາໄດ້ຫັນໄປໃຊ້ ພາສີແບບຄົງທີ່ 10% ພາຍໃຕ້ອໍານາດທາງກົດໝາຍອື່ນ ເລີ່ມຕັ້ງແຕ່ວັນທີ 1 ມີນາ; ສ່ວນສົງຄາມລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ແລະ ອີຣານ ກໍຄາດວ່າຈະເປັນຫົວຂໍ້ໜຶ່ງ ຈະນໍາມາຫາລືລະຫວ່າງ ສອງຜູ້ນໍາໃນປັກກິ່ງ.

ນັກວິເຄາະຍັງອະທິບາຍ ພາບລວມກະແສຂ່າວ ການຢ້ຽມຢາມຂອງ ສ.ອາເມລິກາ ຕໍ່ຈີນວ່າ: ຖ້າການຢ້ຽມຢາມຂອງ ທ່ານ ໂດນັນ ທຣໍາເກີດຂຶ້ນ ຢ່າງເປັນທາງການ ຕາມຫລາຍ ແຫລ່ງຂ່າວ ລາຍງານນັ້ນ, ສັນຍານບວກ ຈະບໍ່ຈໍາກັດພຽງສອງປະເທດ ແຕ່ອາດຈະສົ່ງຄື້ນສະເທືອນ ໄປທົ່ວລະບົບເສດຖະກິດ ແລະ ພູມສາດການເມືອງຂອງໂລກ. ອາດຈະສ້າງ “ຈຸດປ່ຽນ” ສໍາຄັນໃນຫລາຍດ້ານ:
1.ຈະຫລຸດຜ່ອນຄວາມເຄັ່ງຕຶງ ລະຫວ່າງສອງ ມະຫາອຳນາດ ສ.ອາເມລິກາ-ຈີນ ຕະຫລອດຫລາຍປີ ທີ່ເຄີຍຖືກຕັ້ງຄໍາ ຖາມວ່າກໍາລັງເຂົ້າສູ່ “ສົງຄາມເຢັນຮອບໃໝ່. ຖ້າທ່ານ ໂດນັນ ທຣໍາ ເລືອກໃຊ້ການເຈລະຈາ ແທນການປະທະກັນ ມັນຈະສົ່ງສັນຍານວ່າ ທັງສອງຝ່າຍຍັງພ້ອມຮ່ວມມືກັນ ເຖິງແມ່ນວ່າຈະມີບາງສິ່ງ ບໍ່ອອ່ນຂໍ້ໃຫ້ກັນຢູ່, ນີ້ອາດຈະຫລຸດ ຄວາມສ່ຽງ ຂອງຂໍ້ຂັດແຍ່ງ ການຄ້າ ແລະ ບັນຫາການແຊກແຊງລົງ.
2. ຄວາມໝັ້ນໃຈ ຂອງເສດຖະກິດໂລກ, ເມື່ອສອງມະຫາອໍານາດ ເສດຖະກິດໃຫຍ່ສຸດ ຂອງໂລກ ມີຄວາມສຳພັນດີຂຶ້ນ ຈະສົ່ງສັນຍານ ໃຫ້ຕະຫລາດການເງິນ, ການຄ້າ ແລະ ການລົງທຶນ ຈະຜ່ອນຄາຍ ຄວາມກັງວົນລົງຕາມລໍາດັບ. ບັນດາບໍລິສັດຂ້າມຊາດ ອາດກັບມາລົງທຶນເພີ່ມຂຶ້ນ ແລະ ຫ່ວງໂສ້ການຜະລິດຂອງໂລກ ຈະມີສະຖຽນລະພາບ ຫລາຍຂຶ້ນ. ສໍາລັບບັນດາ ປະເທດພວມ ພັດທະນາ ແລະ ດ້ອຍພັດທະນາທົ່ວໂລກ ໂດຍສະເພາະປະເທດ ໃນອາຊຽນນີ້ ຈະໄດ້ຮັບຂ່າວດີ ເພາະເສດຖະກິດໂລກ ມີສະຖຽນລະພາບ ແລະ ສະຫງົບ ຈະຊ່ວຍໃຫ້ການຄ້າ, ການລົງທຶນ, ການທ່ອງທ່ຽວຟື້ນຕົວ.
