ຂປລ
ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.
ໂອກາດນີ້, ທ່ານ ຄຳພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ການພົບປະຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະ ປຶກສາຫາລື 4 ວຽກງານສຳຄັນທີ່ເປັນບຸລິມະສິດຮີບດ່ວນໃນການພັດທະນາຂະແໜງການເງິນ ຄື: ການປະສານສົມທົບເພື່ອຊ່ວຍເຫຼືອ, ສ້າງ ແລະ ປັບປຸງແຜນຍຸດທະສາດການພັດທະນາຂະແໜງສ່ວຍສາອາກອນຂອງ ສປປ ລາວ ສຳລັບໄລຍະໃໝ່ 2026-2030; ການຮ່ວມກັນສ້າງຂອບນິຕິກຳ, ກົນໄກການຄຸ້ມຄອງ ແລະ ມາດຕະການຜັນຂະຫຍາຍການນຳໃຊ້ໃບເກັບເງິນເອເລັກໂຕຣນິກ ແລະ ລົງເລິກຄົ້ນຄວ້າຮູບແບບໃບເກັບເງິນແບບມີລາງວັນ; ການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນຕໍ່ກັບຂະແໜງອະສັງຫາລິມະຊັບ; ການຮ່ວມມື ແລະ ແລກປ່ຽນທາງດ້ານວິຊາການໃນປີ 2027.
ການພົບປະແລກປ່ຽນທາງດ້ານວິຊາການຄັ້ງນີ້, ເປັນການສືບຕໍ່ທົບທວນການຈັດຕັ້ງປະຕິບັດຕາມແຜນການຮ່ວມມືລະຫວ່າງສອງກະຊວງການເງິນ ລາວ-ຫວຽດນາມ ປະຈຳປີ 2026 ແລະ ທິດທາງແຜນການຮ່ວມມືດ້ານວິຊາການໃນປີ 2027 ຊຶ່ງເປັນວຽກງານບຸລິມະສິດທີ່ສຳຄັນໃນການຫັນຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ກໍຄືການຄຸ້ມຄອງວຽກງານສ່ວຍສາອາກອນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະແມ່ນການຂະຫຍາຍຖານຈັດເກັບອາກອນໃຫ້ໄດ້ຢ່າງທົ່ວເຖິງ ແລະ ສາມາດຈັດເກັບລາຍຮັບງົບປະມານໄດ້ຢ່າງຄົບຖ້ວນ ແລະ ມີປະສິດທິພາບສູງ.
ຂ່າວ: ມະນີວັນ
KPL