ຂປລ
ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ພັນເອກ ສົມສະນິດ ຈັນທະວົງ ໄດ້ກ່າວວ່າ: ການເຜີຍແຜ່ຄັ້ງນີ້ ຈັດຂຶ້ນເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດແນໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຈາກການນຳໃຊ້ອາວຸດໂດຍບໍ່ໄດ້ຮັບອະນຸຍາດ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງປະເທດຊາດ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເນື້ອໃນ ແລະ ຂໍ້ກຳນົດທີ່ສຳຄັນໃນການກຳນົດເວລາການຮັບມອບ-ສົ່ງອາວຸດ ຊຶ່ງເລີ່ມແຕ່ວັນທີ 16 ສິງຫາ ຫາ 31 ຕຸລາ 2026 ຖ້າກາຍກຳນົດວັນດັ່ງກ່າວ ຫາກເຈົ້າໜ້າທີ່ກວດພົບເຫັນຈະຖືກດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ. ພ້ອມກັນນັ້ນ, ຍັງມີນະໂຍບາຍຜ່ອນຜັນສຳລັບບຸກຄົນ ຫຼື ອົງການຈັດຕັ້ງໃດທີ່ມີຈິດໃຈສະໝັກໃຈນຳເອົາອາວຸດ ຫຼື ວັດຖຸລະເບີດມາສົ່ງມອບໃຫ້ເຈົ້າໜ້າທີ່ພາຍໃນກຳນົດເວລາດັ່ງກ່າວ ຈະບໍ່ຖືກດຳເນີນຄະດີຕາມກົດໝາຍ.
ພ້ອມນີ້, ຍັງໄດ້ເນັ້ນເຖິງບັນດາຂໍ້ຫ້າມໃນການຫ້າມຄອບຄອງ, ນຳໃຊ້, ມອບ-ຮັບ, ໂອນສິດ ຫຼື ຊື້-ຂາຍອາວຸດ ແລະ ວັດຖຸລະເບີດຜິດກົດໝາຍຢ່າງເດັດຂາດ, ການຢຸດອອກໃບອະນຸຍາດໃຫ້ນຳໃຊ້ປືນກິລາ ແລະ ປືນລ່າເນື້ອທຸກປະເພດ. ສຳລັບຄົນຕ່າງປະເທດ, ຄົນຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ປະຊາຊົນຫວຽດນາມ ທີ່ດຳລົງຊີວິດຢູ່ ສປປ ລາວ ຕ້ອງມີພັນທະເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດຄືກັນກັບພົນລະເມືອງລາວ. ສຳລັບສະຖານທີ່ຮັບມອບສົ່ງແມ່ນສາມາດນຳໄປມອບທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ກອງບັນຊາການ ປກສ ນະຄອນຫຼວງ, ແຂວງ ຫຼື ກອງບັນຊາການ ປກສ ເມືອງ, ນະຄອນທົ່ວປະເທດ.
ໂອກາດນີ້, ທ່ານ ຫງວຽນ ມິນ ເຕີມ ໄດ້ເນັ້ນໃຫ້ປະຊາຊົນຫວຽດນາມທຸກຄົນຈົ່ງສືບຕໍ່ເຊີດຊູສະຕິຕື່ນຕົວ, ເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະຕິບັດກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ ເພື່ອປະກອບສ່ວນຮັກສາສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດໃຫ້ໝັ້ນຄົງທະນົງແກ່ນຍິ່ງๆຂຶ້ນ.
KPL