ຮັງມີຍ້ອນປູກພືດຜັກປະສົມປະສານ

06/07/2021 16:32
Email Print 1818
ຂປລ ຜັກກະລໍ່າປີ ແມ່ນພືດອີກຊະນິດໜຶ່ງ ທີ່ສັງຄົມໃຫ້ຄວາມຍອມຮັບ ແລະ ນິຍົມກັນ ນຳມາປຸງແຕ່ງເປັນອາຫານຢ່າງແຜ່ຫຼາຍ ຊຶ່ງປັດຈຸບັນ ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວ ເພື່ອຜະລິດເປັນສິນຄ້າ ຢ່າງເປັນຂະບວນການຟົດຟື້ນພໍສົມຄວນ ແລະ ຕະຫລາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ.

ຜັກກະລໍ່າປີ ແມ່ນພືດອີກຊະນິດໜຶ່ງ ທີ່ສັງຄົມໃຫ້ຄວາມຍອມຮັບ ແລະ ນິຍົມກັນ ນຳມາປຸງແຕ່ງເປັນອາຫານຢ່າງແຜ່ຫຼາຍ ຊຶ່ງປັດຈຸບັນ ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວ ເພື່ອຜະລິດເປັນສິນຄ້າ ຢ່າງເປັນຂະບວນການຟົດຟື້ນພໍສົມຄວນ ແລະ ຕະຫລາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ. ດັ່ງຄອບຄົວ ຂອງທ່ານ ບົກວ່າງ, ປະຊາຊົນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ໄດ້ຍຶດຖືການປູກຜັກກະລໍ່າປີເປັນສິນຄ້າ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວ ໄດ້ເປັນຢ່າງດີ. ທ່ານ ບົກວ່າງ ໃຫ້ຮູ້ວ່າ: ການປູກຜັກກະລໍ່າປີ ແມ່ນໄດ້ລິເລີ່ມໃນໄລຍະປີ 2019 ເປັນຕົ້ນມາ ແລະ ການປູກຜັກແບບປະສົມປະສານ ເປັນຕົ້ນ ຫອມບົ່ວ, ຫອມປ້ອມ, ຜັກກາດ, ໝາກແຕງ, ໝາກຖົ່ວ ແລະ ໝາກຊູ ແມ່ນເລີ່ມຕົ້ນປູກນັບແຕ່ປີ 1989 ເປັນຕົ້ນມາ, ໃນເວລານັ້ນການປູກ ແມ່ນເນັ້ນໃສ່ການບໍລິໂພກພາຍໃນຄອບຄົວ ເປັນສ່ວນໃຫຍ່ ຊຶ່ງຍັງບໍ່ທັນມີທ່າແຮງເພື່ອຜະລິດເປັນສິນຄ້າໄດ້ເທື່ອ, ການປູກແມ່ນປະຕິບັດຕາມເປັນຕາມເກີດ, ປູກແບບພື້ນບ້ານ ແລະ ປະຖົມປະຖານ ໂດຍອາໄສທຳມະຊາດເປັນຕົ້ນຕໍ, ແຕ່ມາຮອດໄລຍະການສ້າງຕັ້ງແຂວງໄຊສົມບູນ ໄດ້ມີເງື່ອນໄຂຫລາຍຢ່າງ ທີ່ອຳນວຍຄວາມສະດວກ ດັ່ງນັ້ນ ຈິ່ງໄດ້ຕັດສິນໃຈເລີ່ມຕົ້ນປູກຢ່າງຈິງຈັງ ໂດຍສຸມໃສ່ການປູກຜັກກະລໍ່າປີເປັນຕົ້ນຕໍ, ສໍາລັບໝາກຊູ, ໝາກແຕງ, ຫອມບົ່ວ ແລະ ຫອມປ້ອມ ເປັນການປູກແບບສຳຮອງ. ພ້ອມດຽວກັນນີ້ ລາຍຮັບຈາກການຂາຍຕົວຈິງ ສຳລັບຜັກກະລໍ່າປີ ແມ່ນສາມາດສ້າງລາຍຮັບໄດ້ 10-20 ລ້ານກີບ ຕໍ່ງວດ ແລະ ພືດຜັກແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 5-6 ລ້ານກີບ ຕໍ່ເດືອນ ເຖິງວ່າຈະເປັນຈຳນວນເງິນ ທີ່ຍັງບໍ່ທັນຫລວງຫລາຍ ແລະ ບໍ່ສາມາດເປັນຄອບຄົວຕົວແບບໄດ້ກໍຕາມ ແຕ່ມັນກໍສາມາດແກ້ໄຂຄວາມຫຍຸ້ງຍາກພາຍໃນຄອບຄົວ ໄດ້ເປັນຢ່າງດີ ທັງສະແດງໃຫ້ເຫັນເຖິງຄວາມດຸໝັ່ນຂະຫຍັນພຽນ ແລະ ມີຄວາມຕັດສິນໃຈສູງ ເຂົ້າໃນການພັດທະນາເສດຖະກິດຄອບຄົວຂອງຕົນ ໃຫ້ມີຖານະດີຂຶ້ນ ໂດຍປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເທື່ອລະກ້າວ ຊຶ່ງເປັນມູນເຊື້ອທີ່ຫລາຍຄອບຄົວຄວນເອົາເປັນແບບຢ່າງ.

