ຂປລ
ຂປລ. ວັນທີ 16 ເມສາ 2024 ເປັນມື້ທີ 4 ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2567 ແມ່ນກົງກັບມື້ສັງຂານຂຶ້ນ ໄດ້ມີການໃສ່ບາດ, ຍາດນໍ້າ, ບູຊາພະພຸດທະຮູບ, ພະສົງອົງເຈົ້າ, ບູຊາທາດ, ບູຊາເຈົ້າຖິ່ນເຈົ້າຖານ, ບາສີສູ່ຂວັນ, ຫົດສົງພະພຸດທະຮູບ, ພະສົງ, ຫົດສົ່ງນໍ້າ ເຊິ່ງກັນ ທີ່ວັດອົງຕື້ ມະຫາວິຫານ

ຂປລ. ວັນທີ 16 ເມສາ 2024 ເປັນມື້ທີ 4 ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2567 ແມ່ນກົງກັບມື້ສັງຂານຂຶ້ນ ໄດ້ມີການໃສ່ບາດ, ຍາດນໍ້າ, ບູຊາພະພຸດທະຮູບ, ພະສົງອົງເຈົ້າ, ບູຊາທາດ, ບູຊາເຈົ້າຖິ່ນເຈົ້າຖານ, ບາສີສູ່ຂວັນ, ຫົດສົງພະພຸດທະຮູບ, ພະສົງ, ຫົດສົ່ງນໍ້າ ເຊິ່ງກັນ ທີ່ວັດອົງຕື້ ມະຫາວິຫານ ໂດຍມີ ພະອາຈານ ເວດ ມະເສໄນ ຮອງປະທານສູນກາງອົງການ ພຸດທະສາດສະໜາສຳພັນລາວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນະຄອນຫລວງວຽງຈັນ ພ້ອມຄະນະ ເຂົ້າຮ່ວມ.

ປວງຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ກໍຄື ມວນຊົນ ພາຍໃນນະຄອນຫລວງວຽງຈັນ ໄດ້ພ້ອມກັນສະຫລອງບຸນປີໃໝ່ລາວ ຕາມຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ, ຕິດພັນກັບການປະຕິບັດມາດຕະການ ແລະ ກົດລະບຽບຢ່າງເຄັ່ງຄັດ ເພື່ອໃຫ້ການສະຫລອງບຸນປີໃໝ່ລາວ ມີບັນຍາກາດມວນຊື່ນຖືກຕ້ອງຕາມຮີດຄອງປະເພນີ ແລະ ວັທະນະທຳຂອງຊາດ.

KPL