ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຮ່ວມໄຫ້ວພະ ສູດມົນເພື່ອສັນຕິພາບໂລກ

28/10/2026 09:45
ຂປລ ໃນວັນທີ 26 ຕຸລາ 2026 ນີ້, ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ນໍາໂດຍພະອາຈານໃຫຍ່ມະຫາເວດມະເສ ໄນ ປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ກ່ໍຕ້ັງກອງປະຊຸມພຸດສາສະໜາ ໜານໄຫ່, ເຈ້ົາອະທິການວັດຫົງຟ້າ ສປ ຈີນ, ພ້ອມຄະນະພະສົງຈາກ 29 ປະເທດ ໄດ້ຮ່ວມພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ຢູ່ຕໍ່ໜ້າຮູບປັ້ນເຈ້ົາ ໄຊເສດຖາ ພະທາດຫລວງວຽງຈັນ ແລະ ວຽນທຽນບູຊາພະທາດຫລວງວຽງຈັນ ໂດຍມີບັນດາການນຳພັກ, ລັດ, ພຸດທະສາສະນິກະຊົນລາວບັນດາເຜ່ົາເຂ້ົາຮ່ວມ.

   

    ຂປລ.ທັງນ້ີ, ກໍເພ່ືອສ້າງຂະບວນການຂ່ໍານັບຮັບຕ້ອນກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄ້ັງທີ 11 ທ່ີຈະຈັດຂ້ຶນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້. ໂອກາດນີ້, ພະອາຈານໃຫຍ່ມະຫາເວດ ມະເສໄນ ໄດ້ມີຄຳເຫັນໃນພິທີ ໂດຍເນັ້ນເຖິງຄວາມໂດດ ເດັ່ນ ແລະ ຄວາມສຳຄັນຂອງພະທາດຫລວງວຽງຈັນ ຊຶ່ງເປັນປູຊະນີຍະສະຖານອັນສັກສິດ ແລະ ເປັນສູນລວມຈິດໃຈຂອງຊາວພຸດລາວ. ການຮ່ວມສູດມົນຂອງພະສົງຈາກຫລາຍປະເທດເປັນການສະແດງພະລັງແຫ່ງສັດທາຄວາມເມດຕາ ແລະ ຄວາມສາມັກຄີຂອງຊາວພຸດທົ່ວໂລກ. ພ້ອມທັງຍົກໃຫ້ເຫັນຄວາມສຳຄັນຂອງການສູດມົນຕາມຫລັກຄຳສອນຂອງພຸດທະສາສະໜາ ຊຶ່ງຊ່ວຍສືບທອດພະທຳວິໄນເສີມສ້າງສະຕິ ແລະ ປັນຍາຂັດເກົາ  ຈິດໃຈໃຫ້ຜ່ອງໃສລົດລະຄວາມໂລບຄວາມໂກດຄວາມຫລົງ ແລະ ສົ່ງເສີມການຢູ່ຮ່ວມກັນຢ່າງສັນຕິ. ພ້ອມນີ້, ພະອາຈານໃຫຍ່ ຍັງໄດ້ເນັ້ນເຖິງການສົ່ງເສີມຄວາມເຂົ້າໃຈ ລະຫວ່າງພຸດທະສາສະໜານິກາຍຕ່າງໆທັງເຖຣະວາດ, ມະຫາຍານ ແລະ ວັດຊະຣະຍານ ໂດຍຢຶດຖືຫລັກການ “ສະແຫວງຫາຈຸດຮ່ວມສະຫງວນໄວ້ຊຶ່ງຈຸດຕ່າງ” ເພື່ອສ້າງຄວາມສາມັກຄີ ແລະ ຮ່ວມກັນສືບສານຄຸນຄ່າຂອງພຸດທະສາສະໜາ.

    ພະອາຈານໃຫຍ່ ມະຫາເວດ ມະເສໄນ ແລະ ພະອາຈານໃຫຍ່ ອິນຊູນ ພ້ອມດ້ວຍຄະນະພະສົງຈາກ 29 ປະເທດ ໄດ້ນໍາພາພຸດທະສາສະນິກະຊົນລາວບັນດາເຜ່ົາວຽນທຽນບູຊາພະທາດຫລວງວຽງຈັນ ດ້ວຍບັນຍາກາດອັນຄຶກຄື້ນຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ໄດ້ປະຕິບັດກັນມາແຕ່ບູຮານນະການ. 

   ໂອກາດດຽວກັນ, ໃນວັນທີ 27 ຕຸລາ 2026 ນີ້, ຄະນະພະສົງຈາກ 29 ປະເທດ ນຳໂດຍພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ກ່ໍຕ້ັງກອງປະຊຸມພຸດສາສະໜາໜານໄຫ່,  ເຈົ້າອະທິການວັດຫົງຟ້າ ສປ ຈີນ ກໍໄດ້ເດີນທາງໄປທ່ຽວຊົມພິພິທະພັນສິລະປະລາວ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ທີ່ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ.

ຂ່າວ: ທະນູທອງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສະຫຼຸບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກລບຕ ຜ່ານລາຍການວິທະຍຸ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສະຫຼຸບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກລບຕ ຜ່ານລາຍການວິທະຍຸ ປະຈຳປີ 2026

      10/28/2026 9:50:28 AM

      ກອງປະຊຸມປະຈຳປີຂອງວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການວິທະຍຸກະຈາຍສຽງ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ, ທ່ານ ວຽງວັດທະນາ ຊະນະພານ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຜູ້ຕາງໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຂະແໜງສື່ມວນຊົນຈາກ 12 ແຂວງທົ່ວປະເທດ ເຂົ້າຮ່ວມ.

    • ຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງວັດທະນະທຳ-ສັງຄົມ

      ຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງ

      10/28/2026 9:46:21 AM

      ກອງປະຊຸມປຶກສາຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງ, ບັນດາຂະແໜງການທີ່ກ່ຽວພັນ ແລະ ໂຄງການຮ່ວມມືກັບຕ່າງປະເທດ ຈັດຂຶ້ນໃນວັນທີ 26 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະປະທານ ສສຍລ, ຕາງໜ້າຈາກກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສ້າງຄວາມເຂັ້ມແຂງໃຫ້ ສສຊ ເພດຍິງໃນການຕິດຕາມກວດກາ ແລະ ທົບທວນກົດໝາຍວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງໃຫ້ ສສຊ ເພດຍິງໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ

      10/28/2026 9:42:51 AM

      ສະພາແຫ່ງຊາດ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ໃນຫົວຂໍ້: ການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ ໃນວັນທີ 24-25 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ, ມີບັນດາ ສສຊ ເພດຍິງຈາກສູນກາງ ແລະ 16 ເຂດເລືອກຕັ້ງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026

      10/27/2026 8:33:39 PM

      ໃນໂອກາດບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຮອບດ້ານໃນການສະໜອງສິນຄ້າປະເພດຕ່າງໆ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນໃນໄລຍະບຸນປະເພນີອອກພັນສາ, ພ້ອມທັງວາງມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.

    • ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມວັດທະນະທຳ-ສັງຄົມ

      ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ

      10/27/2026 8:33:36 PM

      ອົງການປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມວິຊາການວຽກງານປົກປ້ອງສັງຄົມ ໃນວັນທີ 23 ຕຸລາ 2026 ຜ່ານມາ, ເພື່ອຫາລື ແລະ ຊຸກຍູ້ການຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ ແລະ ຫຼຸດຜ່ອນຄວາມເຫຼື້ອມລ້ຳຢ່າງຍືນຍົງ.

ads
ads

Top