ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026

27/10/2026 20:33
ຂປລ ໃນໂອກາດບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຮອບດ້ານໃນການສະໜອງສິນຄ້າປະເພດຕ່າງໆ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນໃນໄລຍະບຸນປະເພນີອອກພັນສາ, ພ້ອມທັງວາງມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.

ທ່ານ ວຽງຄຳ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດສົດໂນນຄໍ້ ໄດ້ໃຫ້ຮູ້ວ່າ: ໃນໄລຍະບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດໄດ້ກະກຽມສິນຄ້າເຄື່ອງອຸປະໂພກ-ບໍລິໂພກຫຼາຍປະເພດ ໃຫ້ມີປະລິມານພຽງພໍຮອງຮັບຄວາມຕ້ອງການຂອງປະຊາຊົນທີ່ຈະຈັບຈ່າຍຊື້-ຂາຍສິນຄ້າ ເພື່ອກະກຽມອາຫານການກິນ ແລະ ຮ່ວມກິດຈະກຳບຸນປະເພນີຕາມຮີດຄອງປະເພນີລາວ. ພ້ອມນີ້, ຕະຫຼາດຍັງໄດ້ວາງມາດຕະການຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດ ໂດຍຫ້າມຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາ ຫຼື ກັກຕຸນສິນຄ້າຕາມອຳເພີໃຈ, ພ້ອມກຳນົດໃຫ້ຜູ້ຄ້າຂາຍຕິດປ້າຍລາຄາສິນຄ້າໃຫ້ຊັດເຈນ ເພື່ອໃຫ້ຜູ້ບໍລິໂພກສາມາດກວດສອບລາຄາໄດ້ ແລະ ໄດ້ຮັບຄວາມເປັນທຳໃນການຊື້-ຂາຍ, ພ້ອມທັງວາງມາດຕະການຢ່າງເຂັ້ມງວດ ໂດຍຫ້າມຊາວຄ້າຂາຍນຳເອົາວັດຖຸລະເບີດ ແລະ ອຸປະກອນຈຸດລະເບີດທຸກປະເພດ ເຊັ່ນ: ບັ້ງໄຟດອກ, ບັ້ງພຸ, ກະໂພດ ແລະ ອື່ນໆ ມາວາງຈຳໜ່າຍພາຍໃນບໍລິເວນຕະຫຼາດໂດຍເດັດຂາດ. ຖ້າກວດພົບຜູ້ຄ້າຂາຍລະເມີດຂໍ້ຫ້າມດັ່ງກ່າວ ຈະຖືກດຳເນີນການຕາມລະບຽບການທີ່ກ່ຽວຂ້ອງຢ່າງເຄັ່ງຄັດ.

ສຳລັບສິນຄ້າທີ່ໄດ້ຂາຍດີໃນໄລຍະບຸນອອກພັນສານີ້ ແມ່ນສິນຄ້າປະເພດເຄື່ອງເຮັດກິດຈະກຳທາງສາສະໜາ ເຊັ່ນ: ທູບ, ທຽນ, ເຄື່ອງສັງຄະທານ, ລວມທັງເຂົ້າປຸ້ນ, ຊີ້ນ, ປາ, ຜັກ ແລະ ອື່ນໆ.

ຕະຫຼາດສົດໂນນຄໍ້ ເປີດໃຫ້ບໍລິການທຸກວັນ ເລີ່ມແຕ່ເວລາ 5:00-18:30 ໂມງ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການຈັບຈ່າຍຊື້-ຂາຍສິນຄ້າ ໃນໄລຍະບຸນອອກພັນສາໃຫ້ເປັນໄປຢ່າງສະດວກ ແລະ ຮຽບຮ້ອຍ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມວັດທະນະທຳ-ສັງຄົມ

      ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ

      10/27/2026 8:33:36 PM

      ອົງການປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມວິຊາການວຽກງານປົກປ້ອງສັງຄົມ ໃນວັນທີ 23 ຕຸລາ 2026 ຜ່ານມາ, ເພື່ອຫາລື ແລະ ຊຸກຍູ້ການຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ ແລະ ຫຼຸດຜ່ອນຄວາມເຫຼື້ອມລ້ຳຢ່າງຍືນຍົງ.

    • ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທ

      10/27/2026 9:50:15 AM

      ເມ່ືອບ່ໍດົນມານ້ີ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍຄື ລັດຖະບານ ສປປ ລາວ ນໍາ ໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະລົງ ຕິດຕາມຊຸກຍູ້ການກະກຽມຄວາມພ້ອມຮອບດ້ານ ເພື່ອເຂົ້າຮ່ວມມະຫະກໍາພືດສວນໂລກອຸດອນທານີ,

    • ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊ

      10/27/2026 9:02:21 AM

      ໃນວັນທີ 26 ຕຸລາ 2026, ກົງກັບຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2569, ເປັນບຸນອອກພັນສາປະ ວໍຣະນາ, ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານ ແຂວງຈຳປາສັກ, ພ້ອມດ້ວຍທ່ານ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ ໄດ້ຮ່ວມໃສ່ບາດນໍາພໍ່ແມ່ປະຊາຊົນຄົນລາວ ຊາວພຸດຢູ່ວັດຫລວງປາກເຊ.

    • ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມ

      10/26/2026 11:57:59 AM

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ນຳໂດຍ ທ່ານ ນາງ ບຸນກອງ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນດ້ານວຽກງານສື່ມວນຊົນກັບວາລະສານກອມມູນິດຫວຽດນາມ ໃນອາທິດຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ໃນໂອກາດເຂົ້າຮ່ວມຝຶກອົບຮົມວຽກງານສື່ມວນຊົນ ໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ.

    • ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນວັດທະນະທຳ-ສັງຄົມ

      ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນ

      10/26/2026 11:49:16 AM

      ເທສະການວິຖີຊີວິດ ສ ເກົາຫຼີ ປີ 2026 ຫຼື (Korea Lifestyle Festival 2026) ຈັດຂຶ້ນໃນວັນທີ 23-24 ຕຸລາ 2026 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລີຈອງຮອບ (H.E. Lee Jeong Hyop) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ສ ເກົາຫຼີ ປະຈຳ ສປປ ລາວ, ທ່ານ ຈຸນກິວ ປັກ (Mr. Jungwe Park) ຫົວໜ້າຕາງໜ້າອົງການໂຄຕຣາ (KOTRA) ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top