ສຳລັບການຂາຍ ແມ່ນຂາຍຕາມການສັ່ງຊື້ຂອງພໍ່ຄ້າ-ແມ່ຄ້າ ຢູ່ທ້ອງຕະຫຼາດ ພາຍໃນແຂວງ ແລະ ສົ່ງຂາຍໃຫ້ບໍລິສັດ ພູເບ້ຍມາຍນິງ ໃນຈຳນວນ 500 ກິໂລ ໃນທຸກໆ ອາທິດ ຕໍ່ໜຶ່ງຄັ້ງ ຊຶ່ງລາຄາຂາຍທີ່ສົ່ງໃຫ້ພໍ່ຄ້າ-ແມ່ຄ້າ ໃນຕະຫຼາດ ແມ່ນ 3000 ກີບ ຕໍ່ກິໂລ ແລະ ສົ່ງໃຫ້ບໍລິສັດ ພູເບ້ຍ ມາຍນິງ ແມ່ນ 8000 ກີບ ຕໍ່ກິໂລ. ນອກນີ້ ຍັງໄດ້ສົ່ງຂາຍໃຫ້ບັນດາເມືອງພາຍໃນແຂວງ ແລະ ສົ່ງໄປຂາຍ ຢູ່ແຂວງວຽງຈັນ ຕື່ມອີກ. ອາດເວົ້າໄດ້ວ່າ ຜັກກະລໍ່າປີ ແລະ ພືດຜັກແບບປະສົມປະສານ ຂອງທ່ານ ບົກວ່າງ ໄດ້ເຮັດໃຫ້ຕະຫລາດ ທັງພາຍໃນ ແລະ ຕ່າງແຂວງ ໃຫ້ຄວາມຍອມຮັບ ພ້ອມທັງສັ່ງຊື້ຢ່າງເປັນຂະບວນການກວ້າງຂວາງ ພໍສົມຄວນ. ຄາດວ່າອີກບໍ່ດົນທ່ານ ບົກວ່າງ ຈະກາຍເປັນບຸກຄົນ ແລະ ຄອບຄົວຕົວແບບ ໃນການປູກພືດຜັກຜະລິດເປັນສິນຄ້າ ຢ່າງແນ່ນອນ.
KPL

