ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

26/10/2026 11:29
Email Print 104
ຂປລ ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນສຳເລັດໃນການເສີມສ້າງສາຍພົວພັນມິດຕະພາບ ລາວ-ໄທ, ການສົ່ງເສີມທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງປະຊາຊົນສອງຊາດ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການຍາດແຍ່ງເອົາການຊ່ວຍເຫຼືອ ເພື່ອພັດທະນາທາງດ້ານພື້ນຖານໂຄງລ່າງການສຶກສາ ແລະ ສາທາລະນະສຸກ ຂອງ ສປປ ລາວ. ພ້ອມນີ້, ກໍຍັງມີຂໍ້ຄົງຄ້າງບາງຈຸດທີ່ຈະຕ້ອງປັບປຸງແກ້ໄຂຖອດຖອນບົດຮຽນ ເພື່ອປະຕິບັດທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຫຽມ ພົມມະຈັນ ອະດີດລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດໃໝ່.

ໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນຂອງບັນດາສະຫາຍຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ທີ່ໄດ້ສຸມທຸກກຳລັງແຮງຮອບດ້ານເຂົ້າໃນການເຄື່ອນໄຫວວຽກງານຂອງສະມາຄົມ ກໍຄືວຽກງານການທູດປະຊາຊົນ ຊຶ່ງສາມາດຍາດແຍ່ງເອົາການຊ່ວຍເຫຼືອ ເພື່ອສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆໃນ ສປປ ລາວ ລວມມູນຄ່າທັງໝົດເປັນເງິນ 957.825.000 ກີບ, 157.777 ໂດລາ ແລະ 7.150.000 ບາດ. ພ້ອມນັ້ນ, ສະຫາຍຍັງໄດ້ມີຄຳເຫັນໂອ້ລົມຕໍ່ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດໃໝ່ ທີ່ຈະສືບຕໍ່ປະຕິບັດໜ້າທີ່ສຳຄັນ ແລະ ມີກຽດນີ້ ຈົ່ງນຳພາການເຄື່ອນໄຫວວຽກງານຂອງສະມາຄົມຢ່າງຫ້າວຫັນ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນທີ່ພັກ-ລັດ ມອບໝາຍໃຫ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ຈະເລີນງອກງາມ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

KPL

ຂ່າວອື່ນໆ

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ການເມືອງ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:34:52 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດການເມືອງ

      ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດ

      10/26/2026 11:24:21 AM

      ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.

    • ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031ການເມືອງ

      ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031

      10/26/2026 11:19:42 AM

      ພິທີຮັບຮອງຢ່າງເປັນທາງການ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ສຳລັບປີ 2027-2031 ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.

    • ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2026ການເມືອງ

      ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2026

      10/26/2026 11:15:43 AM

      ໃນຕອນແລງວັນທີ 23 ຕຸລາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ວ່າ: ກອງ ປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊ້ົາວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະ ມົນຕີ,

    • ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈຳລາວ ເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດປະຈຳລາວ ໄປປະຈຳຢູ່ຕ່າງປະເທດການເມືອງ

      ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈຳລາວ ເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດປະຈຳລາວ ໄປປະຈຳຢູ່ຕ່າງປະເທດ

      10/23/2026 9:41:18 AM

      ໃນຕອນເຊ້ົາວັນທີ 22 ຕຸລາ 2026 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕ້ັງຂອງບັນດາທູດແຕ່ງຕ້ັງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.

ads
ads

Top