ຂປລ
ກອງປະຊຸມປຶກສາຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງ, ບັນດາຂະແໜງການທີ່ກ່ຽວພັນ ແລະ ໂຄງການຮ່ວມມືກັບຕ່າງປະເທດ ຈັດຂຶ້ນໃນວັນທີ 26 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະປະທານ ສສຍລ, ຕາງໜ້າຈາກກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລື ແລະ ພິຈາລະນາບັນດາເນື້ອໃນສຳຄັນ ເປັນຕົ້ນທົບທວນຄວາມຄືບໜ້າການສ້າງເຄື່ອງມືຕິດຕາມ, ລາຍງານຄວາມຄືບໜ້າການດຳເນີນຂະບວນການສ້າງເຄື່ອງມືຕິດຕາມ, ກວດກາ ແລະ ປະເມີນຜົນໃຫ້ສອດຄ່ອງກັບແຜນການ, ເປົ້າໝາຍທີ່ກຳນົດໄວ້ ແລະ ຜົນສຳເລັດຕາມຂອບກຳນົດຕາມສັນຍາ; ພັດທະນາລະບົບ Dashboard ທັນສະໄໝ, ປຶກສາຫາລືກ່ຽວກັບການກຳນົດ ແລະ ຢືນຢັນຕົວຊີ້ວັດຫຼັກ (KPIs), ພ້ອມທັງພັດທະນາລະບົບຖານຂໍ້ມູນສຳລັບຕິດຕາມຜົນການຈັດຕັ້ງປະຕິບັດ ເພື່ອໃຫ້ສາມາດລວບລວມຂໍ້ມູນ, ຕິດຕາມຄວາມຄືບໜ້າ ແລະ ປະເມີນຜົນໄດ້ຢ່າງມີປະສິດທິພາບ, ວັດແທກໄດ້ຊັດເຈນ; ປັບປຸງເອກະສານ ແລະ ແຜນດຳເນີນງານ, ພິຈາລະນາແກ້ໄຂ, ປັບປຸງບັນດາຮ່າງເອກະສານທີ່ກ່ຽວຂ້ອງ, ກຳນົດພາກສ່ວນຮັບຜິດຊອບ ແລະ ແຜນການດຳເນີນງານທີ່ຍັງເຫຼືອໃຫ້ສຳເລັດ ແລະ ສະຫຼຸບການແບ່ງຄວາມຮັບຜິດຊອບຕາມແຜນພັດທະນາແມ່ຍິງລາວ 5 ປີ (2026-2030) ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນກອບແຜນວຽກແຜນພັດທະນາແມ່ຍິງລາວ ຄັ້ງທີ 9 ຂອງສະຫະພັນແມ່ຍິງ ຊຶ່ງລວມມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ.
ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍົກລະດັບກົນໄກ ແລະ ເຄື່ອງມືການຕິດຕາມ-ປະເມີນຜົນໃຫ້ມີຄວາມເປັນລະບົບ, ສາມາດວັດແທກຜົນສຳເລັດໄດ້ຢ່າງເປັນຮູບປະທຳ ພ້ອມທັງຊ່ວຍເສີມສ້າງການປະສານງານລະຫວ່າງບັນດາພາກສ່ວນ ແລະ ຍົກສູງປະສິດທິຜົນໃນການຈັດຕັ້ງບັນດາແຜນງານ ແລະ ໂຄງການພັດທະນາແມ່ຍິງໃນຕໍ່ໜ້າໃຫ້ມີຄວາມຍືນຍົງ.
KPL