ອິນໂດເນເຊຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນກວ່າ8%

05/05/2026 16:16
Email Print 448
ຂປລ ໄຕມາດທໍາອິດຂອງປີນີ້ ມີນັກທ່ອງທ່ຽວ ຕ່າງປະເທດ ເດີນທາງໄປທ່ຽວ ອິນໂດເນເຊຍ 3.440.000 ເທື່ອຄົນ, ເພີ່ມຂຶ້ນ 8,62% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025 ເຊິ່ງເປັນລະດັບສູງສຸດ ນັບແຕ່ປີ 2020 ເປັນຕົ້ນມາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມຂໍ້ມູນ ສະຖິຕິ ທີ່ອົງການສະຖິຕິສູນກາງ ອິນໂດເນເຊຍ ເຜີຍໃຫ້ຮູ້ໃນວັນທີ 4 ພຶດສະພານີ້ວ່າ: ໄຕມາດທໍາອິດຂອງປີນີ້ ມີນັກທ່ອງທ່ຽວ ຕ່າງປະເທດ ເດີນທາງໄປທ່ຽວ ອິນໂດເນເຊຍ 3.440.000 ເທື່ອຄົນ, ເພີ່ມຂຶ້ນ 8,62% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025 ເຊິ່ງເປັນລະດັບສູງສຸດ ນັບແຕ່ປີ 2020 ເປັນຕົ້ນມາ. ຂໍ້ມູນສະແດງໃຫ້ເຫັນວ່າ: ໄຕມາດທໍາອິດຂອງປີນີ້, ລາຍຈ່າຍສະເລ່ຍ ຂອງນັກທ່ອງທ່ຽວຕ່າງປະເທດ ແມ່ນປະມານ 1.345 ໂດລາສະຫະລັດ ຕໍ່ຫົວຄົນ, ສ່ວນໃຫຍ່ແມ່ນໃຊ້ໃນຄ່າທີ່ພັກ, ກິນດື່ມ ແລະ ຊື້ສິນຄ້າ. ນັກທ່ອງທ່ຽວຕ່າງປະເທດ ສະເລ່ຍແລ້ວ ຄ້າງແຮມປະມານ 10,83 ຄືນ ເຊິ່ງສະແດງໃຫ້ເຫັນວ່າ: ຄວາມສາມາດດ້ານການບໍລິໂພກ ແລະ ຄວາມເຕັມໃຈຄ້າງແຮມຂອງເຂົາເຈົ້າ ໄດ້ເພີ່ມຂຶ້ນ ພ້ອມກັນ. ນອກນີ້, ຕະຫລາດ ການທ່ອງ ທ່ຽວພາຍໃນປະເທດ ຂອງອິນໂດນເຊຍກໍມີຄວາມຄຶກຄື້ນຫຼາຍຂຶ້ນຢ່າງພົ້ນເດັ່ນເຊັ່ນດຽວກັນ, ເຊິ່ງສັງເກດໄດ້ຈາກໃນເດືອນມີນາປີນີ້, ນັກທ່ອງທ່ຽວພາຍໃນປະເທດ ມີເຖິງ 126 ລ້ານເທື່ອຄົນ,​ ເພີ່ມຂຶ້ນ 42,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ການທີ່ມີຫລາຍວັນພັກສະຫລັບຊັບຊ້ອນ ໄປພ້ອມກັນ ແລະ ການອອກເດີນທາງ ມີຄວາມສະດວກຫລາຍຂຶ້ນ ໄດ້ກາຍເປັນປັດໄຈ ຂັບເຂື່ອນຕົ້ນຕໍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top