ຂປລ
ຂປລ. ພິທີຍົກຍອດຊໍ່ຟ້າ ຫໍທໍາມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງ ຈັດຂຶ້ນໃນວັນທີ 3 ພຶດສະພາ 2026 ໂດຍມີອະດີດການນຳພັກ-ລັດ ຂອງແຂວງ, ນະຄອນຫລວງພະບາງ, ຄອບຄົວເຈົ້າສັດທາ ແລະ ພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງແຂວງເຂົ້າຮ່ວມ.

ຂປລ. ພິທີຍົກຍອດຊໍ່ຟ້າ ຫໍທໍາມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງ ຈັດຂຶ້ນໃນວັນທີ 3 ພຶດສະພາ 2026 ໂດຍມີອະດີດການນຳພັກ-ລັດ ຂອງແຂວງ, ນະຄອນຫລວງພະບາງ, ຄອບຄົວເຈົ້າສັດທາ ແລະ ພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງແຂວງເຂົ້າຮ່ວມ.
ທ່ານ ສົມພອນ ສີອຸດົມພັນ ປະທານແນວລາວສ້າງຊາດ ແຂວງຫລວງພະບາງ ໄດ້ກ່າວວ່າ: ການກໍ່ສ້າງຫໍທໍາມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງ ເປັນໂຄງການທີ່ໃຫຍ່ ແລະ ຕ້ອງການງົບປະມານເຂົ້າໃນການກໍ່ສ້າງຢ່າງມະຫາສານ ຕາມແຜນຄາດຄະເນ ມູນຄ່າປະມານ 13 ຕື້ກີບ ແຕ່ບໍ່ມີແຫລ່ງທຶນທີ່ແນ່ນອນ, ສ່ວນໃຫຍ່ໄດ້ມາຈາກການລະດົມທຶນ ແລະ ການປະກອບສ່ວນຈາກສັງຄົມຈຶ່ງບໍ່ສາມາດກໍານົດເວລາໃນການດໍາເນີນໂຄງການກໍ່ສ້າງໄດ້ຢ່າງແນ່ນອນ ແລະ ຕໍ່ເນື່ອງ, ໂຄງການກໍ່ສ້າງຫໍທໍາມະສະພາແຫ່ງນີ້ ເພື່ອເປັນບ່ອນເຮັດວຽກຂອງຄະນະສົງ ອົງການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງ ເນື່ອງຈາກປັດຈຸບັນການເຮັດວຽກຂອງຄະນະສົງ ແມ່ນເຮັດຢູ່ຕາມວັດວາອາຮາມບໍ່ມີຄວາມສອດຄ່ອງກັບການພັດທະນາໄລຍະໃໝ່, ຈຶ່ງມີຄວາມຈຳເປັນຕ້ອງກໍ່ສ້າງຂຶ້ນ ເພື່ອຮັບໃຊ້ວຽກງານຂອງຄະນະສົງສະເພາະ.
ຜ່ານການຈັດຕັ້ງປະຕິບັດມາ ຮອດປັດຈຸບັນ ໄດ້ຮັບການນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດຈາກພະອາຈານໃຫຍ່ ອ່ອນແກ້ວ ກິຕິດພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຫລວງພະບາງ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານການກໍ່ສ້າງ ຝ່າຍຄາລະວາດ ບວກກັບຄວາມເອົາໃຈໃສ່ຂອງຄະນະບໍລິຫານງານປະຈຳການ ອົງການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງ ແລະ ອົງການຈັດຕັ້ງພັກ-ລັດຂອງແຂວງ, ຕະຫລອດຮອດການປະກອບສ່ວນທຶນຮອນ ຈາກອອກຕົນຍາດໂຍມຜູ້ໃຈບຸນ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງ ໄດ້ຮັບຜົນສຳເລັດເປັນກ້າວໆ.
ສໍາລັບທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ໂຄງການໄດ້ດໍາເນີນວຽກເປັນປົກກະຕິ ຄະນະຮັບຜິດຊອບໂຄງການກໍ່ສ້າງ ຂໍເຊີນຊວນຜູ້ທີ່ມີຈິດໃຈສັດທາທັງພາຍໃນ ແລະ ຕ່າງປະເທດ ສາມາດຮ່ວມອະນຸໂມທະນາບຸນ ໄດ້ຕາມກຳລັງສັດທາ ເພື່ອເຮັດໃຫ້ໂຄງການກໍ່ສ້າງດັ່ງກ່າວ ສຳເລັດຕາມແຜນການ.
ໂດຍ: ທະນູສິນ ອິດທິພົນ
KPL