ຂ່າວອື່ນໆ

    • ລາວ-ໄທ ຮ່ວມສັງເກດການລ້າຕະເວນທາງນ້ຳ ຄັ້ງທີ 5ບົດ-ສາລະຄະດີ

      ລາວ-ໄທ ຮ່ວມສັງເກດການລ້າຕະເວນທາງນ້ຳ ຄັ້ງທີ 5

      7/17/2026 11:08:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ການລາດຕະເວນ ຮ່ວມທາງນ້ຳ ຂອງໜ່ວຍປະຕິບັດ ງານ ເພ່ືອແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ ລະຫວ່າງ ກອງບັນຊາການທະຫານແຂວງບ່ໍ ແກ້ວ ສປປ ລາວ ກັບ ກອງກຳລັງ ຜາເມືອງ ແຂວງຊຽງຣາຍ ຣາຊະ ອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ສຳນັກງານ ດ່ານສູນກວດກາຈຸດລະກອນ ຣາຊະ ອານາຈັກໄທ ໂດຍມີ ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການ ທະຫານກອງບັນຊາການທະຫານ ແຂວງບໍ່ແກ້ວ ຫົວໜ້າຄະນະ ປະຕິບັດງານເພື່ອແກ້ໄຂບັນຫາ ຢາເສບຕິດຕາມຊາຍແດນ ລາວ- ໄທ, ທ່ານ ພົນຕີ ສາທິດ ໄວຍະ ນົນ ຫົວໜ້າຜູ້ບັນຊາການກອງກຳລັງຜາເມືອງ ກອງທັບຣາຊະອາ ນາຈັກໄທ ຫົວໜ້າຄະນະປະຕິບັດ ງານເພື່ອແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ໄທ-ລາວ ພ້ອມ ດ້ວຍຄະນະປະຕິບັດງານ ແລະ ໜ່ວຍປະສານງານປະຈຳພື້ນທ່ ທັງສອງຝ່າຍ ລາວ-ໄທ, ໄທ-ລາວ ເຂົ້າຮ່ວມ.

    • ປກສ ເມືອງລະມາມ ສາມາດແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໄດ້ 2 ບັນຫາທີພົ້ນເດັ່ນບົດ-ສາລະຄະດີ

      ປກສ ເມືອງລະມາມ ສາມາດແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໄດ້ 2 ບັນຫາທີພົ້ນເດັ່ນ

      7/17/2026 11:03:50 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາ, ຄະນະພັກ-ຄະນະນໍາ ປກສ ເມືອງລະມາມ ແຂວງເຊກອງ ໄດ້ ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທ່ີ ວິຊາສະເພາະ ກໍຄືການແກ້ໄຂປະ ກົດການຫຍໍ້ທໍ້ໃນສັງຄົມ ຊຶ່ງສາມາດ ແກ້ໄຂໄດ້ 2 ບັນຫາຫລັກທີ່ພົ້ນເດັ່ນ ຄື: ການເລີກຮື້ແກ້ໄຂເປົ້າໝາຍກ່ໍ ອາຊະຍາກຳທາງລະບົບໂທລະຄົມ- ການສື່ສານ (ກຸ່ມແກ້ງຄໍເຊັນເຕີ, ສະ ແກມເມີ) ແລະ ການແກ້ໄຂບັນຫາ ຢາເສບຕິດ.

    • ສະຫວັນນະເຂດ ສະຫລຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງບົດ-ສາລະຄະດີ

      ສະຫວັນນະເຂດ ສະຫລຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ

      7/17/2026 10:58:21 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະຊຸມສະຫລຸບວຽກງານກໍ່ສ້າງ ຮາກຖານການເມືອງ, ພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຂອງ ແຂວງສະຫວັນນະເຂດ ໄລຍະ 5 ປີ (2020-2025) ແລະ ວາງ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຈັດຂຶ້ນໃນວັນທີ 15 ກໍລະກົດ 2026 ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະ ບໍລິຫານງານພັກແຂວງສະຫວັນນະ ເຂດ ພ້ອມດ້ວຍຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພະແນກການ, ຫ້ອງການອ້ອມຂ້າງແຂວງ ແລະ ບັນດາຜູ້ແທນຈາກເມືອງ-ນະຄອນ ເຂົ້າຮ່ວມ.

    • ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມືບົດ-ສາລະຄະດີ

      ອົງການສານປະຊາຊົນສູງສຸດ ລາວ-ຫວຽດນາມ ລົງນາມແຜນຮ່ວມມື

      7/17/2026 8:25:10 AM

      ພິທີລົງນາມແຜນການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມໃນໄລຍະປີ 2026-2028 ຈັດຂຶ້ນໃນວັນທີ 15 ກໍລະກົດ 2026,

    • ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວບົດ-ສາລະຄະດີ

      ສະຫະພັນກະຊວງການຕ່າງປະເທດ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

      7/17/2026 8:15:42 AM

      ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດພິທີສະເຫລີມສະຫລອງ ແລະ ງານເທສະການອາຫານເນ່ືອງໃນໂອກາດຂ່ໍານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ໃນວັນທີ 14 ກໍລະ ກົດ 2026 ຢູ່ກະຊວງການຕ່າງປະເທດ.

ads
ads

Top