3. ປ່ຽນພາບລົບ ເປັນພາບບວກ ໃນສາຍຕາຂອງບາງຄົນຊາວ ສ.ອາເມຣິກາ ແລະ ກຸ່ມນິຍົມຊາດຕາເວັນຕົກ ທີ່ຢຶດຖື “ຄໍາວ່າເສລີ ປະຊາທິປະຊາໄຕ ໄຮ້ຂອບເຂດ ກັບອະຄະ ຕິທີ່ມີຕໍ່ຈີນ ໂດຍບໍ່ມີເຫດຜົນ” ໃນຫລາຍປີຜ່ານມານັ້ນ ຈະຄ່ອຍໆຫລຸດລົງ, ຈາງຫາຍໄປ ແລະ ຮູ້ຄວາມຈິງຫລາຍຂຶ້ນກ່ຽວກັບ ຜົນປະໂຫຍດ ຮ່ວມມືກັນ, ຄວາມສາມັກຄີ ແລະ ສັນຕິ ພາບ ເຊິ່ງຈະສົ່ງຜົນຕອບແທນ ຕໍ່ມະນຸດທົ່ວໂລກ ມີແຕ່ໄດ້ກັບໄດ້, ຈະເລີນຂຶ້ນເລື້ອຍໆ, ສະຫງົບ ແລະ ຢູ່ດີກິນດີຮ່ວມກັນ. ນອກຈາກນັ້ນ ມັນອາດຊ່ວຍ ປ່ຽນບັນຍາກາດ ທາງການເມືອງ ເປັນມິດຫລາຍຂຶ້ນ ແລະ ຊ່ວຍທົບທວນຄືນຜົນຮ້າຍ ຂອງການເຮັດສົງຄາມກໍ່ຄວາມຮຸນແຮງ ມີແຕ່ເສຍກັບເສຍ.
4.ເລັ່ງການຮ່ວມມືດ້ານ ເຕັກໂນໂລຢີ ແລະ ໂລກກໍາລັງເຂົ້າສູ່ຍຸກເອໄອ(AI) ຖ້າສອງປະເທດຫາຈຸດສົມດູນໄດ້ ຈະເຮັດໃຫ້ການຮ່ວມມື ໃນດ້ານ AI, ພະລັງງານສະອາດ, ລົດໄຟຟ້າ EV, ສາທາລະນະສຸກ ແລະ ອື່ນໆ ອາດຈະເຕີບໂຕວ່ອງໄວຂຶ້ນ ນີ້ຈະສົ່ງຜົນດີຕໍ່ຊີວິດ ຄົນທົ່ວໂລກ.
5.ຊາວໂລກຈະຮັບຮູ້ ແລະ ຊາບຊຶ້ງຈົນຕົບມື ຊົມເຊີຍເຖິງເຈດຕະນາດີ ຂອງຈີນ ຢ່າງຈະແຈ້ງວ່ານັບ ແຕ່ອະດີດຜ່ານມາ, ຈີນບໍ່ເຄີຍຮຸກຮານ ປະເທດໃດ ແລະ ບໍ່ເຄີຍແຊກ ແຊງ ກິດຈະການ ພາຍໃນຂອງປະເທດໃດ ມາກ່ອນ, ແຕ່ຊໍ້າພັດຍິ່ງນັບຖື ເຄົາລົບຄວາມ ເປັນເອກະລາດ ແລະ ອະທິປະໄຕຂອງປະເທດນັ້ນໆ, ຖືເອົາການທູດ ເປັນເວທີປຶກສາຫາລື ແລະ ແກ້ໄຂບັນຫາຢ່າງສັນຕິວິທີ ໂດຍບໍ່ໃຊ້ກໍາລັງຄວາມຮຸນແຮງ, ຍຶດໝັ້ນການຮ່ວມມືກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຮ່ວມກັນ ສະເໝີຕົ້ນສະເໝີປາຍ, ພ້ອມກັນສ້າງ ຄວາມອຸ ດົມຮັ່ງມີ ຈະເລີນກ້າວໜ້າ ແລະ ສັນຕິພາບຢ່າງຍືນຍົງ.
6. ອາດປ່ຽນດຸນອຳນາດໃນໂລກ ເຊິ່ງມັນອາດຈະນໍາໄປສູ່ “ລະບົບໂລກແບບໃໝ່” ທີ່ມະຫາອຳນາດແຂ່ງຂັນກັນ ແຕ່ຍັງຈັດການຄວາມຂັດແຍ່ງໄດ້. ປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາອາດຈະມີ “ພື້ນທີ່ທາງການທູດ” ຫລາຍຂຶ້ນ ໂດຍບໍ່ຈໍາເປັນຕ້ອງ ເລືອກຂ້າງຊັດເຈນ. ແນ່ນອນ ບໍ່ແມ່ນທຸກຢ່າງ ຈະປ່ຽນໃນທັນທີ. ແຕ່ຢ່າງໜ້ອຍ ການຢ້ຽມຢາມ ຈະສົ່ງຂໍ້ຄວາມສໍາຄັນ ຕໍ່ໂລກວ່າ: “ການເຈລະຈາ ແລະ ຄວາມຮ່ວມມື ຍັງເປັນທາງເລືອກທີ່ດີກວ່າ ການແບ່ງຂົ້ວ ແລະ ການປະທະກັນ”.

