ສ້າງຄວາມເຂັ້ມແຂງໃຫ້ ສສຊ ເພດຍິງໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ

28/10/2026 09:42
Email Print 101
ຂປລ ສະພາແຫ່ງຊາດ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ໃນຫົວຂໍ້: ການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ ໃນວັນທີ 24-25 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ, ມີບັນດາ ສສຊ ເພດຍິງຈາກສູນກາງ ແລະ 16 ເຂດເລືອກຕັ້ງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອສ້າງໂອກາດໃຫ້ສະມາຊິກສະພາແຫ່ງຊາດເພດຍິງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບົດບາດຂອງສະພາແຫ່ງຊາດໃນການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາສຳຄັນຂອງຊາດ ແລະ ການຕິດຕາມກວດກາ; ບົດຮຽນຂອງສາກົນກ່ຽວກັບການເຊື່ອມທັດສະນະບົດບາດຍິງ-ຊາຍເຂົ້າໃນການທົບທວນກົດໝາຍ; ການວິເຄາະບົດບາດຍິງ-ຊາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງ ສປປ ລາວ; ການນຳໃຊ້ G-chat ເຂົ້າໃນການເຮັດວຽກລັດຖະການໃຫ້ເລິກເຊິ່ງກວ່າເກົ່າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ທັງໝົດນັ້ນເປັນອົງຄວາມຮູ້ທີ່ສຳຄັນ ແລະ ຈຳເປັນຍິ່ງ ໃຫ້ແກ່ ສສຊ ເພດຍິງ ສາມາດກຳໄດ້ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຕົນເອງຫຼາຍຂຶ້ນໃນການປະກອບຄຳເຫັນຢູ່ໃນກອງປະຊຸມສະພາແຕ່ລະຄັ້ງ, ສາມາດນຳເອົາບົດຮຽນຈາກກອງປະຊຸມຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການພິຈາລະນາຫົວຂໍ້ຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແນໃສ່ເຮັດໃຫ້ການເປັນຕົວແທນຂອງເພດຍິງໃນເວທີການເມືອງ ໂດຍສະເພາະການເຮັດໜ້າທີ່ສະມາຊິກສະພາໃນການເປັນຕົວແທນໃຫ້ແກ່ປະຊາຊົນໄດ້ຢ່າງຄົບຖ້ວນ ແລະ ສົມບູນ.

ການຝຶກອົບຮົມຄັ້ງນີ້, ສຳມະນາກອນໄດ້ຮັບຟັງການວິເຄາະກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ; ການທົບທວນກົດໝາຍທີ່ຄຳນຶງເຖິງບົດບາດຍິງ-ຊາຍໃນຕົວຈິງ; ການສ້າງຂີດຄວາມສາມາດກ່ຽວກັບການສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ການສ້າງຂີດຄວາມສາມາດກ່ຽວກັບການຕິດຕາມກວດກາ; ການນຳໃຊ້ G-Chat ເຂົ້າໃນວຽກລັດຖະການ; ຄົ້ນຄວ້າເປັນກຸ່ມກ່ຽວກັບການຕິດຕາມກວດກາສອງຫົວຂໍ້ ຄື: ສຸຂະພາບຂອງແມ່ຖືພາ ແລະ ອອກລູກໃໝ່, ການບໍລິການສຸຂະພາບແບບຕໍ່ເນື່ອງທີ່ມີທ່າອ່ຽງຫຼຸດລົງ; ການມີສ່ວນຮ່ວມຂອງເດັກຍິງໃນພາກວິຊາຊີບ ແລະ ອາຊີວະສຶກສາ, ພ້ອມທັງລາຍງານຜົນການຄົ້ນຄວ້າ ຊຶ່ງສອງຫົວຂໍ້ດັ່ງກ່າວຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ແລກປ່ຽນບົດຮຽນຕ່າງໆຕໍ່ຫົວຂໍ້ທັງໝົດທີ່ສະເໜີໃນກອງປະຊຸມ.

ຂ່າວ: ສຸພາວັນ ຫອມສະນິດ

KPL

ຂ່າວອື່ນໆ

    • ສະຫຼຸບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກລບຕ ຜ່ານລາຍການວິທະຍຸ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສະຫຼຸບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກລບຕ ຜ່ານລາຍການວິທະຍຸ ປະຈຳປີ 2026

      10/28/2026 9:50:28 AM

      ກອງປະຊຸມປະຈຳປີຂອງວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການວິທະຍຸກະຈາຍສຽງ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ, ທ່ານ ວຽງວັດທະນາ ຊະນະພານ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຜູ້ຕາງໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຂະແໜງສື່ມວນຊົນຈາກ 12 ແຂວງທົ່ວປະເທດ ເຂົ້າຮ່ວມ.

    • ຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງວັດທະນະທຳ-ສັງຄົມ

      ຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງ

      10/28/2026 9:46:21 AM

      ກອງປະຊຸມປຶກສາຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງ, ບັນດາຂະແໜງການທີ່ກ່ຽວພັນ ແລະ ໂຄງການຮ່ວມມືກັບຕ່າງປະເທດ ຈັດຂຶ້ນໃນວັນທີ 26 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະປະທານ ສສຍລ, ຕາງໜ້າຈາກກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຮ່ວມໄຫ້ວພະ ສູດມົນເພື່ອສັນຕິພາບໂລກວັດທະນະທຳ-ສັງຄົມ

      ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຮ່ວມໄຫ້ວພະ ສູດມົນເພື່ອສັນຕິພາບໂລກ

      10/28/2026 9:45:05 AM

      ໃນວັນທີ 26 ຕຸລາ 2026 ນີ້, ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ນໍາໂດຍພະອາຈານໃຫຍ່ມະຫາເວດມະເສ ໄນ ປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ກ່ໍຕ້ັງກອງປະຊຸມພຸດສາສະໜາ ໜານໄຫ່, ເຈ້ົາອະທິການວັດຫົງຟ້າ ສປ ຈີນ, ພ້ອມຄະນະພະສົງຈາກ 29 ປະເທດ ໄດ້ຮ່ວມພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ຢູ່ຕໍ່ໜ້າຮູບປັ້ນເຈ້ົາ ໄຊເສດຖາ ພະທາດຫລວງວຽງຈັນ ແລະ ວຽນທຽນບູຊາພະທາດຫລວງວຽງຈັນ ໂດຍມີບັນດາການນຳພັກ, ລັດ, ພຸດທະສາສະນິກະຊົນລາວບັນດາເຜ່ົາເຂ້ົາຮ່ວມ.

    • ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026

      10/27/2026 8:33:39 PM

      ໃນໂອກາດບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຮອບດ້ານໃນການສະໜອງສິນຄ້າປະເພດຕ່າງໆ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນໃນໄລຍະບຸນປະເພນີອອກພັນສາ, ພ້ອມທັງວາງມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.

    • ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມວັດທະນະທຳ-ສັງຄົມ

      ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ

      10/27/2026 8:33:36 PM

      ອົງການປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມວິຊາການວຽກງານປົກປ້ອງສັງຄົມ ໃນວັນທີ 23 ຕຸລາ 2026 ຜ່ານມາ, ເພື່ອຫາລື ແລະ ຊຸກຍູ້ການຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ ແລະ ຫຼຸດຜ່ອນຄວາມເຫຼື້ອມລ້ຳຢ່າງຍືນຍົງ.

ads
ads

Top