ຄໍາຖາມມີຢູ່ວ່າເປັນຫຍັງ ສອງປະເທດ ສ.ອາເມລິກາ ແລະ ຈີນຈິ່ງມີຄວາມສໍາຄັນ ທີ່ສຸດຕໍ່ການເມືອງ ແລະ ເສດຖະກິດໂລກ? ດັ່ງທີ່ຮູ້ນໍາກັນປັດຈຸບັນ ເສດຖະກິດ ຂອງສອງ ປະເທດຈີນ ແລະ ສ.ອາເມລິກາ ມີຂະໜາດໃຫຍ່ທີ່ສຸດ ເຊິ່ງກວມເອົາອັດຕາສ່ວນ ເສດຖະກິດໂລກ ເກືອບເຄິ່ງໜຶ່ງ ໃນນັ້ນສ.ອາເມລິກາ ມີຈີດີພີສະເລ່ຍປະມານ 30ພັນຕື້ໂດລາ ສະຫະລັດ; ຈີນມີຈີດີພີ ສະເລ່ຍປະມານ 20-25 ພັນຕື້ໂດລາສະຫະລັດ, ຂະນະທີ່ ຈີດີພີໂລກທັງໝົດ ສະເລ່ຍປະມານ 115 ພັນຕື້ໂດລາສະຫະລັດ ນັ້ນໝາຍວ່າ: ສ.ອາເມລິກາ ກວມປະມານ 26% ແລະ ຈີນ ກວມປະມານ 17% ຂອງເສດຖະກິດໂລກ, ສອງປະເທດ ລວມກັນກວມປະມານ 43% ຂອງຈີດີພີໂລກເກືອບ “ເຄິ່ງໜຶ່ງ” ຂອງເສດຖະກິດໂລກ.
ນອກຈາກນັ້ນ ສອງປະເທດນີ້ ຍັງກວມອັດຕາສ່ວນໃຫຍ່ ຂອງການຄ້າໂລກ, ການຜະລິດອຸດສາຫະກໍາ ດ້ານການທະຫານ, ເຄື່ອງໃຊ້ໃນເຮືອນ, ເຄື່ອງໃຊ້ໄຟຟ້າ ,ເອໄອ (AI),ລົດໄຟຟ້າ, ເຄື່ອງອຸປະກອນ ເຕັກໂນໂນຊີ (semi-conductor), ຕະຫລາດທຶນ , ຕະຫລາດການເງິນໂລກ ແລະ ອື່ນໆ. ພ້ອມດຽວກັນນີ້, ຈີນຍັງມີເຄື່ອຂ່າຍ ເສັ້ນທາງລົດໄຟ ໃຫຍ່ທີ່ ສຸດ ເອີ້ນວ່າຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ກວມເອົາຄູ່ຮ່ວມມື 150 ກວ່າປະເທດທົ່ວໂລກ.
ສະນັ້ນ ເມື່ອໃດເສດຖະກິດ ແລະ ການເມືອງຂອງ ສອງປະເທດ ສ.ອາເມລິກກາ-ຈີນຜະເຊີນ ໜ້າຄວາມຫຍຸ້ງຍາກ ຫລື ເກີດຄວາມຂັດແຍ່ງກັນ ຈະເຮັດໃຫ້ ລະບົບເສດຖະ ກິດໂລກ ສົ່ງຜົນກະທົບ ໄປທຸກແງ່ມຸມ ຢ່າງແນ່ນອນ. ດ້ວຍເຫດນັ້ນ ຈິ່ງເວົ້າໄດ້ວ່າ ການກໍ່ສົງ ຄາມ ແລະ ສ້າງຂໍ້ຂັດແຍ່ງກັນ ບໍ່ວ່າຈະເປັນວິທີໃດ ລ້ວນແຕ່ສ້າງຄວາມເສຍຫາຍ, ຜົນກະທົບທາງກົງ ແລະ ທາງອອ້ມກໍ່ໃຫ້ເກີດ ການເສຍຊີວິດ, ເສຍອົງຄະ, ເສຍຊັບສິນ, ເພີ່ມຄວາມ ທຸກຍາກ, ກີດຂວາງກັນໄປມາຫາສູ່ກັນ, ທໍາລາຍຫ່ວງໂສ້ການຄ້າ, ແບ່ງແຍກເຊື້ອ ຊາດເຜົ່າພັນ, ເຮັດໃຫ້ມະນຸດ ຫ່າງເຫີນກັນຫລາຍຂຶ້ນ ແລະ ແບ່ງຂົ້ວແບ່ງອໍານາດກັນອື່ນໆ. /.
ໂດຍ: ນໍ້າອອ້ຍຂົມ
KPL